ເມືອງຈຳປາສັກ ໄດ້ຮັບຜົນກະທົບຈາກພາຍຸໂນຣຸ ພັດຜ່ານ 73 ບ້ານ, ມີນ້ຳຖ້ວມ, ເສົາໄຟຟ້າລົ້ມ

185

ເມືອງຈຳປາສັກ ຖືເປັນເມືອງໜຶ່ງທີ່ໄດ້ຮັບຜົນກະທົບຈາກພາຍຸໂນຣຸພັດຜ່ານ ເຊິ່ງໄດ້ເຮັດໃໍຫ້ເກີດຝົນຕົກໜັກ, ລົມພັດແຮງ ເຮັດມີ 73 ບ້ານ ທີ່ໄດ້ຮັບຜົນກະທົບຈາກພາຍຸດັ່ງກ່າວ.

ຂ່າວທ້ອງຖິ່ນແຂວງຈຳປາສັກ ລາຍງານໃຫ້ຮູ້ວ່າ: ວັນທີ 28 ກັນຍາ​ 2022​ ທີ່ເມືອງຈຳປາສັກ​ ມີ 73 ບ້ານ ຄື: 5 ກຸ່ມບ້ານເມືອງຈຳປາສັກ ໄດ້ຮັບຜົນກະທົບຈາກພາຍຸໂນຮຸ ທີ່ພັດຜ່ານ ເຂົ້າມາ​ພາຍໃນເມືອງຈຳປາສັກ ເຮັດໃຫ້ນໍ້າຖ້ວມ, ​ເສົາໄຟຟ້າລົ້ມ ສ້າງຄວາມເສຍຫາຍໃຫ້ຊັບສິນຂອງພໍ່ແມ່ປະຊາຊົນພາຍໃນເມືອງ.

ພ້ອມດຽວກັນ ກໍໄດ້ແຈ້ງເຕືອນປະຊາຊົນທີ່ດຳລົງລົງຊິວິດລຽບຕາມແຄມແມ່ນໍ້າຂອງ ແຕ່​ບ້ານ​ຫົວປາຂໍ້ ຫາ​ ຫ້ວຍເງີນ, ເໜືອ​ແລະ ໄຕ້​ ລະມັດລະວັງພາຍຸໂນຮຸຢ່າງໃກ້ຊິດ ​ເຊິ່ງຈະມີຝົນຕົກໜັກ ແລະ ຈະເຮັດໃຫ້ເກີດນໍ້າຖ້ວມ ​ແລະ ດິນເຈື່ອນໄດ້.​ ເຂດກຸ່ມ 1, ກຸ່ມ2 ,ກຸ່ມ3 ,ກຸ່ມ4, ກຸ່ມ 5, ໃນ ​73 ບ້ານ ທົ່ວເມືອງຈຳປາສັກ ​ໃຫ້ມີສະຕິເຝົ້າລະມັດລະວັງ ເກັບມ້ຽນວັດຖຸ, ​ຊັບສິນ​ພາຍໃນຄົວເຮືອນໄວ້ທີ່ສູງ ແລະ​ ສັດລ້ຽງ.

​ຕິດຕາມ​ສະພາບດິນ​ຟ້າ, ​ອາກາດ​ຢ່າງໃກ້ຊິດ ເຊິ່ງໃນວັນທີ 28 ກັນຍາ,​ ພາຍຸ​ໂນຮຸ​ ໄດ້ສ້າງຄວາມເສຍຫາຍຫຼາຍຈຸດຢູ່ເມືອງຈຳປາສັກຄື: ຂົວນໍ້າຖ້ວມຫຼາຍຈຸດ ໂດຍສະເພາະບ້ານທາງແບ່ງ, ​ບ້ານ​ທາງຄົບ ແລະ ບ້ານອື່ນໆພາຍໃນເມືອງຈຳປາສັກ,​ ເສົາໄຟຟ້າລົ້ມ​ຢູ່ບ້ານ​ວັດໄຊ ​ແລະ ​ນໍ້າຖ້ວມໄຫຼ້ຂ້າມທາງ, ​ຖ້ວມ​ທາງເຂົ້າບ້ານ ໜອງສະໂນ,​ ທາງເຂົ້າບ້ານ​ໜອງຂາມ ແລະ​ ຖ້ວມຕາມບ້ານ,​ຕາມຄົວເຮືອນປະຊາຊົນ.

ແຕ່ຢ່າງໃດກໍຕາມ, ມາໃນວັນທີ 29 ກັນຍານີ້ ກົມອຸຕຸນິຍົມ ແລະ ອຸທົກກະສາດ ກໍຍັງແຈ້ງເຕືອນຝົນຕົກໜັກຈາກພາຍຸໄຕ້ຝຸ່ນໂນຮຸ ເຊິ່ງໄດ້ອ່ອນກຳລັງລົງເປັນພາຍຸດີເປຼຊັນແລ້ວ ແຕ່ບັນດາແຂວງພາກໃຕ້ ສາລະວັນ, ເຊກອງ, ຈຳປາສັກ, ອັດຕະປື ຍັງຈະມີຝົນຕົກລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ, ມີຝົນຕົກຫຸ້ມ 70% ຂອງເນື້ອທີ່.