ເງື່ອນໄຂການລ້ຽງງົວ – ຄວາຍ ກ່ອນສົ່ງອອກໄປ ສປ ຈີນ

188

ການສົ່ງອອກ ງົວ – ຄວາຍ ຈາກ ສປປ ລາວ ໄປ ສປ ຈີນ ໃນໄລຍະຜ່ານມາ ແມ່ນມີດັ່ງນີ້:
1). ແມ່ນການນໍາເຂົ້າບໍ່ເປັນທາງການ, ບໍ່ສອດຄ່ອງກັບລະບຽບກົດໝາຍຂອງ ສປ ຈີນ.
2). ມີຄວາມສ່ຽງສູງທີ່ຈະນໍາເອົາພະຍາດຕິດຕໍ່ງົວ – ຄວາຍ ( 39 ພະຍາດ ) ເຊິ່ງຈະມີຜົນໄລຍະຍາວຕໍ່ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ເສດຖະກິດການລ້ຽງງົວ ຂອງ ສປ ຈີນ.
ສະນັ້ນ, ສປ ຈີນ ຈຶ່ງມາສຳຫຼວດຄວາມເປັນໄປໄດ້ ແລະ ເຈລະຈາ ກ່ຽວກັບຂໍ້ກໍານົດເງື່ອນໄຂດ້ານສຸຂະນາໄມ ກ່ຽວກັບການກັກກັນ ແລະ ກວດກາສຸຂະພາບສັດໃຫຍ່ ໃນ ສປປ ລາວ ເພື່ອສົ່ງອອກໄປ ສປ ຈີນ ໃນລະຫວ່າງວັນທີ 3 – 11 ກໍລະກົດ 2017 ສປ ຈີນ ໄດ້ສະເໜີໃຫ້ ສປປ ລາວ ສ້າງເປັນເຂດປອດພະຍາດປາກເປື່ອຍລົງເລັບ ໃນວັນທີ 11 ກໍລະກົດ 2017.
+ ຂໍ້ກຳນົດເງື່ອນໄຂດ້ານສຸຂະນາໄມ ກ່ຽວກັບການກັກກັນ ແລະ ກວດກາສຸຂະພາບສັດໃຫຍ່ ເພື່ອສົ່ງອອກຈາກ ສປປ ລາວ ໄປ ສປ ຈີນ ແມ່ນລວມມີ 12 ມາດຕາ ຄື:


ມາດຕາ 1 – 3 ແລະ ມາດຕາ 9 – 12 ແມ່ນຫຼັກການລວມຂອງຂໍ້ກໍານົດ.
ມາດຕາ 4 – 8 ແມ່ນເນື້ອຫາທີ່ສໍາຄັນຂອງຂໍ້ກໍານົດທີ່ໄດ້ລະບຸລະອຽດກ່ຽວກັບ.
+ ເງື່ອນໄຂດ້ານສຸຂະນາໄມ ກ່ຽວກັບງົວທີ່ຈະສົ່ງອອກຈາກ ສປປ ລາວ ໄປ ສປ ຈີນ.
1). ງົວ ຕ້ອງມີນໍ້າໜັກ 350 ກິໂລຂຶ້ນໄປ ແລະ ມີອາຍຸບໍ່ເກີນ 4 ປີ.
2). ຕ້ອງມາຈາກເຂດປອດພະຍາດປາກເປື່ອຍລົງເລັບ ໃນພື້ນທີ່ທີ່ໄດ້ກຳນົດ ( 5,6 ກມ2 ) ທີ່ໄດ້ຕາມມາດຕະຖານຂອງ ສປ ຈີນ ເລກທີ SN/T 4999-2017 ແລະ ມາດຕະຖານຂອງ OIE.
3). ຕ້ອງຖືກລ້ຽງໄວ້ໃນເຂດທ້ອນໂຮມສັດໃຫຍ່ ຢ່າງໜ້ອຍ 45 ວັນ ທີ່ຕັ້ງຢູ່ໃນວົງລັດສະໝີລະຫວ່າງ 3 – 50 ກິໂລແມັດ ອອກຈາກເຂດປອດ FMD, ຕ້ອງມີການລ້ຽງແຍກເພດ ແລະ ພາຍໃນ 6 ເດືອນ ຕ້ອງບໍ່ກວດພົບເຊື້ອພະຍາດຮ້າຍແຮງຕາມທີ່ ສປ ຈີນ ກຳນົດ.
(1) ຜິວໜັງອັກເສບຕິດແປດ ( Lumpy Skin Disease )
(2) ປອດອັກເສບຕິດແປດ ງົວ – ຄວາຍ ( Contagious Bovine Pleuropneumonia ).
(3) ພະຍາດງົວບ້າ ( Bovine Spongiform Encephalopathy ).
(4) ພະຍາດປາກເປື່ອຍລົງເລັບ ( Foot and Mouth Disease ).
(5) ພະຍາດແທ້ງລູກຕິດຕໍ່ ງົວ – ຄວາຍ ( Bovine Brucellosis ).
(6) ພະຍາດວັນນະໂລກ ງົວ – ຄວາຍ ( Bovine Tuberculosis ).
(7) ພະຍາດໄຂ້ເລືອດດໍາ ( Anthrax )
(8) ພະຍາດອະຫິວາສັດຄ້ຽວເອື້ອງນ້ອຍ ( Pest Petis Ruminants ).


