ຈີນ ເລີ່ມກໍ່ສ້າງທໍ່ສົ່ງແກ໊ສສາຍໃໝ່ ຍາວ 3 ພັນກວ່າກິໂລແມັດ

27

ສຳນັກຂ່າວຊິນຫົວລາຍງານໃນວັນທີ 29 ກັນຍາຜ່ານມາວ່າ: ຈີນ ໄດ້ເລີ່ມດຳເນີນການໂຄງການກໍ່ສ້າງທໍ່ສົ່ງ  ແກ໊ສສາຍທີ 4 ຂອງໂຄງການສົ່ງພະລັງງານຂະໜາດໃຫຍ່ ທີ່ມີຄວາມຍາວ 3.340 ກິໂລແມັດ ເພື່ອລຳລຽງແກ໊ສທຳມະຊາດ ຈາກເຂດປົກຄອງຕົນເອງຊິນຈຽງອຸຍກູ ໄປຍັງເຂດປົກຄອງຕົນເອງໜິງເຊ່ຍຫຸຍ.

May be an image of 1 person and outdoors

ທ່ານ ຈາງ ເຫວີຍ ປະທານບໍລິສັດເຄືອຂ່າຍທໍ່ສົ່ງນ້ຳມັນ ແລະ ແກ໊ສ ແຫ່ງ ສປ ຈີນ ກ່າວວ່າ: ເມື່ອໂຄງການດັ່ງກ່າວກໍ່ສ້າງສຳເລັດ, ທໍ່ສົ່ງ   ແກ໊ສສາຍນີ້ ຈະເພີ່ມປະລິມານການສົ່ງແກ໊ສສູງເຖິງ 100.000 ລ້ານແມັດກ້ອນຕໍ່ປີ ເພື່ອຮອງຮັບຄວາມໝັ້ນຄົງດ້ານພະລັງງານຂອງປະເທດ.

May be an image of 1 person and outdoors