ເປີດສາກ ເທຄວັນໂດຊີງຂັນທ່ານເຈົ້າຄອງນະຄອນຫຼວງວຽງຈັນ ທົດສອບກ່ອນຮ່ວມ ຊຽງຂວາງ ເກມສ໌

61

ສະຫະພັນກີລາເທຄວັນໂດແຫ່ງຊາດລາວ ຈັດການແຂ່ງຂັນເທຄວັນໂດຊີງຂັນ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ຄັ້ງທີ III ປະຈໍາປີ 2022 ຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 1 ຕຸລາ 2022 ແລະ ຈະປິດລົງໃນວັນທີ 2 ຕຸລາ 2022 ທີ່ສູນການຄ້າໄອເຕັກ ຊັ້ນ 4.

ໂອກາດດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ຂັນທະລີ ສິຣິພົງພັນ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ແລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານສະຫະພັນກີລາເທຄວັນໂດແຫ່ງຊາດລາວ ລວມເຖິງແຂກທີ່ມີກຽດ, ຄູຝຶກ ແລະ ນັກກີລາເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ຈັນທະວົງ ປັນຍາສິລິ ເລຂາທິການ ສະຫະພັນເທຄວັນໂດແຫ່ງຊາດລາວ ຂຶ້ນກ່າວລາຍງານວ່າ: ການຈັດການແຂ່ງຂັນຄັ້ງນີ້ຈັດຂຶ້ນເພື່ອຄໍ່ານັບຮັບຕ້ອນວັນຄູ່ແຫ່ງຊາດ ແລະ ສົ່ງເສີມໃຫ້ເຍົາວະຊົນ, ຊາວໜຸ່ມໄດ້ມີການເຄື່ອນໄຫວຝຶກແອບ ແລະ ແຂ່ງຂັນລະຫວ່າງສະໂມສອນໃນຂອບເຂດທົ່ວປະເທດ ອີກປະກາດໜຶ່ງກໍເປັນການຈັດກິດຈະກໍາ ກ່ອນເຂົ້າຮ່ວມງານມະຫາກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບໃນທ້າຍປີນີ້ອີກດ້ວຍ. ດັ່ງນັ້ນ ສະຫະພັນເທຄວັນໂດແຫ່ງຊາດລາວ ຈິ່ງໄດ້ຈັດການແຂ່ງຂັນຄັ້ງນີ້ຂຶ້ນມາໂດຍມີການຊີງໄຊໃນຮຸ່ນອານຸຊົນ, ເຍົາວະຊົນ, ຊາວໜຸ່ມ ທັງປະເພດຟ້ອນ ແລະ ປະເພດຕໍ່ສູ້ ລວມທັງໝົດມີ 74 ລາຍການ ໂດຍມີນັກກີລາຈາກຫຼາຍໆສະໂມສອນ ແລະ ຫຼາຍແຂວງເຂົ້າຮ່ວມເຖິງ 311 ຄົນ ( ຍິງ 51 ຄົນ ).

ຂະນະດຽວກັນ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານສະຫະພັນກີລາເທຄວັນໂດແຫ່ງຊາດລາວ ກ່າວວ່າ: ຂໍຍ້ອງຍໍຊົມເຊີຍຄະນະຄູຝຶກນັກກິລາເທຄວັນໂດທຸກສະໂມສອນໃນທົ່ວປະເທດ ທີ່ພະຍາຍາມເຂົ້າຮ່ວມແຂ່ງຂັນແບບ ອອນລາຍໄດ້ຢ່າງຫລວງຫລາຍ ຊຶ່ງເປັນບາດກ້າວສໍາຄັນໃນການພັດທະນາກິລາເທຄວັນໂດລາວ ເຖິງວ່າພວກເຮົາຈະໃນການເຝົ້າ ລະວັງ ແລະ ປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ 19 ທາງສະຫະພັນ ຮ່ວມກັບ ຜູ້ໃຫ້ການອຸປະຖໍາກໍ່ໄດ້ສ້າງກິດຈະກໍາ ທີ່ດີ ເພື່ອໃຫ້ນັກກິລາທັງເຍົາວະຊົນ-ຊາວຫນຸ່ມ ໄດ້ມີການຝຶກແອບດ້ວຍຕົນເອງ ແລະ ຮ່ວມກິດຈະກໍາແຂ່ງຂັນທີ່ທາງສະຫະພັນ ກິລາເທຄວັນໂດໄດ້ຈັດຂື້ນ ຕໍ່ການພັດທະນາເທຄວັນໂດຕື່ມອີກ ດັ່ງນັ້ນ, ຄາດຫມາຍໃນການແຂ່ງຂັນຄັ້ງນີ້ທາງສະຫະພັນເທ ຄວັນໂດແຫ່ງຊາດໄດ້ມີບາງຈຸດສຸມ ເພື່ອປະຕິບັດວຽກງານໃຫ້ບັນລຸວັດຖຸປະສົງດັ່ງນີ້:

1. ຮັບປະກັນການຈັດແຂ່ງຂັນຄັ້ງນີ້ ໃຫ້ມີຄວາມສາມັກຄີແລະເປັນລະບຽບຮຽບຮ້ອຍ ຈາກນັກກິລາ, ຄູຝຶກທຸກ ສະໂມສອນ ແລະ ກໍາມະການຕັດສິນ, ປະຕິບັດຕາມມາດຕະການ ປ້ອງກັນການແຜ່ລະບາດພະຍາດໂຄວິດ 19
2.ຮັບປະກັນຄາດຫມາຍໃຫ້ນັກກິລາເທຄວັນໂດຊູ້ອອກກໍາລັງກາຍ ແລະ ເຫັນຜົນຮ້າຍຂອງພະຍາດໂຄວິດ 19
3. ສູ້ຊົນໃຫ້ການແຂ່ງຂັນຄັ້ງນີ້ ໃຫ້ມີບັນຍາກາດມ່ວນຊື່ມບັນລຸຈຸດປະສົງ ໃນເທດສະການ ໂຄເລຍອີກ

4. ສູ້ຊົນໃຫ້ການແຂ່ງຂັນຄັ້ງນີ້ ບັນລຸຈຸດປະສົງຕາມຄາດຫມາຍຂອງຜູ້ໃຫ້ການອຸປະຖາ ທີ່ໄດ້ໃຫ້ການສະຫນັບສະຫນູນ ໃນຄັ້ງນີ້.
ສຸດທ້າຍນີ້ ຕ່າງໃຫ້ສະຫະພັນເທຄວັນໂດແຫ່ງຊາດລາວ ຂໍສະແດງຄວາມຂອບໃຈຢ່າງສູງ ຕໍ່ການນໍາຂອງກະຊວງສຶກ ສາທິການແລະກິລາ ພ້ອມທັງ ແຂກຖືກເຊີນ ຜູ້ໃຫ້ການອຸປະຖໍາ ຈົ່ງມີສຸຂະພາບເຂັ້ນແຂງ ມີພາລານາໄມສົມບູນ ປະສົບຜົນສໍາ ເລັດໃນຫນ້າທີ່ວຽກງານແລະຄອບຄົວ ແລະ ຂໍກ່າວເປີດການແຂ່ງຂັນໃນຄັ້ງນີ້ ນັບວິນາທີນີ້ເປັນຕົ້ນໄປ.