ຄະນະນຳອົງການກາແດງແຫ່ງຊາດລາວ ເຂົ້າຮ່ວມກອງປະຊຸມວ່າດ້ວຍການຫຼຸດຜ່ອນຄວາມສ່ຽງໄພພິບັດ ທີ່ອົດສະຕຣາລີ

32

ໃນລະຫວ່າງວັນທີ 19-22 ກັນຍາ 2022 ຜ່ານມານີ້ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີພາກພື້ນອາຊີ-ປາຊີຟິກ ວ່າດ້ວຍການຫຼຸດຜ່ອນຄວາມສ່ຽງໄພພິບັດ ທີ່ບຣິດເບີນ ປະເທດອົດສະຕຣາລີ ພາຍໃຕ້ຫົວຂໍ້: ຈາກວິກິດການໄປສູ່ການປັບຕົວ, ການຫັນປ່ຽນອານາຄົດຂອງພາກພຶ້ນອາຊີ-ປາຊີຟິກດ້ວຍການຫຼຸດຜ່ອນຄວາມສ່ຽງຕໍ່ໄພພິບັດ ໂດຍການເປັນເຈົ້າພາບຂອງລັດຖະບານອົດສະຕຣາລີ ຮ່ວມກັບອົງການສະຫະປະຊາຊາດ ເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດ

ເຊິ່ງກອງປະຊຸມໄດ້ເນັ້ນເຖິງການເພີ່ມຂຶ້ນຂອງຄວາມຖີ່ ແລະ ຄວາມຮ້າຍແຮງຂອງໄພພິບັດໃນປະເພດຕ່າງໆ ລວມທັງການລະບາດຂອງພະຍາດໃນບັນດາປະເທດອາຊີ-ປາຊີຟິກ, ການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນກ່ຽວກັບນະວັດຕະກຳໃໝ່, ວີທີການແກ້ໄຂເພື່ອຫລູດຜ່ອນຄວາມສ່ຽງໄພພິບັດ, ຄວາມກຽມພ້ອມຕອບໂຕ້ກັບໄພພິບັດ ແລະ ການລະບາດຂອງພະຍາດ ຂອງແຕ່ລະພາກສ່ວນລວມທັງພາກລັດ, ເອກະຊົນ, ອົງການຈັດຕ້ັງທາງສັງຄົມ, ຊຸມຊົນ ແລະ​ ຄູ່ຮ່ວມພັດທະນາສາກົນຕ່າງໆ ເພື່ອເລັ້ງໃສ່ປະຕິບັດແຜນງານເຊັນໄດກ່ຽວກັບການຫຼຸດຜ່ອນຄວາມສ່ຽງໄພພິບັດ 2015-2030, ໃນກອງປະຊຸມມີຄະນະຜູ້ແທນຕ່າງໜ້າຈາກບັນດາປະເທດຕ່າງໆໃນພາກພື້ນອາຊີ-ປາຊີຟິກ, ອົງການກາແດງ ແລະ ຊີກວົງເດືອນແດງແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ທາງສັງຄົມປະຈຳພາກພື້ນເຂົ້າຮ່ວມ 3.500 ກວ່າຄົນ ຈາກ 58 ປະເທດ.

ອົງການກາແດງແຫ່ງຊາດລາວ ແມ່ນອົງການຈັດຕັັ້ງທາງສັງຄົມຂອງ ສປປ ລາວ ທີ່ເຄື່ອນໄຫວວຽກງານມະນຸດສະທຳຢ່າງກວ້າງຂວາງ ໂດຍສະເພາະແມ່ນການກູ້ໄພສຸກເສີນ-ຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ໃນກໍລະນີເກີດມີໄພພິບັດ ຫຼື ການລະບາດຂອງພະຍາດ ໂດຍມີການຮ່ວມມືກັບກາແດງປະເທດເພື່ອນມິດ ແລະ ອົງການກາແດງ ແລະ ຊີກວົງເດືອນແດງສາກົນ.

ຮູບປະກອບຜົນເສຍຫາຍຈາກນ້ຳຖ້ວມຢູ່ແຂວງອຸດົມໄຊເດືອນສິງຫາ 2022

ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ໄດ້ເປັນໂອກາດອັນດີທີ່ໄດ້ຖອດຖອນບົດຮຽນນຳເອົາຄວາມຮູ້ໃໝ່ມາປັບປຸງຍຸດທະສາດກໍຄືແຜນປະຕິບັດງານຂອງຕົນເພື່ອສ້າງຄວາມເຂັ້ມແຂງໃນວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ກຽມພ້ອມຮັບມືກັບການລະບາດຂອງພະຍາດ ຢູ່ ສປປ ລາວ ຮ່ວມກັບຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດກໍ່ຄືຂະແໜງການຕ່າງໆຂອງລາວ.