ຄາດປີ 2023 ຈະມີຫົວໜ່ວຍທຸລະກິດ ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ ເພີ່ມຂຶ້ນ

57

ວັນທີ 23 ກັນຍາ 2022 ທີ່ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ, ນະຄອນຫຼວງວຽງຈັນ ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ ຮ່ວມກັບ ສໍານັກງານ ຄະນະກໍາມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ ແລະ 4 ບໍລິສັດທີ່ປຶກສາທາງດ້ານການເງິນຄື: ບໍລິສັດ ຫຼັກຊັບ ລາວ-ຈີນ ຈໍາກັດ, ບໍລິສັດ ທຄຕລ-ກທ ຈໍາກັດ, ບໍລິສັດ ຫຼັກຊັບລ້ານຊ້າງ ມະຫາຊົນ ແລະ ບໍລິສັດ ຫຼັກຊັບເອພີເອັມລາວ ຈໍາກັດ ໄດ້ຈັດງານສຳມະນາໃນຫົວຂໍ້: ການກະກຽມຄວາມພ້ອມໃນການລະດົມທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ດາວວອນ ພະຈັນທະວົງ, ຮອງປະທານສະພາການຄ້າ ແລະ ອຸດສະຫະກໍາ ແຫ່ງຊາດລາວ, ມີບັນດາຫົວໜ່ວຍທຸລະກິດ, ບໍລິສັດ-ຫ້າງຮ້ານ, ນັກສຶກສາ ແລະ ແຂກຖຶກເຊີນເຂົ້າຮ່ວມ.

ໂອກາດນີ້, ໃຫ້ກຽດບັນຍາຍຂອງ ທ່ານ ເທບສະຫວັນ ກິຕິຍະວົງ, ຜູ້ອໍານວຍການໃຫຍ່ ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ ໄດ້ນຳສະເໜີ ຫົວຂໍ້ໂຄງສ້າງຕະຫຼາດການເງິນຢູ່ໃນ ສປປ ລາວ, ຜົນປະໂຫຍດຂອງການເປັນບໍລິສັດຈົດທະບຽນໃນ ຕລຊລ, ຂໍ້ຄວນພິຈາລະນາໃນການເປັນບໍລິສັດຈົດທະບຽນໃນ ຕລຊລ, ການກະກຽມຄວາມພ້ອມ ເພື່ອລະດົມທຶນຈາກມວນຊົນ, ການກວດສອບສະພາບທຸລະກິດ (Due Diligence) ແລະ ເງື່ອນໄຂການລະດົມທຶນຜ່ານຕະຫຼາດຫຼັກຊັບລາວ ແລະ ອື່ນໆ.

ຄຽງຄູ່ກັນນັ້ນ, ທ່ານ ສົມພົບ ສັກພັນພະນົມ, ຜູ້ອໍານວຍການໃຫຍ່ ບໍລິສັດ ຫຼັກຊັບເອພີເອັມລາວ ຈໍາກັດ ພ້ອມດ້ວຍຜູ້ຕາງໜ້າຈາກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ບໍລິສັດ ຜະລິດ-ໄຟຟ້າ ລາວ ມະຫາຊົນ ກໍ່ໃຫ້ກຽດແບ່ງປັນຄວາມຮູ້ໃນຫົວຂໍ້: ຜົນປະໂຫຍດ ແລະ ສິ່ງທ້າທາຍຈາກການຈົດທະບຽນໃນຕະຫຼາດຫຼັກຊັບລາວ.

ພາຍໃນງານຍັງມີການເຜີຍໃຫ້ຮູ້ວ່າ: ໃນປີ 2023 ຈະມີບໍລິສັດເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວເພີ່ມຕື່ມອີກ. ໃນນັ້ນ, ເປັນທຸລະກິດຂະແໜງກໍ່ສ້າງ, ຂະແໜງບໍລິການ, ທຸລະກິດນ້ຳມັນເຊື້ອໄຟ ແລະ ອື່ນໆ. ນອກນັ້ນ, ຍັງຈະມີນະໂຍບາຍຮັບເອົາທຸລະກິດ SME ທີ່ມີຄວາມພ້ອມເຂົ້່ຈົດທະບຽນ ເຊິ່ງຈະເຮັດໃຫ້ບັນຍາກາດການຊື້-ຂາຍຮຸ້ນໃນຕະຫຼາດຫຼັກຊັບລາວ ຈະກັບມາຄຶກຄັກອີກຄັ້ງ ພາຍຫຼັງທີ່ໂຄວິດ-19 ຜ່ອນຄາຍລົງ.