8 ເດືອນດ່ານສາກົນວັງເຕົ່າ ແລະ ຫ້ອງການພາສີ ເກັບລາຍຮັບໄດ້ 63%

78

ໃນແຜນການຈັດເກັບລາຍຮັບເຂົ້າງົບປະມານຂອງດ່ານພາສີສາກົນວັງເຕົ່າ ແລະ ຫ້ອງການພາສີປະຈໍາທ່າບົກວັງເຕົ່າ, ປີ 2022 ໄດ້ຮັບຕົວເລກມອບໝາຍທັງໝົດ 796 ຕື້ກີບ. ໃນນັ້ນ, ດ່ານພາສີສາກົນວັງເຕົ່າ 581 ຕື້ກີບ ແລະ ຫ້ອງການພາສີປະຈໍາທ່າບົກວັງເຕົ່າ 215 ຕື້ກີບ, ແຕ່ໃນການຈັດຕັ້ງປະຕິບັດໄລຍະ 8 ເດືອນປີ 2022 ສາມາດເກັບລາຍຮັບໄດ້ 503 ຕື້ກວ່າກີບເທົ່າກັບ 63,27% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 44 ຕື້ກວ່າກີບ ຫຼື ເທົ່າກັບ 9,65%.


ຕາມການໃຫ້ສຳພາດຂອງທ່ານ ແກ້ວອຸດອນ ພາລີຈັນ ຫົວໜ້າດ່ານພາສີສາກົນວັງເຕົ່າ ໃຫ້ຮູ້ວ່າ: ດ່ານພາສີສາກົນວັງເຕົ່າ ຂຶ້ນກັບພາສີປະຈໍາແຂວງຈຳປາສັກ, ກົມພາສີ ກະຊວງການເງິນ ໃນແຜນການຈັດເກັບລາຍຮັບເຂົ້າງົບປະມານຂອງດ່ານພາສີສາກົນວັງເຕົ່າ ແລະ ຫ້ອງການພາສີປະຈໍາທ່າບົກວັງເຕົ່າປີ 2022 ແມ່ນ 796 ຕື້ກີບ, ໄດ້ແບ່ງລາຍຮັບຕາມການຕົກລົງຂອງກົມພາສີ ແລະ ພາສີປະຈໍາແຂວງຄື: ດ່ານພາສີສາກົນວັງເຕົ່າໄດ້ຮັບແຜນການຈັດເກັບລາຍຮັບສົກປີ 2022 ແມ່ນ 581 ຕື້ກີບ,ຫ້ອງການພາສີປະຈໍາທ່າບົກວັງເຕົ່າ 215 ຕື້ກີບ.


ຜ່ານການຈັດຕັ້ງປະຕິບັດໃນ 8 ເດືອນ ສົກປີ 2022, ດ່ານພາສີສາກົນວັງເຕົ່າສາມາດປະຕິບັດໄດ້ 408 ຕື້ກວ່າກີບ ເທົ່າກັບ 70,25% ຂອງແຜນການປີ, ຫ້ອງການພາສີປະຈໍາທ່າບົກວັງເຕົ່າເລີ່ມຈັດຕັ້ງປະຕິບັດເກັບລາຍຮັບໃນວັນທີ 21 ເມສາ 2022, ມາຮອດເດືອນສິງຫາສາມາດປະຕິບັດໄດ້ 95 ຕື້ກວ່າກີບ, ເທົ່າກັບ 44,40% ຂອງແຜນການປີ,ລວມລາຍຮັບເຂົ້າກັນທັງສອງຈຸດປະຕິບັດໄດ້ 503 ຕື້ກ່ວາກີບເທົ່າກັບ 63,27% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນຂອງປີກ່ອນເພີ່ມຂຶ້ນ 44 ຕື້ກວ່າກີບເທົ່າກັບ 9,65%.

