ອົງການກາແດງແຂວງອັດຕະປື ກຽມຄວາມພ້ອມໃຫ້ການຊ່ວຍເຫຼືອປະຊາຊົນທີ່ປະສົບໄພນໍ້າຖ້ວມ

0
146

ໃນຕອນຄ່ຳວັນທີ 28 ກັນຍານີ້ ອົງການກາແດງແຂວງອັດຕະປື ໄດ້ກະກຽມຄວາມພ້ອມໃນການໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ປະສົບໄພນໍ້າຖ້ວມຈາກຝົນຕົກໜັກ ເຊິ່ງໄດ້ມີການກະກຽມເຮືອ, ເສື້ອຊູຊີບ ພ້ອມດ້ວຍທີມງານ.

ອີງຕາມຂໍ້ມູນນັກຂ່າວແຂວງອັດຕະປື ລາຍງານວ່າ: ຜົນກະທົບຈາກພາຍຸໄຕ້ຝຸ່ນໂນຣູ ໄດ້ພັດເຂົ້າແຂວງອັດຕະປື ໃນຄືນວັນທີ 27 ຈົນຮອດຕອນເຊົ້າ ວັນທີ 28 ກັນຍາ 2022 ເກີດມີຝົນຕົກໜັກ ເຮັດໃຫ້ 5 ເມືອງ ໄດ້ຮັບຜົນກະທົບ ຄື: ເມືອງສາມັກຄີໄຊ, ໄຊເສດຖາ, ເມືອງພູວົງ, ຊານໄຊ ແລະ ເມືອງສະໜາມໄຊ.

ຕາມຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ: ເມືອງທີ່ໄດ້ຮັບຜົນກະທົບໜັກທີ່ສຸດແມ່ນເມືອງຊານໄຊ ເຊິ່ງທົ່ວເມືອງເກີດມີນ້ຳຖ້ວມ ແລະ ນ້ຳໄຫລຊຸແຮງ, ລະດັບນ້ຳຕາມແມ່ນ້ຳຕ່າງໆກໍເພີ່ມສູງຂຶ້ນເລື້ອຍໆ. ປັດຈຸບັນ, ຍັງບໍ່ມີຕົວເລກຄວາມເສຍຫາຍຢ່າງເປັນທາງການ. ພ້ອມນີ້ ອຳນາດການປົກຄອງ ແລະ ພາກສ່ວນກ່ຽວຂ້ອງກຳລັງເລັ່ງໃຫການຊ່ວຍເຫລືອຜູ້ທີ່ຕິດຄ້າງຕາມສະຖານທີ່ຕ່າງໆ.

ສຳລັບ ເມືອງສະຫນາມໄຊ ແມ່ນມີຄວາມສ່ງງສູງ ທີ່ຈະໄດ້ຮັບຜົນກະທົບຈາກນ້ຳຖ້ວມໜັກ ເນື່ອງຈາກເປັນເຂດອ່າວຮັບປະລິມານນ້ຳ  ເຊິ່ງທາງພາກສ່ວນກ່ຽວຂ້ອງ ກໍໄດ້ແຈ້ງເຕືອນປະຊາຊົນ ໃຫ້ມີສະຕິລະວັງຕົວ ແລະ ເກັບມ້ຽນສິ່ງຂອງສັດລ້ງງ ເພື່ອຫລີກລ່ຽງຄວາມເສຍທີ່ອາດເກີດຂຶ້ນ ຈາກໄພພິບັດຄັ້ງນີ້.

LEAVE A REPLY

Please enter your comment!
Please enter your name here