ຕິດຕາມເປົ້າໝາຍຢືດໄດ້ລົດສອງຄັນທີ່ລັກລອບນຳເຂົ້າ

117

ເຈົ້າໜ້າທີ່ພະຍາຍາມປຸກລະດົມປະຊາຊົນລາວບັນດາເຜົ່າໃຫ້ພ້ອມພຽງໃຈກັນຊື້ ແລະນຳໃຊ້ ພາຫະນະທີ່ນຳເຂົ້າຢ່າງຖືກກົດໝາຍ ເພື່ອບໍ່ເປັນການສົ່ງເສີມກຸ່ມຄົນສວຍໂອກາດລັກລອບນຳເຂົ້າລົດໜີພາສີ ທັງຫຼຸດຜ່ອນຂະບວນການລັກລົດເພື່ອມາຂາຍຕໍ່ ແຕ່ເຫັນວ່າຍັງມີຄົນຈຳນວນໜຶ່ງສະແຫວງຫາເພື່ອມາຊົມໃຊ້ ທັງຍັງມີຜູ້ລັກນຳເຂົ້າມາເພື່ອສະໜອງໃຫ້ຢູ່.

ຫຼ້າສຸດໃນວັນທີ 25 ກັນຍາ 2022 ຜ່ານມານີ້, ເຈົ້າໜ້າທີ່ພາສີ ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ກົມພາສີ ກະຊວງການເງິນ, ໄດ້ປະຕິບັດໜ້າທີ່ຕາມສາຍຂ່າວ, ເພື່ອຕິດຕາມລົດເປົ້າ ໝາຍຈໍານວນ 2 ຄັນ; ລົດຈິບ TOYOTA Lexus LX570 ສີດໍາ ພວງມະໄລຊ້າຍ ແລະ ລົດກະບະ TOYOTA hilux revo ພວງມະໄລຊ້າຍ.

ຊຶ່ງຮອດເວລາ 9:00 ໂມງຂອງວັນດຽວກັນ, ເຈົ້າໜ້າທີ່ພາສີ ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ໄດ້ສົມທົບກັບເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ, ປະ ຈຳຢູ່ປ້ອມຖະໜົນລ້ານຊ້າງ, ໄດ້ພົບເຫັນລົດດັ່ງກ່າວ ແລະ ໄດ້ດຳເນີນການກວດກາ-ກວດລົດ, ກວດກາເອກະສານຕົວຈິງ, ເຫັນວ່າລົດຄັນດັ່ງກ່າວບໍ່ມີປ້າຍທະບຽນ, ບໍ່ມີເອກະສານຢັ້ງຢືນ ແລະ ນໍາເຂົ້າບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

ດັ່ງນັ້ນ, ເຈົ້າໜ້າ ພສປ ຈຶ່ງໄດ້ດຳເນີນການຢຶດລົດຈໍານວນ 2 ຄັນດັ່ງກ່າວ, ເພື່ອດຳເນີນການສືບສວນ-ສອບສວນ ແລະ ດຳເນີນຄະດີຕາມລະບຽບການ,ຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ, ສ່ວນລາຍລະອຽດຈະເປັນແນວໃດນັ້ນທາງທິມຂ່າວກະຊວງການເງິນຈະລາຍງານເພີ່ມເຕີມຕາມພາຍຫຼັງ.