ທຸ່ມທຶນສ້າງສູນກິລາໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ

193

ໃນວັນທີ 23 ກັນຍາ 2022 ທີ່ ສະໜາມບິນສາກົນແຂວງບໍ່ແກ້ວ ໄດ້ມີພິທີວາງສີລາລຶກ ໂຄງການກໍ່ສ້າງສູນກິລາເຂດເສດຖະກິດພິເສດ ສາມຫຼ່ຽມຄຳ. ໃຫ້ກຽດເຂົ້່າຮ່ວມໂດຍ ທ່ານ ຄຳພະຍາ ພົມປັນຍາ ຮອງເຈົ້າແຂວງ ແຂວງບໍ່ແກ້ວ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ທ່ານ ບຸນທອງ ແສງສີກອງ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງ ບໍ່ແກ້ວ ແລະ ທ່ານ ວັນດີ ທຳມະວົງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນອກນັ້ນຍັງມີບັນດາການນຳຈາກຂັ້ນເມືອງ-ແຂວງ ແລະ ກຸ່ມບໍລິສັດ ດອກງີ້ວຄຳ ຕະຫລອດຮອດບັນດານັກລົງທຶນ ແລະ ແຂກທີ່ຖືກເຊີນກໍໃຫ້ກຽດເຂົ້າຮ່ວມ.


ໂຄງການກໍ່ສ້າງສູນກິລາເຂດເສດຖະກິດພິເສດສາມຫຼ່ຽມຄຳ ມີເນື້ອທີ່ການກໍ່ສ້າງທັງໝົດແມ່ນ 30 ເຮັກຕາ, ເນື້ອທີ່ໃນການກໍ່ສ້າງໂຄງການແມ່ນ 150.000 ຕາແມັດ ແຜນການກໍ່ສ້າງໃນໄລຍະທີ 1 ຈະສ້າງສະໜາມກິລາຄົບວົງຈອນ ມີເນື້ອທີ່ກໍ່ສ້າງແມ່ນ 10.000 ຕາແມັດ, ສາມາດບັນຈຸຄົນໄດ້ປະມານ 3.000 ຫາ 3.500 ຄົນ ພ້ອມດ້ວຍສະຖານທີ່ສູນການຄ້າ, ລານຈອດລົດ ແລະ ສະຖານທີ່ບໍລິການອື່ນໆ.

ສະໜາມກິລາແຫ່ງນີ້ສາມາດຈັດງານແຂ່ງຂັນທີ່ແຕກຕ່າງກັນເຊັ່ນ: ບານບ້ວງ, ບານສົ່ງ ແລະ ເທນນິສ, ນອກນັ້ນຍັງມີສະໜາມກິລາບານເຕະອາຊີບທີ່ໄດ້ຮັບມາດຕະຖານ FIFA ແລະ ການແຂ່ງຂັນບານເຕະລະດັບສາກົນ, ແຜນການກໍ່ສ້າງໃນໄລຍະທີ 2 ແມ່ນ ມີແຜນສ້າງສະຫນາມກິລາທີ່ມີເນື້ອທີທັງໝົດ 90.000 ຕາເເມັດ ພາຍໃນສະຫນາມກິລາສາມາດບັນຈຸຈໍານວນຄົນ 2000-2500 ຄົນ. ພາຍໃນປະກອບດ້ວຍ ສະລອຍນ້ຳທີມີເນື້ອທີ່ທັງໝົດ 10,000 ຕາເເມັດ ເເລະ ສາມາດບັນຈຸຈຳນວນຄົນໄດ້ເຖິ່ງ 3000-3500ຄົນ ແລະ ຍັງມີໂຮງແຮມ,ຮ້ານຄ້າ ແລະ ພື້ນທີ່ອາຄານ ແມ່ນປະມານ 40.000 ຕາແມັດ.

ສູນກິລາດັ່ງກ່າວ ມີການວາງເເຜນອອກເເບບສະຫນາມກິລາທີ່ຫຼາກຫຼາຍປະເພດ, ພື້ນທີ່ສ່ວນໃຫຍ່ຈະເນັ້ນໃຫ້ເປັນ ພື້ນທີ່ສີຂຽວ ແບບສວນສາທາລະນະ. ນອກຈາກນັ້ນ ຍັງມີການວາງເເຜນສ້າງສະຖານທີ່ກິດຈະກຳຕ່າງໆສຳຫຼັບເດັກນ້ອຍ ພ້ອມດ້ວຍສວນນ້ຳເເບບບໍ່ໃຊ້ພະລັງງານໄຟຟ້າ, ເວທີການສະເເດງກາງເເຈ້ງ ເເລະ ອື່ນໆ ເພື່ອສາມາດຕອບສະຫນອງຄວາມຕ້ອງການຂອງທຸກເພດໄວ.

ການວາງເເຜນ ເເລະ ການກໍ່ສ້າງສູນກິລາຍັງເໝາະສົມກັບການດຳເນີນການພັດທະນາດ້ານວັດທະນະທຳ ເເລະ ການສະຖານທີ່ບັນເທີງຕະຫຼອດຮອດການດຳເນີນທຸລະກິດແມ່ນເປັນພື້ນຖານອຳນວຍຄວາມສະດວກໄດ້ສ້າງເງື່ອນໄຂໃຫ້ແກ່ການດຳເນີນທຸລະກິດ ເຊັ່ນ ສະຖານທີ່ບັນເທີງທາງດ້ານວັດທະນະທຳ – ການຄ້າ ຈະຖືກສ້າງຂື້ນໃນສະຖານທີ່ດຽວກັນ ພ້ອມກັນນັ້ນ, ຍັງວາງແຜນ ແລະ ດຳເນີນການ ງານວາງສະແດງສີນຄ້າ, ງານວາງສະແດງລົດຍົນ, ງານວາງສະແດງການສຶກສາ, ງານວາງສະແດງກິລາ. ພ້ອມຍົກສູງພື້ນຖານເສດຖະກິດຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳໃຫ້ດີຂຶ້ນເປັນກ້າວໆ.