ກຳປູເຈຍ ປະກາດປັບຂຶ້ນຄ່າແຮງງານຂັ້ນຕ່ຳໃນອຸດສາຫະກຳຕັດຫຍິບ

17

ສຳນັກຂ່າວຊິນຫົວລາຍງານວ່າ ລັດຖະມົນຕີກະຊວງແຮງງານຂອງກຳປູເຈຍ ເປີດເຜີຍວ່າ ລັດຖະບານໄດ້ຕັດສິນໃຈປັບຂຶ້ນຄ່າແຮງງານຂັ້ນຕ່ຳຄັ້ງໃໝ່ ສຳລັບແຮງງານໃນອຸດສາຫະກຳຕັດຫຍິບເຄື່ອງນຸ່ງຫົ່ມ, ເກີບ ແລະ ກະເປົາເດີນທາງ ໂດຍມີຜົນຕັ້ງແຕ່ວັນທີ 1 ມັງກອນ 2023 ໂດຍປັບຂຶ້ນ 3,09%, ຈາກ 194 ໂດລາສະຫະລັດຕໍ່ເດືອນ ເປັນ 200 ໂດລາສະຫະລັດຕໍ່ເດືອນ.

May be an image of 5 people, people standing and text that says 'DON'T WORRY BFu'

ທັງນີ້, ຫຼັງຈາກທີ່ສະພາແຫ່ງຊາດ, ກຸ່ມຜູ້ຜະລິດ ແລະ ສະຫະພາບແຮງງານໄດ້ປຶກສາຫາລືກັນ ແລະ ເຫັນດີປັບຂຶ້ນຄ່າແຮງງານຂັ້ນຕ່ຳເປັນ 198 ໂດລາສະຫະລັດຕໍ່ເດືອນ ແຕ່ລັດຖະບານໄດ້ເຫັນດີໃຫ້ປັບຂຶ້ນເປັນ 200 ໂດລາສະຫະລັດຕໍ່ເດືອນ. ນອກຈາກນີ້, ແຮງງານໃນອຸດສາຫະກຳເຫຼົ່ານີ້ ຍັງຈະໄດ້ຮັບສະຫວັດດີການອື່ນໆອີກ ປະມານ 21 – 32 ໂດລາສະຫະລັດ ເຊັ່ນ: ຄ່າເດີນທາງ, ຄ່າທີ່ພັກອາໄສ ແລະ ໂບນັດຕາມໜ້າວຽກຕົວຈິງ.

May be an image of 2 people

ປັດຈຸບັນ ອຸດສາຫະກຳຕັດຫຍິບເຄື່ອງນຸ່ງຫົ່ມ, ເກີບ ແລະ ກະເປົາເດີນທາງ ເປັນອຸດສາຫະກຳທີ່ສ້າງລາຍຮັບເປັນເງິນຕາຕ່າງປະເທດໃຫ້ແກ່ ກຳປູເຈຍ ເຊິ່ງປັດຈຸບັນກຳປູເຈຍ ມີໂຮງງານຕັດຫຍິບຂະໜາດໃຫຍ່, ກາງ ແລະ ຂະໜາດນ້ອຍ ປະມານ 1.100 ແຫ່ງ, ມີພະນັກງານກຳມະກອນຫຼາຍກວ່າ 750.000 ຄົນ ເຊິ່ງສ່ວນໃຫຍ່ເປັນເພດຍິງ.