ກະຊວງສາທາລະນະສຸກ ເປີດການນໍາໃຊ້ວັກຊີນໄຟເຊີ ສັກໃຫ້ສໍາລັບເດັກນ້ອຍ ອາຍຸ 5 ປີ ໃນ ສປປ ລາວ

38

ການນໍາໃຊ້ວັກຊີນໄຟເຊີ ເພື່ອສັກໃຫ້ກຸ່ມເດັກນ້ອຍ 5 ປີ ຊຶ່ງຖືວ່າເປັນກຸ່ມປະຊາກອນໃໝ່ ທີ່ຈະໄດ້ຮັບວັກຊີນກັນພະຍາດໂຄວິດ-19 ໃນ ສປປ ລາວ.

ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ ໂຮງຮຽນ ວິຣະຖາວອນ, ນະຄອນຫຼວງວຽງຈັນ, ວັນທີ 28 ກັນຍາ 2022 ໂດຍການເປັນປະທານຂອງ ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ຂັນທະລີ ສີລິພົງພັນ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ Paul Kelly ເອກອັກຄະລັດຖະທູດ ແຫ່ງປະເທດ ອົດສຣາລີ ປະຈໍາລາ, ທ່ານ Dr. Pia Rebello Britto ຜູ້ຕາງໜ້າອົງການ ອຸຍນີເຊັບ ປະຈໍາ ລາວ, ພ້ອມດ້ວຍບັນດາທ່ານຫົວໜ້າກົມ, ຮອງກົມ, ສະຖາບັນ, ຫົວໜ້າສູນ, ຮອງສູນອ້ອມຂ້າງກະຊວງ, ຄູອາຈານພ້ອມດ້ວຍພໍ່ແມ່ນ້ອງໆນັກຮຽນເຂົ້າຮ່ວມ.

ທ່ານ ດຣ ສະໜອງ ທອງຊະນະ ກ່າວວ່າ: ຄືດັ່ງທີ່ພວກເຮົາຮັບຮູ້ນໍາກັນແລ້ວວ່າ ພະຍາດໂຄວິດ-19 ໄດ້ມີການແຜ່ລະບາດຢ່າງກວ້າງຂວາງໃນທົ່ວໂລກ, ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດເປັນຈໍານວນຫຼວງຫຼາຍ ແລະ ປະເທດເຮົາກໍເຊັ່ນດຽວກັນ ມີການລາຍງານຜູ້ຕິດເຊື້ອຫຼາຍກວ່າ 2 ແສນຄົນ ແລະ ເສຍຊີວິດ 665 ຄົນ ຍ້ອນພະຍາດອັນຕະລາຍຮ້າຍແຮງນີ້.

ການປ້ອງກັນພະຍາດໂຄວິດ-19 ທີ່ດີທີ່ສຸດ ແມ່ນການສັກວັກຊີນກັນ ເຊິ່ງຈະຊ່ວຍຫຼຸດຜ່ອນການເຈັບເປັນຮຸນແຮງ ແລະ ຫຼດຜ່ອນການເສຍຊີວິດໄດ້ຢ່າງມີປະສິດທິພາບ. ດັ່ງນັ້ນ ລັດຖະບານຈຶ່ງສຸມທຸກກໍາລັງ ເພື່ອໃຫ້ມີວັກຊີນມາສັກໃຫ້ປະຊາຊົນລາວຢ່າງພຽງພໍ. ທັງນີ້ເພື່ອປົກປ້ອງສຸຂະພາບຂອງປະຊາຊົນລາວທຸກຄົນ ບໍ່ໃຫ້ໄດ້ຮັບຜົນກະທົບຈາກການເຈັບເປັນ ແລະ ເສຍຊີວິດຈາກພະຍາດໂຄວິດ-19.

ທ່ານ ກ່າວຕື່ມວ່າ: ມາຮອດມື້ນີ້ ສປປ ລາວ ສາມາດບັນລຸອັດຕາປົກຄຸມການສັກວັກຊີນກັນພະຍາດໂຄວິດ-19 ເຂັມທີ 1 ໄດ້ແລ້ວ 80% ແລະ ເຂັມທີ 2 ບັນລຸໄດ້ 72%; ແຕ່ຍັງຖືວ່າບໍ່ທັນບັນລຸຄາດໝາຍທີ່ວາງໄວ້. ປະຊາຊົນລາວຈະມີຄວາມປອດໄພຈາກພະຍາດໂຄວິດ-19 ໄດ້ໂດຍພື້ນຖານ ກໍຕໍ່ເມື່ອສາມາດບັນລຸອັດຕາການສັກວັກຊີນເຂັມທີ 2 ໄດ້ 80%, ໝາຍຄວາມວ່າ ພະນັກງານແພດພວກເຮົາທຸກຄົນ ຍັງຕ້ອງໄດ້ສືບຕໍ່ບຸກບືນ ການໃຫ້ວັກຊີນກັນພະຍາດໂຄວິດ-19 ແກ່ປະຊາຊົນຕື່ມອີກ ແລະ ພາກປະຊາຊົນເອງ ກໍຕ້ອງໄດ້ເອົາໃຈໃສ່ຊັກຊວນກັນມາຮັບວັກຊີນໃຫ້ຄົບຢ່າງໜ້ອຍ 2 ເຂັມ ໃຫ້ໄດ້ 80% ໃນທຸກເຂດ, ທຸກເມືອງ, ທຸກບ້ານ ໃນຂອບເຂດທົ່ວປະເທດ.

ທ່ານ ນາງ ຂັນທະລີ ສິຣິພົງພັນ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ກໍໄດ້ມີຄໍາເຫັນ ວ່າ: “ການມາຮອດຂອງວັກຊີນເຫຼົ່ານີ້ຍັງກົງກັບໄລຍະສົກຮຽນໃໝ່ຂອງບັນດາໂຮງຮຽນໃນ ສປປ ລາວ, ເຊິ່ງ ລັດຖະບານແຫ່ງ ສປປ ລາວ ກໍໄດ້ມີການເລັ່ງລັດຜັນຂະຫຍາຍຂະບວນການສັກວັກຊີນກັນພະຍາດ ໂຄວິດ-19 ໃຫ້ແກ່ເດັກນ້ອຍ