4). ສັດລ້ຽງໃນເຂດທ້ອນໂຮມຕ້ອງມີລະບົບການຄຸ້ມຄອງຂອງພາກລັດ: ຂຶ້ນທະບຽນພິມສັດ, ກວດການຖືພາມານ, ມີການສັກຢາກັນພະຍາດປາກເປື່ອຍລົງເລັບ 2 ເຂັມ, ຕິດຕາມ ແລະ ກວດກາສັດເປັນປະຈຳ, ເກັບຕົວຢ່າງ ແລະ ວິໄຈພະຍາດ, ຕິດຕາມການນໍາໃຊ້ອາຫານ ແລະ ຢາປິ່ນປົວ, ມີການຄວບຄຸມການເຄື່ອນຍ້າຍ ແລະ ຂົນສົ່ງ ລວມທັງມີການນຳໃຊ້ມາດຕະການດ້ານວິຊາການອື່ນ ເພື່ອກຳຈັດ ແລະ ຄວບຄຸມພະຍາດທີ່ສອດຄ່ອງກັບມາດຕະຖານສາກົນ.
5). ກ່ອນສົ່ງອອກຕ້ອງກັກກັນຢ່າງໜ້ອຍ 30 ວັນ, ສະຖານທີ່ກັກກັນສັດຕ້ອງຢູ່ໃນເຂດປອດ FMD ແລະ ໃຫ້ສອດຄ່ອງກັບມາດຕະຖານສະຖານທີ່ການກັກກັນສັດ ຂອງ ສປ ຈີນ ເລກທີ SN/T 4233-2015 ແລະ ຮັບຮອງຈາກສອງອົງການຂອງ ສປປ ລາວ ແລະ ສປ ຈີນ.
6). ຕ້ອງໄດ້ຮັບການກວດກາ ແລະ ອອກໃບຢັ້ງຢືນສຸຂະພາບສັດ ຈາກອົງການຄຸ້ມຄອງວຽກງານການລ້ຽງສັດ ແລະ ສັດຕະວະແພດຂັ້ນສູນກາງ ຂອງ ສປປ ລາວ.
– ຂໍ້ກຳນົດເງື່ອນໄຂດ້ານສຸຂະນາໄມ ກ່ຽວກັບການກັກກັນ ແລະ ກວດສຸຂະພາບສັດໃຫຍ່ທີ່ຈະສົ່ງອອກຈາກ ສປປ ລາວ ໄປ ສປ ຈີນ ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງສາທາລະນະລັດ ປະຊາທິປະໄຕ ສປປ ລາວ ແລະ ກົມໃຫຍ່ພາສີ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ໄດ້ລົງນາມໃນວັນທີ 30 ເມສາ 2019.