ເຢຍລະມັນ ບັນລຸຂໍ້ຕົກລົງຊື້ແກ໊ສແຫຼວຈາກ UAE

28

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 26 ກັນຍາ 2022 ວ່າ ສະຫະລັດອາຣັບເອເມເຣັດ ( UAE ) ຈະຈັດສົ່ງ ແກ໊ສທຳມະຊາດແຫຼວໃນປະລິມານ 130.000 ແມັດກ້ອນ ໃຫ້ເຢຍລະມັນ ໃນທ້າຍປີນີ້.

May be an image of 3 people and people standing

ທັງນີ້, ໃນໂອກາດເດີນທາງຢ້ຽມຢາມ UAE ຂອງນາຍົກລັດຖະມົນຕີເຢຍລະມັນ, ປະທານາທິບໍດີ UAE ແລະ ນາຍົກລັດຖະມົນຕີເຢຍລະມັນ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມການຮ່ວມມືຄັ້ງສຳຄັນ ເພື່ອຂັບເຄື່ອນການຮ່ວມມືຄວາມປອດໄພດ້ານພະລັງງານ, ການຫຼຸດຜ່ອນການປ່ອຍຄາບອນ ແລະ ການຕໍ່ສູ້ກັບການປ່ຽນແປງດິນຟ້າອາກາດ.

ຂໍ້ຕົກລົງດັ່ງກ່າວ ມີເນື້ອໃນສຳຄັນລະບຸວ່າ: ບໍລິສັດນ້ຳມັນແຫ່ງຊາດອາບູດາບີ ຂອງ UAE ຈະສະໜອງແກ໊ສທຳມະຊາດແຫຼວ ( LNG ) ໃນປະລິມານ 137.000 ແມັດກ້ອນ ໃຫ້ແກ່ ບໍລິສັດ RWE ຂອງເຢຍລະມັນ ດ້ວຍການຂົນສົ່ງທາງເຮືອໃນທ້າຍປີນີ້, ຫຼັງຈາກນັ້ນຈະສະໜອງໃຫ້ແກ່ບໍລິສັດດ້ານພະລັງງານອີກຫຼາຍແຫ່ງຂອງ ເຢຍລະມັນ ໃນປີ 2023.

May be an image of 4 people and people standing

ທັງນີ້, ເຢຍລະມັນ ໄດ້ໃຊ້ທຸກຄວາມພະຍາຍາມ ເພື່ອຫາແຫຼ່ງພະລັງງານອື່ນມາທົດແທນແຫຼ່ງພະລັງງານຈາກ ຣັດເຊຍ ເພື່ອໃຫ້ຢູ່ລອດໃນໄລຍະລະດູໜາວຈະເຖິງນີ້, ຫຼັງຈາກທີ່ບໍລິສັດແກ໊ສປຣອມຂອງ ຣັດເຊຍ ໄດ້ຢຸດຕິສົ່ງແກ໊ສໃຫ້ ອີຢູ ຢ່າງບໍ່ມີກຳນົດ.