ນາຊາ ປະສົບຜົນສຳເລັດສົ່ງຍານອະວະກາດ DART ຕຳກັບດາວເຄາະນ້ອຍ

0
128

ສຳນັກຂ່າວຣອຍເຕີລາຍງານວ່າ ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດສະຫະລັດ ( NASA ) ໄດ້ປະສົບຜົນສຳເລັດໃນການສົ່ງຍານອະວະກາດ DART ໄປຕຳໃສ່ດາວເຄາະນ້ອຍທີ່ຢູ່ຫ່າງຈາກໂລກ ປະມານ 11 ລ້ານກິໂລແມັດ ໂດຍມີເປົ້າໝາຍເພື່ອຫາຂໍ້ສະຫຼຸບວ່າຍານອະວະກາດລໍາໜຶ່ງ ສາມາດປ່ຽນວິຖີໂຄຈອນຂອງດາວເຄາະນ້ອຍດວງໜຶ່ງໃຫ້ຫຼຸດອອກຈາກເສັ້ນໂຄຈອນທີ່ເປັນອັນຕະລາຍຕໍ່ໂລກ.

No photo description available.

ຍານອະວະກາດດັ່ງກ່າວ ມີນ້ຳໜັກປະມານ 600 ກິໂລກຣາມ ອອກເດີນທາງຈາກໂລກເມື່ອເດືອນພະຈິກ 2021 ເຄື່ອນທີ່ດ້ວຍຄວາມໄວປະມານ 22 ພັນກວ່າກິໂລແມັດຕໍ່ຊົ່ວໂມງ ເພື່ອໄປຕຳກັບດາວເຄາະນ້ອຍ ທີ່ມີຊື່ວ່າ “ Dimorphos ” ທີ່ມີຂະໜາດເສັ້ນຜ່າສູນກາງປະມານ 160 ແມັດ ທີ່ຢູ່ຫ່າງຈາກໂລກປະມານ 11 ລ້ານກິໂລແມັດ ໂດຍ Dimorphos ເປັນດວງຈັນບໍລິວານທີ່ໂຄຈອນຮອບດາວເຄາະ Didymos ທີ່ມີຂະໜາດເສັ້ນຜ່າສູນກາງປະມານ 780 ແມັດ.

May be an image of text

ການປ່ອຍຍານອະວະກາດໄປຕຳໃສ່ດາວເຄາະນ້ອຍຄັ້ງນີ້ ມີຈຸດປະສົງເພື່ອປ່ຽນທິດວົງໂຄຈອນຂອງດາວເຄາະນ້ອຍ, ແນວໃດກໍຕາມ ຜົນການທົດລອງຄັ້ງນີ້ຈະສາມາດປ່ຽນວົງໂຄຈອນຂອງດາວເຄາະນ້ອຍໄດ້ ຫຼື ບໍ່ ຍັງຈະຕ້ອງລໍຖ້າການເກັບກຳຮວບຮວມຂໍ້ມູນ ເພື່ອມາວິເຄາະອີກຄັ້ງໜຶ່ງ.

LEAVE A REPLY

Please enter your comment!
Please enter your name here