ຈັດສົ່ງແຮງງານໄປເກົາຫຼີຕື່ມ 40 ຄົນ ຂໍໃຫ້ທຸກຄົນໂຊກດີກັບມາພ້ອມລາຍໄດ້ ແລະປະສົບການ

57

ຄວາມຕ້ອງການແຮງງານຈາກ ສ.ເກົາຫຼີຍັງມີມາຕະຫຼອດຫຼ້າສຸດນີ້ຈັດສົ່ງໄປອີກ 40 ຄົນສຳລັບຜູ້ໄປເຮັດວຽກໄລຍະຍາວ 3-5 ປີ ຫວັງວ່າທຸກຄົນທີ່ໄດ້ຮັບເລືອກໄປຈະໄດ້ປະສົບການດີໆກັບລາຍໄດ້ທີ່ດີກັບຄືນມາພັດທະນາບ້ານເກີດເມືອງນອນຫຼັງຈາກສິ້ນສຸດສັນຍາແຮງງານທີ່ນັ້ນ.


ຕາມລາຍງານຂອງສູນ eps Lao ນີ້ເປັນການຈັດສົ່ງແຮງງານລາວ ທີ່ຈະເດີນທາງໄປເຮັດວຽກຢູ່ທີ່ປະເທດເກົາຫລີໃຕ້ ຄັ້ງທີ 32 ທັງໝົດຈຳນວນ 40 ຄົນ , ຍິງ 3 ຄົນ , ຄັ້ງໄດ້ອອກເດີນທາງຄັ້ງວັນທີ 19 ກັນຍາ 2022 , ໂດຍຜ່ານການສອບເສັງຄັດເລື້ອກ ຂອງລະບົບ EPS ສຳລັບຜູ້ທີ່ກວດ PCR ບໍ່ຜ່ານຈຳນວນ 2 ຄົນແມ່ນຈະຖືກຈັດສົ່ງໃນຮອບຕໍ່ໄປ.

ທຸກວັນນີ້ມີມິດສາຊີບຫຼາຍຮູບແບບຢ່າລືມພິຈາລະນາໃຫ້ດີ ເພາະການໄປເຮັດວຽກຢູ່ຕ່າງປະເທດບໍ່ງ່າຍດັ່ງທີ່ຄິດ ຈິ່ງແນະນຳໃຫ້ໄປໃຫ້ຖືກຕາມລະບຽບກົດໝາຍ ຕາມຂະບວນການຈັດສົ່ງໂດຍກົງ ເພື່ອຄວາມປອດໄພຂອງຕົວທ່ານເອງ ບໍ່ໃຫ້ຖືກຂະບວນການຕົວະຕົ້ມເສຍເງິນແຕ່ບໍໄດ້ໄປເຮັດວຽກ ຫຼື ໄປແຕ່ຖືກຄ້າມະນຸດ.


ຫາກທ່ານໃດສົນໃຈຢາກຈະເດີນທາງໄປເຮັດວຽກຢູ່ທີ່ປະເທດເກົາຫລີໄຕ້ ແມ່່ນສາມາດຕີດຕໍ່ຫາສູນບໍລິການຈັດຫາງານ EPS LAOS ຫລື ກົມແຮງງານແລະສະຫວັດດີການສັງຄົມໂທ 021220013 ເພື່ອສອບຖາມຂໍໍ້ມູນຄວາມເປັນຈີງ.