5 ພຶດຕິກຳ ທີ່ເຮັດໃຫ້ຊີວິດບໍ່ປະສົບຄວາມສຳເລັດ

273

ມີຫຼາຍຄົນທີ່ເຮັດຫຍັງກໍບໍ່ປະສົບຜົນສຳເລັດ ບາງຄົນກໍຍື້ມືໄປຍັງບໍ່ທັນວິດປະຕູເຮືອນຕົວເອງ ກໍຕ້ອງລົມເລີກໄປແລ້ວ, ແຕ່ທີ່ໜ້າເສຍດາຍກໍຄື ຄົນທີ່ເຫຼືອອີກພຽງກ້າວດຽວກໍຈະປະສົບຄວາມສຳເລັດແລ້ວ ແຕ່ກໍລົ້ມເຫຼວໄປໃນທີ່ສຸດ ເຊິ່ງຖ້າຫາກເຮົາຕ້ອງຮູ້ກ່ອນວ່າພຶດຕິກຳຫຍັງທີ່ເຮັດໃຫ້ເຮົາລົ້ມເຫຼວ ຫຼື ບໍ່ປະສົບຄວາມສຳເລັດ ເຮົາກໍຈະສາມາດຫຼີກລ່ຽງ ແລະ ເຮັດໃຫ້ຊີວິດເຮົາດີຂຶ້ນກວ່າເກົ່າໄດ້ແນ່ນອນ. ດັ່ງນັ້ນ, ມື້ນີ້ພວກເຮົາຈະມານຳສະເໜີ 5 ພຶດຕິກຳ ທີ່ຈະເຮັດໃຫ້ທ່ານບໍ່ປະສົບຄວາມສຳເລັດ ຄື:


1. ຍອມໃຫ້ຄວາມຢ້ານກົວ: ເວລາບັນຫາ ຫຼື ເຫດການຫຍັງທີ່ຢູ່ນອກເໜືອການຄວບຄຸມ ຖ້າທ່ານມີແຕ່ນັ່ງຢ້ານ ຫຼື ແລ່ນໜີໄປ ປ່ອຍໃຫ້ສະຖານະການອັນໂຫດຮ້າຍນັ້ນ ຍິ່ງໂຫດຮ້າຍກວ່າເກົ່າອີກ ຫຼື ລໍຖ້າໃຫ້ຄົນອື່ນມາແກ້ໄຂແທນ ທ່ານກໍຈະບໍ່ປະສົບ ຄວາມສຳເລັດຢູ່ແບບນັ້ນໄປຕະຫຼອດ ສິ່ງທີ່ຄວນເຮັດທີ່ສຸດ ຄື: ຮັບຄວາມສ່ຽງນັ້ນໄວ້, ຈົດຈຳໄວ້ວ່າແມ່ນຫຍັງທີ່ຄວນເຮັດ ແລະ ບໍ່ຄວນເຮັດ, ຮຽນຮູ້ຈາກຄວາມຜິດພາດ ແລະ ເດີນໜ້າຕໍ່ໄປ ເພາະສິ່ງເຫຼົ່ານັ້ນແຫຼະທີ່ຈະພາທ່ານໄປພົບກັບຄວາມສຳເລັດ.
2. ຄິດວ່າຕົນເອງຮູ້ທຸກຢ່າງ: ບໍ່ວ່າທ່ານຈະຜ່ານເລື່ອງລາວທີ່ໂຫດຮ້າຍມາເປັນສິບໆປີ ຫຼື ຮຽນຮູ້ຈາກຄົນເກັ່ງໆມາໄດ້ເປັນຮ້ອຍໆຄົນ ຫຼື ອ່ານປຶ້ມມາແລ້ວເປັນພັນໆເຫຼັ້ມ ທ່ານກໍຍັງບໍ່ສາມາດຮູ້ໄດ້ທຸກເລື່ອງຢູ່ດີ ເພາະຍັງມີອີກຫຼາຍເລື່ອງທີ່ຈະໃຫ້ທ່ານໄດ້ຮຽນຮູ້ຢູ່ຕະຫຼອດເວລາ ແລະ ເຖິງວ່າທ່ານຈະເປັນຜູ້ຊ່ຽວຊານໃນສິ່ງທີ່ກຳລັງເຮັດຢູ່ ແຕ່ກໍບໍ່ໄດ້ໝາຍຄວາມວ່າ ທຸກສິ່ງທຸກຢ່າງຈະເປັນໄປຕາມທີ່ທ່ານຄິດທັງໝົດ ເຊິ່ງນີ້ກໍເປັນໜຶ່ງໃນສິ່ງທີ່ຄອຍຂັດຂວາງເຮັດໃຫ້ທ່ານບໍ່ປະສົບຄວາມສຳເລັດ.


