ດີໃຈເດ! ລົງອີກແລ້ວລາຄານ້ຳມັນແອັດຊັງ

122

ນ້ຳມັນທີ່ເປັນໂຕຂັບເຄື່ອນເກືອບທຸກຂະແໜງການທີ່ເປັນເສດຖະກິດ ກະຊວງອຸດສາຫະກຳ ແລະການຄ້າ ໄດ້ແຈ້ງປັບລົງລາຄາອີກແລ້ວ ຊຸດນີ້ມີແຕ່ແອັດຊັງພິແອັດກັບແອັດຊັງທຳມະດາທີ່ຖືກປັບລົງ ສ່ວນກາຊວນຍັງຮັກສາໄວ້ໃນລາຄາເກົ່າ.


ອີງໃສ່ແຈ້ງການຂອງກະຊວງອຸດສາຫະກຳ ແລະການຄ້າ ສະບັບເລກທີ 1303/ອຄ ລົງວັນທີ 28 ກັນຍາ 2022 ວ່າດ້ວຍການປະກາດປ່ຽນແປງລາຄານ້ຳມັນໃນຂອບເຂດທົ່ວປະເທດ ການປັບລົງລາຄານ້ຳມັນເຊື້ອໄຟໃນຄັ້ງນີ້ແມ່ນເລີ່ມມີຜົນນັບແຕ່ເວລາ 06:00 ໂມງຂອງວັນທີ 29 ກັນຍາເປັນຕົ້ນໄປ ໃນນັ້ນໄດ້ປັບຫຼຸດແອັດຊັງພິເສດ 460 ກີບ ແລະແອັດຊັງທຳມະດາ 150 ກີບຕໍ່ລິດ.


ຈາກການປັບຄືດັ່ງກ່າວເຮັດໃຫ້ລາຄານ້ຳມັນແອັດຊັງພິເສດຢູ່ນະຄອນຫຼວງວຽງຈັນໄດ້ປັບລົງຈາກ 24.980 ກີບຕໍ່ລິດມາເປັນ 24.520 ກີບຕໍ່ລິດ, ແອັດຊັງທຳມະດາລົງຈາກ 19.330 ມາເປັນ 19.180 ກີບຕໍ່ລິດ.