ຜູ້ຊ່ວຍອຳນວຍການ ພ້ອມດ້ວຍທີມງານ ບໍລິສັດ ຫຼັກຊັບເອພີເອັມລາວ ຢ້ຽມຢາມ ບໍລິສັດ ຈີອາອີ ລາວ

37

ທ່ານ ສຸລິຍາ ທຳທີຣະ ຜູ້ຊ່ວຍອຳນວຍການ ພ້ອມດ້ວຍທີມງານ ບໍລິສັດ ຫຼັກຊັບເອພີເອັມລາວ ຈຳກັດ​(APMLAO) ຢ້ຽມຢາມ ບໍລິສັດ ຈີອາອີ ລາວ ຈຳກັດຜູ້ດຽວ (GRE) ສາຂາບ້ານເກີນໃຕ້, ເມືອງທຸລະຄົມ ແຂວງວຽງຈັນ ຜະລິດ ແລະ ຕິດຕັ້ງນ້ຳປາ ໂດຍມີຫົວໜ້າຝ່າຍຜະລິດຂອງບໍລິສັດ ໃຫ້ການຕ້ອນຮັບ ແລະ ນຳພາລົງຢ້ຽມຢາມສະຖານທີ່ການຜະລິດຕົວຈິງ ເພື່ອໃຫ້ເຫັນເຖິງຂັ້ນຕອນ ແລະ ຂະບວນການຜະລິດຕ່າງໆລວມໄປເຖິງການຕິດຕັ້ງ.

ສຳລັບການຢ້ຽມຢາມ​ ທ່ານຜູ້ຊ່ວຍອຳນວຍການ ພ້ອມດ້ວຍທີມງານ ບໍລິສັດ ຫຼັກຊັບເອພີເອັມລາວ​ ເດີນທາງຢ້ຽມຢາມໃນວັນທີ 22 ກັນຍາ 2022 ທີ່ຜ່ານມາ.