ເສດຖະກິດໂລກ ຈະຂະຫຍາຍຕົວພຽງ 2,2% ໃນປີໜ້າ

50

ສຳນັກຂ່າວ ເອເອັຟພີ ລາຍງານໃນວັນທີ 26 ກັນຍາ 2022 ວ່າ ອົງການເພື່ອຄວາມຮ່ວມມື ແລະ ການພັດທະນາເສດຖະກິດ ( OECD ) ໄດ້້ອອກບົດລາຍງານ ລະບຸວ່າ: ເສດຖະກິດໂລກຈະຂະຫຍາຍຕົວ 3% ໃນປີນີ້ ແຕ່ປີໜ້າຈະຫຼຸດລົງເຫຼືອພຽງ 2,2% ຈາກ 2,8% ທີ່ຄາດການໄວ້ໃນເດືອນມິຖຸນາຜ່ານມາ ໂດຍໄດ້ຮັບຜົນກະທົບຈາກຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ ໄດ້ສ້າງ ຄວາມກົດດັນໃຫ້ອັດຕາເງິນເຟີ້ທົ່ວໂລກເພີ່ມຂຶ້ນອີກ, ໃນຂະນະດຽວກັນການປັບຂຶ້ນອັດຕາເງິນເຟີ້ຂອງທະນາຄານກາງໃນຫຼາຍປະເທດ ເພື່ອຄວບຄຸມເງິນເຟີ້ ບວກກັບສະຖານະການໂຄວິດ – 19 ກໍຍັງສົ່ງຜົນກະທົບຕໍ່ການຂະຫຍາຍຕົວເສດຖະກິດໂລກເຊັ່ນດຽວກັນ.

May be an image of 1 person, standing and screen

ໂອອີຊີດີ ລະບຸວ່າ: ຕົວຊີ້ວັດຈຳນວນໜຶ່ງໄດ້ຫຼຸດລົງ ໄດ້ສົ່ງຜົນຕໍ່ການເຕີບໂຕດ້ານເສດຖະກິດມືດມົນລົງ, ຂະນະທີ່ການເຕີບໂຕຂອງເສດຖະກິດໂລກ ໄດ້ຢຸດສະຫງັກລົງໃນໄຕມາດ 2 ຂອງປີນີ້ ແລະ ການຊະລໍຕົວຈະຂະຫຍາຍອອກສູ່ເກືອບທຸກປະເທດໃນໂລກ.

ໂອອີຊີດີ ຄາດການວ່າ: ເສດຖະກິດຂອງກຸ່ມປະເທດ ຈີ 20 ຖືກປັບຫຼຸດລົງໃນປີໜ້າ, ຂະນະທີ່ເສດຖະກິດສະຫະລັດອາເມຣິກາ ມີທ່າອ່ຽງຈະຊະລໍຕົວລົງ 0,5% ໃນປີໜ້າ, ສ່ວນເສດຖະກິດຈີນ ທີ່ໄດ້ຮັບຜົນກະທົບຈາກມາດຕະການຄວບຄຸມໂຄວິດ – 19 ຄາດວ່າຈະຂະຫຍາຍຕົວ 3,2% ໃນປີນີ້ ແລະ ເພີ່ມຂຶ້ນ 4,7% ໃນປີໜ້າ.

May be an image of standing and text

ໃນຂະນະທີ່ເສດຖະກິດເຢຍລະມັນ ຄາດວ່າ: ຈະເຂົ້າສູ່ສະພາວະທົດຖອຍໃນປີໜ້າ, ຈາກຄາດວ່າຈະຂະຫຍາຍຕົວ 2,4% ໃນການຄາດການຄັ້ງຜ່ານມາ, ສ່ວນເສດຖະກິດເອີໂຣໂຊນ ໂດຍລວມຄາດວ່າຈະຂະຫຍາຍຕົວພຽງ 0,3% ໃນປີໜ້າ.