ອັຟການິດສະຖານ ຈະຊື້ພະລັງງານ ແລະ ເຂົ້າສາລີຈາກຣັດເຊຍ

22

ສຳນັກຂ່າວບລູມເບີກ ລາຍງານເມື່ອວັນທີ 28 ກັນຍາ 2022 ວ່າ: ລັດຖະບານອັຟການິດສະຖານ ໄດ້ລົງນາມຂໍ້ຕົກລົງກັບ ຣັດເຊຍ ເພື່ອຊື້ພະລັງງານ ແລະ ເຂົ້າສາລີ ໃນລາຄາຫຼຸດພິເສດຈາກຣັດເຊຍ, ໃນຂະນະດຽວກັນ ກໍພະຍາຍາມຊຸກຍູ້ສົ່ງເສີມການຄ້າກັບບັນດາປະເທດໃນພາກພື້ນອາຊີ ເພື່ອແກ້ໄຂບັນຫາເສດຖະກິດຂອງປະເທດ.

May be an image of 3 people and people sitting

ໂຄສົກກະຊວງການຄ້າ ແລະ ອຸດສາຫະກຳຂອງອັຟການິດສະຖານ ກ່າວວ່າ: ອັຟການິດສະຖານ ກຽມນຳເຂົ້າພະລັງງານ ເຊັ່ນ: ນ້ຳມັນເຊື້ອໄຟ, ແກ໊ສທຳມະຊາດ ແລະ ເຂົ້າສາລີໃນລາຄາຫຼຸດ “ ພິເສດ ” ຈາກຣັດເຊຍ ເປັນສະກຸນເງິນຣຸບຂອງຣັດເຊຍ ເຊິ່ງສິນຄ້າດັ່ງກ່າວຈະນຳເຂົ້າໃນໄວໆນີ້.

May be an image of 2 people, beard and people standing

ຄວາມເຄື່ອນໄຫວດັ່ງກ່າວ ນັບວ່າເປັນຂໍ້ຕົກລົງດ້ານເສດຖະກິດ – ການຄ້າກັບຕ່າງປະເທດຄັ້ງສຳຄັນທີ່ສຸດຂອງອັຟການິດສະຖານ ນັບແຕ່ກຸ່ມຕາລີບັນກັບຄືນມາເປັນຜູ້ນຳບໍລິຫານປະເທດອີກຄັ້ງ ເຊິ່ງຈະເປັນການປະກອບສ່ວນສຳຄັນ ໃນການແກ້ໄຂບັນຫາເສດຖະກິດພາຍໃນປະເທດ, ຫຼັງຖືກຕັດຂາດຈາກທະນາຄານທົ່ວໂລກ.