ຫາລືການບໍລິຫານ-ຈັດການນ້ຳເພື່ອຄວາມປອດໄພຂອງເຂື່ອນ ແລະ ແຜນຮັບມືສຸກເສີນໃນລະດູຝົນ

97

ໃນລະຫວ່າງ ວັນທີ 27-28 ກັນຍາ 2022, ທີ່ເມືອງວັງວຽງ ແຂວງວຽງຈັນ, ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ໄດ້ຈັດກອງປະຊຸມໜຶ່ງຂື້ນ ໂດຍໃຫ້ກຽດເປັນປະທ່ານໂດຍທ່ານ ສີນາວາ ສຸພານຸວົງ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ໂດຍມີ ບັນດາທ່ານຜູ້ຕາງໜ້າບັນດາກະຊວງ, ອົງການອ້ອມຂ້າງສູນກາງທີ່ກ່ຽວຂ້ອງ, ຫ້ອງການ, ບັນດາກົມ, ສະຖາບັນ, ລັດວິສາຫະກິດອ້ອມຂ້າງກະຊວງ, ພະນັກງານວິຊາການ ແລະ ຜູ້ອຳນວຍການຈາກບັນດາໂຄງການພັດທະນາເຂື່ອນໄຟຟ້າທົ່ວປະເທດ ລວມທັງໝົດ 64 ທ່ານ.

ໃນກອງປະຊຸມທ່ານ ສິນນາວາກ່າວວ່າ: ກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນ ດ້ານຄວາມປອດໄພຂອງເຂື່ອນ, ການບໍລິຫານຈັດການນ້ຳ ເພື່ອຄວາມປອດໄພຂອງເຂື່ອນ ແລະ ແຜນຮັບມືສຸກເສີນ ໃນລະດູຝົນປະຈຳປີ 2022 ນີ້, ເປັນໜຶ່ງໃນຫນ້າວຽກຈຸດສຸມ ທີ່ພວມຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ກະຊວງພະລັງງານ ແລະ ບໍ່ແຮ່ ສະໄໝທີ III, ໃຫ້ສອດຄ່ອງກັບມະຕິກອງປະຊຸມໃຫຍ່ຂອງພັກ ສະໄໝທີ XI ແລະ ແຜນພັດທະນາເສດຖະກິດ ສັງຄົມແຫ່ງຊາດ ຄັ້ງທີ IX (2021-2025) ຂຶ້ນຢ່າງເປັນທາງການ.

ໃນໄລຍະທີ່ຜ່ານມາ ພາຍຫຼັງທີ່ເກີດເຫດການບໍ່ເພີງປາດຖະໜາ ກ່ຽວກັບຄວາມປອດໄພຂອງເຂື່ອນ  ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສຸມໃສ່ ວຽກງານຕິດຕາມກວດກາ ຄວາມປອດໄພຂອງເຂື່ອນ, ການຄຸ້ມຄອງ ແລະ ການບໍລິຫານຈັດການອ່າງນ້ຳຂອງເຂື່ອນ ເພື່ອຄວາມປອດໄພເຂື່ອນທັງໝົດ ທັງເຂື່ອນນ້ອຍ ແລະ ເຂື່ອນໃຫຍ່ ໃນຂອບເຂດທົ່ວປະເທດ; ຜ່ານມາ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ແຕ່ງຕັ້ງ ຄະນະວິຊາການກວດກາດ້ານເຕັກນິກ ແລະ ກວດກາດ້ານນິຕິກຳ, ມີຄະນະຊ່ຽວຊານຂອງທະນາຄານໂລກ ແລະ ຄະນະຊ່ຽວຊານ ຂອງປະເທດນິວຊີແລນ ເຮັດໜ້າທີ່ ກວດກາດ້ານຄວາມປອດໄພຂອງເຂື່ອນ ໃນຂອບເຂດທົ່ວປະເທດ ໃນນັ້ນ ປະກອບມີເຂື່ອນໃຫຍ່ 54 ເຂື່ອນ ແລະ ເຂື່ອນນ້ອຍ 42 ເຂື່ອນ, ເຫັນວ່າ ບັນດາໂຄງການເຂື່ອນ ແມ່ນມີຄວາມປອດໄພ.

ແຕ່ເຖິງຢ່າງໃດກໍ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງບາງບັນຫາໃນຕໍ່ໜ້າໃຫ້ມີຄວາມຮັດກຸມຍິ່ງໆຂື້ນໄປ. ມາເຖິງປະຈຸບັນ ທົ່ວປະເທດ ມີເຂື່ອນໄຟຟ້າທັງໝົດ 78 ແຫ່ງ ລວມກຳລັງການຕິດຕັ້ງ ແມ່ນ 9.972 ເມກາວັດ , ສາມາດຜະລິດພະລັງງານໄຟຟ້າໄດ້ 52.211 ລ້ານກິໂລວັດໂມງ ແລະ ຄາດວ່າ ປີ 2030 ມີເຂື່ອນໄຟຟ້າທັງ ໝົດ 100 ແຫ່ງ ທີ່ຈະດໍາເນີນການຜະລິດ ແລະ ຍັງມີແຜນພັດທະນາອີກຈໍານວນຫຼາຍສົມຄວນ.

ບໍ່ພຽງເທົ່ານັ້ນ ທີ່ຜ່ານມາ ກະຊວງພະລັງງານ ແລະ ບໍ່ແຮ່  ຈັດກອງປະຊຸມ ຖອດຖອນບົດຮຽນການບໍລິຫານຈັດການນໍ້າ ຂື້ນຢູ່ 3 ຄັ້ງຄື: ໃນປີ 2019 ຈັດຂື້ນທີ່ນະຄອນຫຼວງວຽງຈັນ; ປີ 2020 ໄດ້ສຶບຕໍ່ຈັດກອງປະຊຸມ ຖອດຖອນບົດຮຽນການບໍລິຫານຈັດການນໍ້າ ຄັ້ງທີ 2 ຂື້ນ ທີ່ເມືອງວັງວຽງ ໂດຍ ມີຜູ້ພັດທະນາໂຄງການໄຟຟ້າ ຈາກ 4 ອ່າງ ຄື: ອ່າງນໍ້າງື່ມ , ອ່າງນໍ້າອູ , ອ່າງນໍ້າເທີນ , ອ່າງເຊກອງ ແລະ ບາງເຂື່ອນທີ່ຢູ່ໄກ້ກັນມາ ປະຊຸມປຶກສາຫາລື ລວມມີ 32 ໂຄງການ; ປີ 2021 ກະຊວງພະລັງງານ ແລະ ບໍ່ແຮ່ ສຶບຕໍ່ຈັດກອງປະຊຸມ ຖອດຖອນບົດຮຽນການບໍລິຫານຈັດການນໍ້າ ຄັ້ງທີ 3 ຂື້ນ ຢູ່ອ່າງນ້ຳງຶ່ມ ທີ່ວັງວຽງ.