ຈີນ ສ້າງຫ້ອງປະຕິບັດການ neutrino ເລິກ 700 ແມັດ ຫວັງໄຂປິດສະໜາຈັກກະວານ

76

ສຳນັກຂ່າວຊິນຫົວລາຍງານວ່າ ໂຄງການກໍ່ສ້າງຫ້ອງປະຕິບັດການອະນຸພາກ ນິວຕຣີໂນ ( neutrino ) ແຫ່ງສຳຄັນຂອງຈີນ ຖືກສ້າງຂຶ້ນເລິກລົງໄປໃຕ້ດິນ 700 ແມັດ ທີ່ເມືອງຈຽງເໝີນ ແຂວງກວາງຕຸ້ງ ຫວັງຊ່ວຍໄຂປິດສະໜາຂອງຈັກກະວານ.

May be an image of indoor

ທັງນີ້, ເຊື່ອກັນວ່າ ນິວຕຣີໂນ ມີຄວາມສຳຄັນຕໍ່ການໄຂຄວາມກະຈ່າງແຈ້ງກ່ຽວກັບຄວາມເລິກລັບບາງຢ່າງຂອງຈັກກະວານ ແລະ ເປັນໜຶ່ງໃນອະນຸພາກມູນຖານທີ່ມີຈຳນວນຫຼາຍທີ່ສຸດ ແຕ່ມີຄວາມຮັບຮູ້ ແລະ ເຂົ້າໃຈໜ້ອຍທີ່ສຸດ ໂດຍຈຳເປັນຕ້ອງມີການສ້າງມວນຂຶ້ນມາ ເພື່ອສ້າງຄວາມເຂົ້າໃຈວິທີການເຮັດວຽກຂອງມັນ.

No photo description available.

ທ່ານ ເຫີ ໝຽວ ນັກວິໄຈຈາກສະຖາບັນຟີຊິກພະລັງງານສູງຂອງສະຖາບັນວິທະຍາສາດຂອງຈີນ ກ່າວວ່າ: ຫ້ອງປະຕິບັດການດັ່ງກ່າວຖືກສ້າງຂຶ້ນເລິກລົງໄປໃຕ້ດິນ 700 ແມັດ ເນື່ອງຈາກເທິງໜ້າດິນມີລັງສີ ຄອສມິກຮຸນແຮງ ເຊິ່ງຈະຜະລິດສັນຍານນິວຕຣີໂນຫຼອກ ແລະ ລົບກວນການກວດຈັບນິວຕຣີໂນ ເຊິ່ງຄວາມເລິກ 700 ແມັດ ຈາກໃຕ້ດິນຊ່ວຍຫຼຸດຜ່ອນ ຄວາມເຂັ້ມຂອງລັງສີຄອສມິກລົງໄດ້ 1 ແສນເທົ່າ ໂດຍຄາດວ່າຫ້ອງປະຕິບັດການດັ່ງກ່າວນີ້ ຈະເປີດນຳໃຊ້ໃນປີ 2024.