ອີຢູ ໃຊ້ງົບປະມານມະຫາສານ ປະຄອງວິກິດພະລັງງານ

35

ສຳນັກຂ່າວຣອຍເຕີ ລາຍງານວ່າ ບັນດາປະເທດສະມາຊິກສະຫະພາບເອີຣົບ ( ອີຢູ ) ໄດ້ຈັດສັນງົບປະມານເພື່ອບັນເທົາຄວາມເດືອດຮ້ອນຂອງປະຊາຊົນທີ່ກຳລັງປະເຊີນກັບວິກິດພະລັງງານໃນຂະນະນີ້ ໂດຍລັດຖະບານໄດ້ເຂົ້າໄປຄວບຄຸມລາຄາແກັສທຳມະຊາດ, ໄຟຟ້າ, ລວມທັງຫຼຸດພາສີ ແລະ ໃຫ້ເງິນອຸດໜູນແກ່ປະຊາຊົນ ແລະ ພາກທຸລະກິດ ເພື່ອຄວາມຢູ່ລອດຂອງພາກທຸລະກິດ.

No photo description available.

ນອກຈາກນີ້, ລັດຖະບານຂອງຫຼາຍປະເທດ ຍັງເຂົ້າໄປຄວບຄຸມກິດຈະການພະລັງງານທີ່ບໍ່ສາມາດແບກຮັບ ຄວາມເສຍຫາຍຕໍ່ໄປໄດ້ ຢ່າງກໍລະນີຫຼ້າສຸດ ລັດຖະບານເຢຍລະມັນ ໄດ້ປະກາດເຂົ້າຖືຫຸ້ນ 99% ຂອງບໍລິສັດ ຢູນີເປີ ເຊິ່ງເປັນບໍລິສັດຜູ້ນຳເຂົ້າແກັສລາຍໃຫຍ່ຂອງປະເທດດ້ວຍວົງເງິນ 29 ພັນລ້ານເອີໂຣ ເພື່ອໂອນກິດຈະການທັງໝົດຂອງບໍລິສັດ ຢູນີເປີ ມາເປັນຂອງລັດ.

May be an image of 1 person and text that says 'uni per'

ນັບແຕ່ເກີດຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູ   ແກຣນ ຢູນີເປີ ຕ້ອງປະເຊີນກັບຂາດທຶນສູງເຖິງ 8.500 ລ້ານເອີໂຣ ແລະ ປັດຈຸບັນຍັງແບກຫາບພາລະການຂາດທຶນສູງເຖິງ 100 ລ້ານເອີໂຣຕໍ່ວັນ, ສາເຫດຫຼັກມາຈາກການທີ່ ຣັດເຊຍ ໄດ້ຫຼຸດປະລິມານການສົ່ງແກ໊ສລົງເປັນຈຳນວນຫຼວງຫຼາຍ ເຮັດໃຫ້ລາຄາພະລັງງານໃນ ອີຢູ ເພີ່ມສູງຂຶ້ນຫຼາຍເທົ່າ, ຂະນະທີ່ບໍລິສັດບໍ່ສາມາດສົ່ງແກັສໄປຍັງຜູ້ບໍລິໂພກໄດ້ ເນື່ອງຈາກລັດຖະບານເຂົ້າຄວບຄຸມເພດານລາຄາພະລັງງານ.