ລາວ-ກູບາ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ, ລົງນາມເອກະສານຮ່ວມມື 4 ສະບັບ

77

ຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ມານູເອັນ ມາເຣໂຣ ກຣູຊ໌ (Manuel Marrero Cruz), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງນວັນທີ 2-4 ຕຸລາ 2022 ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ຖານອ້າຍນ້ອງຮ່ວມອຸດົມການອັນດຽວກັນ ໃຫ້ນັບມື້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ຫນ້າ.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນທີ່ສຳນັກງານນາຍົກລັດຖະມົນຕີ, ໃນວັນທີ 2 ຕຸລາ 2022, ຈາກນັ້ນ ໄດ້ມີການພົບປະສອງຝ່າຍ ຢ່າງເປັນທາງການ ເຊິ່ງຄະນະຜູ້ແທນຝ່າຍລາວ ນໍາໂດຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຝ່າຍກູບາ ນຳໂດຍ ທ່ານ ມານູເອັນ ມາເຣໂຣ ກຣູຊ໌, ນາຍົກລັດຖະມົນຕີ ແຫ່ງ ສ.ກູບາ.

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງມາຍັງ ທ່ານ ມານູເອັນ ມາເຣໂຣ ກຣູຊ໌, ນາຍົກລັດຖະມົນຕີ ແຫ່ງ ສ.ກູບາ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງ ເດີນທາງມາຢ້ຽມຢາມ ສປປ ລາວ ເປັນຄັ້ງທຳອິດ ແລະ ເປັນຄັ້ງ ປະຫວັດສາດ ເຊິ່ງເປັນນິມິດໝາຍອັນດີໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານອ້າຍນ້ອງ ທີ່ເປັນມູນເຊື້ອອັນດີມາແຕ່ດົນນານລະຫວ່າງສອງຊາດ ລາວ-ກູບາ.

ການພົບປະໃນຄັ້ງນີ້ ສອງຝ່າຍ ໄດ້ປຶກສາຫາລືແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ, ຕີລາຄາຄືນສະພາບການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ກຳນົດທິດທາງແຜນການ ຮ່ວມມືໃນຕໍ່ຫນ້າ ເຊິ່ງສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືສອງຝ່າຍທີ່ເປັນມູນເຊື້ອ ມາແຕ່ຍາວນານ, ບົນພື້ນຖານແຫ່ງການເຂົ້າອົກເຂົ້າໃຈ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ, ພາຍຫຼັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 4 ພະຈິກ 1974 ເປັນຕົ້ນມາ ເຊິ່ງການພົວພັນ ຮ່ວມມືດ້ານການເມືອງ ແມ່ນສືບຕໍ່ຢູ່ໃນລະດັບດີເລີດ ແລະ ນັບມື້ນັບໜັກແໜ້ນຍິ່ງໆຂຶ້ນ, ສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນຳຂັ້ນສູງຂອງສອງປະເທດ ລາວ-ກູບາ ເປັນແຕ່ລະໄລຍະ, ໄດ້ມີການປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນກັນ ໃນບັນຫາຕ່າງໆຢ່າງເປັນປະຈຳ ລວມທັງ ໃນຮູບແບບກອງປະຊຸມທາງໄກໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມດຽວກັນນີ້, ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານສາທາລະນະສຸກ, ດ້ານການສຶກສາ-ກິລາ ເຊິ່ງເປັນຂະແໜງການຮ່ວມມືທີ່ມີມູນເຊື້ອມາແຕ່ດົນນານ ແລະ ພົ້ນເດັ່ນ ມີປະສິດທິພາບ ແລະ ປະສິດທິຜົນສູງ ໃນໄລຍະຜ່ານມາ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບສະພາບການພາຍໃນທີ່ພົ້ນເດັ່ນ, ແລກປ່ຽນຄຳຄິດຄຳເຫັນຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ຕາງໜ້າໃຫ້ ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການສະໜັບສະໜູນຊ່ວຍເຫຼືອອັນລ້ຳຄ່າ ໃຫ້ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນ ການສະໜອງທຶນການສຶກສາເພື່ອການພັດທະນາຊັບພະຍາກອນມະນຸດ, ການສົ່ງຊ່ຽວຊານແພດຫມໍ ກູບາ ມາຊ່ວຍເຫຼືອໃຫ້ຄວາມຮູ້ແກ່ຝ່າຍລາວ, ການສົ່ງທີມຄູຝຶກມວຍສາກົນ ເພື່ອມາຝຶກແອບໃຫ້ແກ່ນັກກິລາລາວ ໃນການເຂົ້າຮ່ວມງານກິລາສຳຄັນຕ່າງໆ ແລະ ການຊ່ວຍເຫຼືອອື່ນໆ. ສອງຝ່າຍ ຢືນຢັນເຖິງຄວາມມຸ້ງໝັ້ນ ຈະສືບຕໍ່ຊອກຫາທຸກວິທີທາງທີ່ເປັນໄປໄດ້ ເພື່ອເສີມຂະຫຍາຍການຮ່ວມມືໃນດ້ານຕ່າງໆ ໂດຍສະເພາະ ດ້ານເສດຖະກິດ-ການຄ້າ ໄປສູ່ຄວາມສໍາເລັດອັນໃໝ່ຮ່ວມກັນ.

ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ອວຍພອນໃຫ້ ທ່ານ ນາຍົກລັດຖະມົນຕີ ມານູເອັນ ມາເຣໂຣ ກຣູຊ໌ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສ.ກູບາ ຈົ່ງປະສົບຜົນສຳເລັດໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ-ກູບາ ຈົ່ງຫມັ້ນຍືນ, ສືບຕໍ່ເຂັ້ມແຂງ, ຂະຫຍາຍຕົວ ແລະ ມີປະສິດທິຜົນຍິ່ງຂຶ້ນ.

ພາຍຫຼັງສຳເລັດການພົບປະສອງຝ່າຍ, ທ່ານ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ແລະ ທ່ານນາຍົກລັດຖະມົນຕີ ມານູເອັນ ມາເຣໂຣ ກຣູຊ໌ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານບົດບັນທຶກຄວາມເຂົ້າໃຈ ຈຳນວນ 4 ສະບັບ ຄື: 1.) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ກະຊວງສຶກສາຊັ້ນສູງ ແຫ່ງ ສ.ກູບາ ວ່າດ້ວຍການຮ່ວມມືດ້ານການສຶກສາຊັ້ນສູງ ແລະ ຄົ້ນຄວ້າວິທະຍາສາດໃນໄລຍະປີ 2022-2027; 2.) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ກະຊວງກະສິກໍາ ແຫ່ງ ສາທາລະນະລັດ.ກູບາ ກ່ຽວກັບການຮ່ວມມືໃນຂົງເຂດກະສິກໍາ; 3.) ແຜນການຮ່ວມມືດ້ານການແພດ ລະຫວ່າງ ກະຊວງສາທາລະນະສຸກ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ກະຊວງສາທາລະນະສຸກ ແຫ່ງສາທາລະນະລັດ .ກູບາ; 4.) ບົດບັນທຶກຄວາມເຂົ້າໃຈການຮ່ວມມື ລະຫວ່າງ ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລ ລາຮາວານ ໃນຂົງເຂດການສຶກສາ.

ການພົບປະສອງຝ່າຍຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ, ສະໜິດສະໜົມ, ສ້າງສັນ, ກົງໄປກົງມາ ແລະ ມີຄວາມເຂົ້າໃຈກັນຖານສະຫາຍອ້າຍນ້ອງທີ່ແທ້ຈິງ ຮ່ວມອຸດົມການສັງຄົມນິຍົມອັນດຽວກັນ, ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ມີມາຢ່າງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ.

ຂ່າວຈາກ: ສວລ