ເສດຖະກິດກຳປູເຈຍ ຂະຫຍາຍຕົວລະດັບ 5,3%

74

ສຳນັກຂ່າວຊິນຫົວ ລາຍງານວ່າ ທະນາຄານພັດທະນາອາຊີ ( ADB ) ໄດ້ອອກບົດລາຍງານຄາດການ ການຂະຫຍາຍຕົວເສດຖະກິດຂອງກຳປູເຈຍ ໃນປີ 2022 ໂດຍຄາດວ່າຈະຢູ່ທີ່ລະດັບ 5,3% ໃນປີນີ້ ແລະ 6,2% ໃນປີ 2023, ຈາກທີ່ເຄີຍຄາດການໄວ້ 6,5% ເນື່ອງຈາກການຂະຫຍາຍຕົວຂອງເສດຖະກິດໂລກທີ່ຊັກຊ້າ.

May be an image of 5 people and people standing

ຂະນະທີ່ການຜະລິດສິນຄ້າປະເພດເຄື່ອງແຕ່ງກາຍ ສິນຄ້າເພື່ອການເດີນທາງ ແລະ ເກີບ ຂອງກໍາປູເຈຍ ຍັງສືບຕໍ່ຂະຫຍາຍຕົວຢ່າງແຂງແຮງ ໂດຍເພີ່ມຂຶ້ນ 39,8% ເມື່ອທຽບໃສ່ປີຜ່ານມາ, ເຖິງແມ່ນວ່າເສດຖະກິດຂອງສະຫະລັດ ແລະ ເອີຣົບ ຈະຂະຫຍາຍຕົວຊ້າລົງກໍຕາມ. ຂະນະທີ່ຂະແໜງການກໍ່ສ້າງໄດ້ຟື້ນຕົວດີຂຶ້ນ, ການນຳເຂົ້າວັດສະດຸກໍ່ສ້າງເພີ່ມຂຶ້ນ 22,8%, ສ່ວນການຜະລິດອຸດສາຫະກຳ ຄາດວ່າຈະເພີ່ມຂຶ້ນ 9,1% ໃນປີ 2022, ກ່ອນທີ່ຈະຫຼຸດລົງເຫຼືອ 8,6% ໃນປີ 2023 ຍ້ອນ ຄວາມຕ້ອງການຈາກຕ່າງປະເທດຫຼຸດລົງ.

May be an image of 6 people, people standing and indoor