ເຈົ້າໜ້າທີ່ພາສີດ່ານພາສີສາກົນນາເພົ້າ ຢຶດແຮ່ທາດບໍ່ຖືກຕ້ອງຄາດ່ານພວມກຽມສົ່ງໄປຫວຽດນາມ

168

ໃນວັນທີ 21 ກັນຍາ 2022 ນີ້, ເຈົ້າໜ້າທີ່ພາສີຄຸ້ມຄອງສາງ ແລະ ກວດກາສິນຄ້າປະຈໍາດ່ານພາສີສາກົນນາເພົ້າ ແຂວງຄຳມ່ວນ, ໄດ້ກວດກວດກາສິນຄ້າຂອງໂຮງງານຜະລິດຖ່ານດັງໄຟ (ຖ່ານຂາວ), ເພື່ອສົ່ງອອກໄປ ສສ ຫວຽດນາມ, ໄດ້ກວດພົບພ້ອມຢຶດວັດຖຸຄ້າຍຄືແຮ່ທາດຈຳນວນ 1.386 ກະສອບລວມນໍ້າໜັກທັງໝົດ 57.200 ກິໂລກຣາມ, ໄດ້ຊຸກເຊື່ອງມານໍາລົດຄັນດັ່ງກ່າວບໍ່ຖືກຕ້ອງ ແລະ ບໍ່ມີໃບອະນຸຍາດຈາກຂະແໜງການກ່ຽວຂ້ອງ.

ຕາມການລາຍງານຂອງທ່ານ ສຸພັດ ສຸແສງໄທ ຫົວໜ້າດ່ານພາສີສາກົນນາເພົ້າ ເມືອງບົວລະພາ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ໃນວັນທີ 21 ກັນຍາ 2022 ຜ່ານມານີ້, ເວລາ 16:00 ໂມງ, ເຈົ້າໜ້າທີ່ພາສີກຸ່ມມງານຄຸ້ມຄອງສາງ ແລະ ກວດກາສິນຄ້າໄດ້ກວດກວດກາສິນຄ້າຂອງໂຮງງານຜະລິດຖານດັງໄຟຖ່ານຂາວ, ຕາມໃບແຈ້ງພາສີເປັນລາຍລະອຽດ (EX1) ສະບັບເລກທີ 2620, ລົງວັນທີ 15/9/2022 ສົນຄ້າປະເພດຖ່ານໄມ້ວິກ (ຖ່ານຂາວ) ຈໍານວນ 4.000 ແກັດ, ນໍ້າໜັກ 40.000 ກິໂລກຣາມ, ໂດຍໄດ້ຮັບອະນຸຍາດສົ່ງອອກຕາມໃບອະນຸຍາດເຄື່ອນຍ້າຍເຄື່ອງປ່າຂອງດົງອອກຕ່າງປະເທດຂອງຂະແໜງປ່າໄມ້ ແຂວງສະຫວັນນະເຂດ ສະບັບເລກທີ 05089/ປມຂPAFO, ລົງວັນທີ 2 ກັນຍາ 2022 ເພື່ອສົ່ງອອກໄປ ສສ ຫວຽດນາມ.

ຊຶ່ງເຈົ້າໜ້າທີ່ພາສີ ໄດ້ດຳເນີນຂັ້ນຕອນການກວດກາເອກະສານປະກອບ ແລະ ໄດ້ນໍາເອົາຕູ້ສິນຄ້າເຂົ້າກວດກາຜ່ານເຄື່ອງ X-Ray, ປະກົດວ່າມີຈຸດສົງໄສໃນຮູບພາບຂອງຜົນກວດກາ, ຈຶ່ງໄດ້ນຳເອົາລົດຄັນດັ່ງກ່າວໝາຍເລກທະບຽນ 74R003.16 (ລົດຫວຽດນາມ) ມາໄຂກວດກາສິນຄ້າຕົວຈິງໂດຍຊ້ອງໜ້າກັບຜູ້ຂັບລົດ, ຜ່ານການກວດກາຕົວຈິງເຫັນວ່າມີສິນຄ້າປະເພດຖ່ານໄມ້ວິກ (ຖ່ານຂາວ) ຈຳນວນ 300 ກະສອບ, ນໍ້າໜັກ 3.000 ກິໂລກຣາມ ແລະ ກວດພົບວັດຖຸສົງໄສທີ່ເປັນສິນຄ້າຄ້າຍຄືແຮ່ທາດ ຈຳນວນ 1.386 ກະສອບ, ລວມນໍ້າໜັກ 57.200 ກິໂລກຣາມ (ສ່ວນມູນຄ່າຍັງບໍ່ສາມາດປະເມີນໄດ້) ຊຶ່ງໄດ້ຊຸກເຊື່ອງມານໍາລົດຄັນດັ່ງກ່າວ ໂດຍບໍ່ມີໃບອະນຸຍາດຈາກຂະແໜງການກ່ຽວຂ້ອງ ແລະ ບໍ່ໄດ້ຮັບອະນຸຍາດໃນການສົ່ງອອກ ຕາມໃບແຈ້ງພາສີເປັນລາຍລະອຽດ (EX1) ສະບັບເລກທີ 2620, ລົງວັນທີ 15/9/2022.

ສະນັ້່ນ, ເຈົ້າໜ້າທີ່ພາສີ, ຈຶ່ງໄດ້ມີການສືບສວນ-ສອບສວນ ແລະ ເຮັດບົດບັນທຶກຄຳໃຫ້ການນໍາຜູ້ຂັບລົດ ຕາມບົດບັນທຶກ ສະບັບເລກທີ 0199/ດພສ, ລົງວັນທີ 21 ກັນຍາ 2022 ໄວ້ເປັນຫຼັກຖານ, ຊຶ່ງຜູ້ກ່ຽວແມ່ນໄດ້ປະຕິເສດໃນການຮັບເປັນເຈົ້າຂອງ ແລະ ບໍ່ຮູ້ວ່າສິນຄ້າເປັນຂອງໃຜພຽງແຕ່ຮັບຂົນຕາມການວ່າຈ້າງເທົ່ານັ້ນ.ສະນັ້ນ,ທາງເຈົ້າໜ້າທີ່ພາສີຈຶ່ງໄດ້ເຮັດບົດບັນທຶກການຢຶດສິນຄ້າໄວ້ຊົ່ວຄາວ.

ປັດຈຸບັນຂອງການດັ່ງກ່າວຮັກສາໄວ້ຢູ່ດ່ານພາສີສາກົນນາເພົ້າ ເມືອງບົວລະພາ ແຂວງຄຳມ່ວນ, ເພື່ອນໍາ ເດີນການສືບສວບ-ສອບສວນ, ຊອກຫາເຈົ້າຂອງສິນຄ້າມາຮັບຜິດຊອບຕໍ່ລະບຽບກົດໝາຍ ແລະ ດຳເນີນຄະດີ ຕາມຂັ້ນຕອນຂອງກົດໝາຍພາສີ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງຢ່າງເຂັ້ມງວດ, ສ່ວນໂຊເຟີລົດໄດ້ກັກຕົວ ແລະ ເຮັດບົດບັນທຶກມອບ-ຮັບຜູ້ຕ້ອງຫາໃຫ້ເຈົ້າໜ້າທີ່ຫ້ອງການຕຳຫຼວດຫຼັງຄັງ ເມືອງບົວລະພາ ແຂວງຄຳມ່ວນ, ເພື່ອດຳເນີນຄະດີຕາມລະບຽບກົດໝາຍຂັ້ນຕໍ່ໄປ.