ທີມຊາດລາວ ກຽມພົບກັບ ມານດິວ ແລງມື້ນີ້ທີ່ບຣູໄນ, ສະຖິຕິພົບກັບ ມານດິວ ເໜືອກວ່າ

100

ທັບນັກກີລາບານເຕະ ທີມຊາດລາວ ຊຸດໃຫຍ່ ເດີນທາງໄໄປປະເທດບຣູໄນ ຄັ້ງນີ້ເພື່ອເຂົ້າຮ່ວມແຂ່ງຂັນບານເຕະລາຍການ FIFA DAY ເກັບຄະແນນອັນດັບໂລກ ( ຟີຟາ ແຣງກີ້ງ ) ພ້ອມເປັນການທົດສອບກ່ອນລຸຍບານເຕະ AFF Mitsubishi Electric Cup 2022 ທ້າຍປີນີ້ອີກດ້ວຍ ໂດຍເຈົ້າພາບ ບຣູໄນ ໄດ້ເຊີນ 2 ປະເທດເຂົ້າຮ່ວມກໍຄື ເຊີນທີມຊາດມານດິວ ແລະ ທີມຊາດລາວ ເຂົ້າຮ່ວມແຂ່ງຂັນຄັ້ງນີ້ແຂ່ງຂັນພົບກັນໝົດ.
ໂດຍ ທີມຊາດລາວ ແມ່ນໄດ້ເລີ່ມຊ້ອມໃນຕອນແລງຂອງວັນທີ 22 ກັນຍາ ແລະ 23 ກັນຍາ 2022 ເປັນມື້ຊ້ອມມື້ສຸດທ້າຍກ່ອນລົງສະໜາມ ໂດຍຕາຕະລາງແຂ່ງຂັນຂອງທີມຊາດລາວ ມີດັ່ງນີ້:

– ວັນທີ 24 ກັນຍາ 2022 ເວລາ 16:00 ທີມຊາດລາວ ພົບ ມານດິບ
– ວັນທີ 27 ກັນຍາ 2022 ເວລາ 16:00 ທີມຊາດບຣູໄນ ພົບກັບ ທີມຊາດລາວ

ໂດຍທຸກໆນັດ ແຂ່ງຂັນທີ່ສະໜາມ Track and Field Hassanal Bolkiah Sports Complex, ໃນເມືອງ Bandar Seri Begawan ປະເທດບຣູໄນ.

ຂະນະທີ່ ສະຖິຕິການພົບກັນຂອງ ທີມຊາດລາວ ຊຸດໃຫຍ່ ກັບ ມານດິວ ເຄີຍພົບກັນມາ 3 ນັດປາກກົດວ່າ: ນັດທໍາອິດ ມານດິວ ຊະນະ ລາວ 7-1 ໃນນັດອຸ່ນເຄື່ອງປີ 2014, ສ່ວນອີກ 2 ນັດເກີດຂຶ້ນໃນປີ 2016 ນັດທໍາອິດ ມານດິວ ຊະນະ ລາວ 4-0 ແລະ ນັດທີ 2 ລາວ ສະເໝີກັບ ມານດິວ 1-1.

ສ່ວນສະຖິຕິການພົບກັນລະຫວ່າງ ທີມຊາດລາວ ກັບ ບຣູໄນ 5 ນັດຫຼັງສຸດ ລາວ ສາມາດຊະນະໄດ້ທັງໝົດຄື: ປີ 2012 ລາວ ຊະນະ 1-3 ລານຍການຊີງແຊັມອາຊຽນ, ປີ 2014 ລາວ ຊະນະ 4-2 ລານການຊີງແຊັມອາຊຽນ, ປີ 2016 ລາວ ຊະນະ 4-3 ລາຍການຊີງແຊັມອາຊຽນ, ປີ 2016 ລາວ ຊະນະ 3-2 ລາຍການ AFC Solidarity Cup ແລະ ນັດຫຼ້າສຸດໃນຕົ້ນປີ 2022 ທີມຊາດລາວ ຊະນະ 3-2 ລາຍການອຸ່ນເຄື່ອງທີ່ ສປປ ລາວ ເປັນເຈົ້າພາບ.
ຂ່າວ-ຮູບ: Larh Creators ລາຍງານຈາກ ບຣູໄນ