ຫຼາຍບ້ານແຂວງພາກໃຕ້ ເກີດນ້ຳຖ້ວມກະທັນຫັນ ຈາກອິດທິພົນຂອງພາຍຸ Noru, ອຸຕຸແຈ້ງມື້ອື່ນຝົນຕົກຍັງໜັກ

175

ວັນທີ 28 ກັນຍາ 2022 ນີ້ ຫຼາຍບ້ານແຂວງພາກໃຕ້ ເກີດນ້ຳຖ້ວມກະທັນຫັນ ເນື່ອງຈາກອິດທິພົນຂອງພາຍຸ Noru. ໃນນີ້, ບັນດາບ້ານທີ່ເກີດນໍ້າຖ້ວມ ທີ່ປະຊາຊົນທ້ອງຖິ່ນໂພສລາຍງານຜ່ານເຟສບຸ໊ກປະກອບມີລະດັບນ້ຳເຊໂດນຢູ່ເທດສະບານເມືອງສາລະວັນ ເລີ່ມລົ້ນຝັ່ງ, ບ້ານວັງຊ້າງ, ເມືອງລະມາມ,ແຂວງເຊກອງ ກໍເກີດນ້ຳຖ້ວມເຈົ້າໜ້າທີ່ໄດ້ຍົກຍ້າຍປະຊາຊົນອອກຈາກເຂດນ້ຳຖ້ວມ, ບ້ານຈະເລີນໄຊ ເມືອງ ຊານໄຊ, ບ້ານມ່ວງ ເມືອງ ສະໜາມໄຊ ແຂວງ ອັດຕະປື ກໍເກີດນ້ຳຖ້ວມ ເຊິ່ງມີ ຄູ ແລະ ນັກຮຽນ ມຕ ຈະເລີນໄຊ ຖືກນໍ້າຖ້ວມ ຕິດຕາຢູ່ໂຮງຮຽງລໍຖ້າຄວາມຊ່ວຍເຫລືອ, ບ້ານດາກໂຈມ,ເມືອງດາກຈຶງ, ແຂວງເຊກອງ ກໍເກີດນໍ້າຖ້ວມນາເຂົ້າຂອງປະຊາຊົນ. ນອກຈາກກໍຍັງມີຫຼາຍບ້ານທີ່ເກີດຖ້ວມກະທັນຫັນ. ດ້ານອຸຕຸຄາດ ພາກໃຕ້ ມື້ນີ້ ຫາ ມື້ອື່ນຝົນຍັງຕົກໜັກ ຫາ ໜັກຫຼາຍ ໂດຍຝົນຕົກຫຸ້ມ 80% ຂອງເນື້ອທີ່.

ນ້ຳເຊໂດນຢູ່ເທດສະບານເມືອງສາລະວັນ ເລີ່ມລົ້ນຝັ່ງ ວັນທີ 28/9/2022

ກົມອຸຕຸນິຍົມ ແລະ ອຸທົກກະສາດ ພະຍາກອນອາກາດແຕ່ເວລາ 12 ຂອງວັນທີ 28 ກັນຍາ ຫາ 12 ໂມງ ວັນທີ 29 ກັນຍາ 2022 ໃຫ້ຮູ້ວ່າ: ພາກກາງ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກ ຫາ ຕົກໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ. ອຸນຫະພູມໃນລະຫວ່າງ 21 – 33 ອົງສາ.

ບ້ານວັງຊ້າງ, ເມືອງລະມາມ,ແຂວງເຊກອງ ກໍເກີດນ້ຳຖ້ວມເຈົ້າໜ້າທີ່ໄດ້ຍົກຍ້າຍປະຊາຊົນອອກຈາກເຂດນ້ຳຖ້ວມ ວັນທີ 28/9/2022

ພາກໃຕ້: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກ ຫາ ຕົກໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 80% ຂອງພາກ. ອຸນຫະພູມໃນລະຫວ່າງ 21-28 ອົງສາ.
ສຳລັບເຂດພູພຽງບໍລະເວນ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມໃນລະຫວ່າງ 14 – 22 ອົງສາ.

ນຳ້ຖ້ວມ ບ້ານມ່ວງ ເມືອງ ສະໜາມໄຊ ແຂວງ ອັດຕະປື ວັນທີ 28/9/2022

ພ້ອມນີ້, ໄດ້ແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາເຂດແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ມີສະຕິລະມັດ ລະວັງຕໍ່ສະພາບຝົນຕົກໜັກ, ລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມອັ່ງ ແລະ ນໍ້າຖ້ວມຊຸ, ຕົ້ນໄມ້, ເສົາໄຟຟ້າ, ແລະ ປ້າຍໂຄສະນາຫັກລົ້ມ, ພ້ອມທັງກະກຽມເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄວ້ບ່ອນທີ່ປອດໄພ

ນໍ້າຖ້ວມນາເຂົ້າຂອງປະຊາຊົນ ບ້ານດາກໂຈມ,ເມືອງດາກຈຶງ, ແຂວງເຊກອງ ວັນທີ 28/9/2022