ທີມຊາດລາວ ຊຸດໃຫຍ່ ເສຍສະຖິຕິຊະນະ ບຣູໄນ ລວດ ຫຼັງຖືກ ບຣູໄນ ບຽດຊະນະຄັ້ງທໍາອິດ

118

ທີມຊາດລາວ ຊຸດໃຫຍ່ ກຽມລົງແຂ່ງຂັນນັດທີ 2 ໃນລາຍການ FIFA DAY ໂດຍກັບເຈົ້າພາບ ໃນວັນທີ 27 ກັນຍາ 2022 ທີ່ສະໜາມ Track and Field Hassanal Bolkiah Sports Complex, ໃນເມືອງ Bandar Seri Begawan ປະເທດບຣູໄນ ເຊິ່ງການແຂ່ງຂັນບານເຕະ FIFA.

ຜ່ານການແຂ່ງຂັນປາກົດວ່າ: ນັດນີ້ ທີມຊາດລາວ ເກີດຄວາມຜິດຈົນເສຍໄປຕູໄປກ່ອນ 0-1 ຕັ້ງແຕ່ຕົ້ນເກມ, ສ່ວນໄລຍະ ເວລາທີ່ເຫຼືອ ທີມຊາດລາວ ຄອງເກມໄດ້ເໜືອກວ່າ ແລະ ມີໂອກາດຍິງຫຼາຍຄັ້ງ ແຕ່ບໍ່ດີພໍທີ່ຈະເປັນປະຕູ ກ່ອນຈົບເກມ ເສຍໄປ 0-1.

ຈາກຜົນດັ່ງກ່າວເຮັດໃຫ້ ທີມຊາດລາວ ຖືກ ບຣູໄນ ລ້າງແຄ້ນໄດ້ສໍາເລັດ ເພາະກ່ອນໜ້ານີ້ ໃນວັນທີ 27 ມີນາ 2022 ທີມຊາດລາວ ເຄີຍເປີດບ້ານເອົາຊະນະ ບຣູໄນ 3-2 ໃນການແຂ່ງຂັນບານເຕະ FIFA DAY ທີ່ ສປປ ລາວ. ນອກນັ້ນ ທີມຊາດລາວ ຍັງເສຍສະຖິຕິຊະນະລວດໄວ້ທີ 10 ນັດ ເພາະກ່ອນໜ້ານີ້ທີ່ພົບກັບ 10 ນັດ ທີມຊາດລາວ ສາມາດເອົາຊະນະໄດ້ທັງໝົດ.