ຈີນ ເລີ່ມສ້າງອຸມົງລົດໄຟຄວາມໄວສູງ ຍາວທີ່ສຸດໃນໂລກ

83

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຈີນ ເລີ່ມກໍ່ສ້າງອຸມົງລົດໄຟຄວາມໄວສູງ ຍາວທີ່ສຸດໃນໂລກ ຢູ່ແຂວງຢູນນານ ທາງຕາເວັນອອກສ່ຽງໃຕ້ຂອງຈີນ ໄດ້ເລີ່ມຕົ້ນແລ້ວອຸມົງ ຢີຫຼຽນ ( Yi Liang ) ເປັນໂຄງການສຳຄັນຂອງທາງລົດໄຟ ຄວາມໄວສູງ ຈົງຊີງ – ຄຸນມິງ ( Chongqing – Kunming )

May be an image of road

ໂດຍມີອຸມົງລາງດ່ຽວ 2 ອຸມົງ ທາງເບື້ອງຊ້າຍ ຍາວ 24,78 ກິໂລແມັດ ແລະ ເບື້ອງຂວາ 24,80 ກິໂລແມັດ, ອຸມົງແຫ່ງນີ້ມີຄວາມເລິກເຖິງ 920 ແມັດ ໃນບໍລິເວນພູ ໂດຍທາງລົດໄຟຄວາມໄວສູງຈົງຊິງ – ຄຸນມິງ ມີຄວາມຍາວທັງໝົດ 699 ກິໂລແມັດ ກຳລັງຢູ່ໃນການກໍ່ສ້າງດ້ວຍລະບົບລົດໄຟຄວາມໄວສູງ 350 ກິໂລແມັດຕໍ່ຊົ່ວໂມງ ມີທັງໝົດ 21 ສະຖານີ.

May be an image of 1 person and text