ເອກອັກຄະລັດຖະທູດລາວ ປະຈຳ ບຣູໄນ ຕ້ອນຮັບ ທີມຊາດລາວ ພ້ອມຈະໄປເຊຍເຖິງສະໜາມ

63

ທ່ານ ນາງ ແສງດາວັນ ວົງໄຊ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ບຣູໄນ ໄດ້ຈັດງານລ້ຽງຕ້ອນຮັບ ທີມຊາດລາວ ຊຸດໃຫຍ່ ຢ່າງອົບອຸ່ນໃນຄໍ່າຄືນຂອງວັນທີ 25 ກັນຍາ 2022 ທີ່ສະຖານທູດແຫ່ງ ສປປ ລາວ ປະຈໍາບຣູໄນ

ພິທີດັ່ງກ່າວ ທ່ານ ປະສາດໄຊ ພິລາພັນເດຊ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ ທັງເປັນຫົວໜ້າຄະນະນໍາທີມຊາຍກໍໄດ້ມອບເສຶ້ອຂອງທີມຊາດລາວ ໃຫ້ກັບ ທ່ານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ບຣູໄນ ເພື່ອເປັນຂອງທີ່ລະນຶກ ລວມເຖິງຄະນະຄູຝຶກ ແລະ ນັກເຕະທີມຊາດລາວ ກໍຕ່າງຂໍຂອບໃຈໃນການຕ້ອນຮັບຄັ້ງນີ້.

ຂະນະດຽວກັນ ທ່ານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ບຣູໄນ ກໍຍັງໄດ້ຍ້ອງຍໍຊົມເຊີຍ ແລະ ພ້ອມຈະເດີນທາງໄປໃຫ້ກໍາລັງໃຈທີມຊາດລາວ ທີ່ຈະພົບກັບ ເຈົ້າພາບ ບຣູໄນ ເວລາ 15:00 ໂມງລາວ ຂອງວັນທີ 27 ກັນຍາ 2022 ໃນການແຂ່ງຂັນ FIFA DAY ທີ່ສະໜາມ Track and Field Hassanal Bolkiah Sports Complex, ໃນເມືອງ Bandar Seri Begawan ປະເທດບຣູໄນ.

ຂະນະທີ່ ບຸນພະຈັນ ບຸນກອງ ກອງໜ້າຫົວໜ້າທີມ ແລະ ພິທັກ ກອງມາທິລາດ ກອງກາງ ທີມຊາດລາວ ຊຸດໃຫຍ່ ກໍຕາງໜ້າ ທີມຊາດລາວ ກ່າວຂອບໃຈຕໍ່ ທ່ານ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ບຣູໄນ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສັນຍາວ່າຈະເຮັດໃຫ້ດີທີ່ສຸດ ໃນນັດທີ່ຈະພົບກັບ ເຈົ້າພາບ ບຣູໄນ ເພື່ອຍາດໄຊຊະນະມາໃຫ້ໄດ້.

ຂ່າວ-ຮູບ: Larh Creators ລາຍງານຈາກປະເທດບຣູໄນ