ຍອດຜູ້ເສຍຊີວິດຈາກເຮືອຫຼົ້ມນອກຝັ່ງ ຊີຣີ ເພີ່ມຂຶ້ນເປັນ 102 ຄົນ

30

ສຳນັກຂ່າວຊິນຫົວລາຍງານວ່າ ອົງການສັງເກດການເພື່ອສິດທິມະນຸດຊີຣີ ລາຍງານວ່າ: ຍອດຈຳນວນຜູ້ເສຍຊີວິດຈາກເຫດການເຮືອຜູ້ອົບພະຍົບຫຼົ້ມຢູ່ນອກແຄມຝັ່ງ ຊີຣີ ລວມມີ 102 ຄົນ. ໃນຂະນະທີ່ຍັງມີຜູ້ສູນຫາຍ 40 ຄົນ ແລະ ໄດ້ຮັບການຊ່ວຍເຫຼືອຢ່າງປອດໄພ 20 ຄົນ.

May be an image of 6 people, people standing and body of water

ເຮືອດັ່ງກ່າວປະກອບມີຜູ້ອົບພະຍົບຫຼາຍກວ່າ 150 ຄົນ ເຊິ່ງເດີນທາງອອກຈາກ ລີບັງ ເມື່ອວັນທີ 20 ກັນຍາ ເພື່ອມຸ່ງໜ້າໄປຍັງ ເອີຣົບ ແລ້ວເກີດອຸບັດເຫດຫຼົ້ມໃກ້ກັບແຄມຝັ່ງ ເມືອງທາຣາທຸສ ຂອງ ຊີຣີ. ໃນນັ້ນ, ລວມມີຊາວ ລີບັງ, ຊີຣີ ແລະ ປາແລັສຕິນ ເຊິ່ງພວມພະຍາຍາມຫຼົບໜີອອກນອກປະເທດ ເນື່ອງຈາກສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ບັນຫາຄວາມຮຸນແຮງ.

May be an image of 8 people, people standing and body of water