3. ຫາຂໍ້ອ້າງແກ້ຕົວຢູ່ຕະຫຼອດ: ເມື່ອໃດກໍຕາມທີ່ທ່ານເຮັດຜິດແລ້ວ ທ່ານຍອມຮັບ ແລະ ຮຽນຮູ້ ເພາະນີ້ແມ່ນທຸລະກິດ ບໍ່ມີຫຍັງທີ່ແນ່ນອນຕາຍຕົວ ຫຼື ຖືກຕ້ອງໝົດທຸກຢ່າງ ເມື່ອມີບັນຫາທ່ານກໍພຽງແຕ່ຫາສາເຫດ ແລະ ວິທີການແກ້ໄຂ ເພື່ອບໍ່ໃຫ້ເກີດຂຶ້ນຊ້ຳອີກ ຖ້າທ່ານມົວແຕ່ຫາຂໍ້ອ້າງ, ມີແຕ່ແກ້ຕົວ ໂດຍບໍ່ພະຍາຍາມຫາສາເຫດ ຫຼື ຕົ້ນຕໍເລື່ອງນັ້ນແລ້ວຫາວິທີແກ້ໄຂ ທ່ານກໍຈະເຮັດຜິດຊ້ຳໆຢູ່ແບບນັ້ນ ບໍ່ມີມື້ປະສົບຄວາມສຳເລັດໄດ້.
4. ມີຄວາມຄິດ ແຕ່ບໍ່ເຄີຍລົງມືເຮັດ: ຢ່າລືມເປັນອັນຂາດວ່າໄອເດຍ ຫຼື ຄວາມຝັນຂອງທ່ານເປັນສິ່ງທີ່ເຮັດໃຫ້ທ່ານກ້າວເດີນມາໄດ້ຈົນເຖິງຈຸດນີ້ ຖ້າທ່ານມີຄວາມຄິດແຕ່ບໍ່ເຄີຍລົງມືເຮັດ ຕໍ່ໃຫ້ຄວາມຝັນຈະນ້ອຍສໍ່າໃດ ກໍຈະບໍ່ມີທາງເປັນຈິງໄດ້ ເພື່ອຄວາມສຳເລັດໃນອະນາຄົດ ທ່ານຈົ່ງລຸກຂຶ້ນມາຂຽນແຜນທຸລະກິດ, ຮ່າງແຜນການ, ຫາຂໍ້ດີ – ຂໍ້ດ້ອຍ ເຮັດວິໄຈ ສິ່ງສຳຄັນຄືການລົງມືເຮັດຢ່າມີແຕ່ເກັບໄວ້ໃນຄວາມຄິດ ເພາະມັນບໍ່ມີວັນຈະເປັນຈິງໄດ້.


5. ສົນໃຈແຕ່ຄວາມສຳເລັດຂອງຄົນອື່ນ ແຕ່ບໍ່ລົງມືເຮັດຂອງຕົວເອງ: ຄວາມສຳເລັດຂອງຄົນໃກ້ຊິດເຮົາ ບໍ່ວ່າຈະເປັນໝູ່, ຄົນຮັກ, ພີ່ນ້ອງ, ເພື່ອນຮ່ວມງານ ແລະ ອື່ນໆ ປຽບດັ່ງແຮງກະຕຸ້ນຊັ້ນດີທີ່ຈະເຮັດໃຫ້ເຮົາມີກຳລັງໃຈ ແລະ ເຮັດໃຫ້ຕົວເອງປະສົບຄວາມສຳເລັດຄືກັບພວກເຂົາ ແຕ່ຫຼາຍຄົນມັກເອົາຄວາມສຳເລັດຂອງຄົນອື່ນມາເປັນແຮງກົດດັນໃຫ້ຕົວເອງ, ມົວແຕ່ອິດສາເຂົາ, ສົນໃຈແຕ່ວ່າຄົນອື່ນຈະພາດບ່ອນໃດ?, ຈະລົ້ມຈຸດໃດ?, ຈະໄປໄກເທົ່າໃດ? ໂດຍລະເລີຍຄວາມສຳເລັດຂອງຕົນເອງໄປ ເຊິ່ງທຸກຄົນມີຄວາມສາມາດ ແລະ ສັກກະຍະພາບຢູ່ໃນຕົວ ຢ່າມົວແຕ່ເສີຍເວລາໃຫ້ກັບຄວາມສຳເລັດຂອງຄົນອື່ນ ຈົ່ງລົງມືເຮັດເພື່ອຄວາມສຳເລັດຂອງຕົນເອງ.
ເໜືອກວ່າສິ່ງອື່ນໃດກໍຄືຕົວທ່ານເອງ ຖ້າບັງຄັບຕົວເອງໃຫ້ເລີກພຶດຕິກຳເຫຼົ່ານີ້ໄດ້ ມື້ໃດມື້ໜຶ່ງຄວາມສຳເລັດຕ້ອງເຂົ້າມາຫາທ່ານ ແລະ ຈະບໍ່ມີຄຳວ່າ “ ບໍ່ປະສົບ ຄວາມສຳເລັດ ” ອີກຕໍ່ໄປ.