ຊຶ່ງລາຍຮັບທີ່ພົ້ນເດັ່ນແມ່ນໄດ້ຈາກນໍ້າມັນເຊື້ອໄຟກວມເອົາ 37,85%, ພາຫະນະກວມເອົາ 0,62%, ເຄື່ອງອຸປະໂພກ-ບໍລິໂພກກວມເອົາ 6,81%, ສິນຄ້ານໍາເຂົ້າເພື່ອສົ່ງອອກກວມເອົາ 3,36%, ຄ່າທໍານຽມຄົນ, ພາຫະນະເຂົ້າ – ອອກດ່ານກວມເອົາ 0,74%, ຄ່າທໍານຽມຄັງເເຮນໍ້າມັນເຊື້ອໄຟກວມເອົາ 20,57%. ນອກຈາກການຈັດເກັບລາຍຮັບຕາມປົກກະຕິແລ້ວດ່ານພາສີສາກົນວັງເຕົ່າ ຍັງມີລາຍຮັບທີ່ຕ້ອງໄດ້ເພີ່ມຕື່ມຈາກບໍລິສັດທີ່ໄດ້ຮັບຄວາມສະດວກໃນການເລື່ອນຊໍາລະອາກອນຊົມໃຊ້, ອາກອນມູນຄ່າເພີ່ມຈາກການນໍາເຂົ້າສິນຄ້າ, ເຄື່ອງຂອງ ແລະ ນໍ້າມັນເຊື້ອໄຟໃນ 6 ເດືອນຕົ້ນປີ 2022 ຈໍານວນ 131 ຕື້ກວ່າກີບກີບ.


ສາເຫດທີ່ພາໃຫ້ການຈັດເກັບລາຍຮັບໄດ້ເກີນແຜນຍ້ອນພວກເຮົາມີກົດໝາຍພາສີ, ກົດໝາຍຂອງຂະ ແໜງການອື່ນທີ່ກ່ຽວຂ້ອງ ແລະ ບັນດານິຕິກໍາລຸ່ມກົດໝາຍເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ມີເຄື່ອງມືທີ່ທັນສະໄໝນຳໃຊ້ເຂົ້າໃນການບໍລິການແຈ້ງພາສີເປັນລາຍລະອຽດດ້ວຍລະບົບເອເລັກໂຕຣນິກ(Asycuda), ການກວດກາສິນຄ້າ, ເຄື່ອງຂອງເຂົ້າ-ອອກ ຜ່ານດ່ານດ້ວຍລະບົບສາຍແສງ(Scanner), ນໍາໃຊ້ລະບົບຄຸ້ມຄອງພາຫະນະທ່ອງທ່ຽວຢ້ຽມຢາມ, ພາຫະນະຂົນສົ່ງສິນຄ້າ, ຕູ້ບັນທຸກສິນຄ້າ (ຕູ້ຄອນເທນເນີ້) ດ້ວຍລະບົບເອເລັກໂຕຣນິກ(ບໍ 53), ການມອບເງິນຄ່າພາສີອາກອນ ແລະ ຄ່າທໍານຽມຕ່າງໆຜ່ານລະບົບທະນາຄານ (Smart Tax). ທັງໜົດນີ້ແມ່ນສິ່ງອໍານວຍຄວາມສະດວກເຂົ້າໃນວຽກງານວິຊາສະເພາະຂອງຂະແໜງພາສີຈຶ່ງເຮັດໃຫ້ການຈັດເກັບລາຍຮັບຖືກຕ້ອງ, ຄົບຖ້ວນຕາມລະບຽບການ ແລະ ທັນຕາມເວລາທີ່ກໍານົດໄວ້.


ທ່ານ ແກ້ວອຸດອນ ພາລີຈັນ ຫົວໜ້າດ່ານພາສີສາກົນວັງເຕົ່າ ເນັ້ນຕື່ມອີກວ່າ: ທິດທາງວຽກຈຸດສຸມໃນ 4 ເດືອນທ້າຍປີ 2022 ຈະສູ້ຊົນຈັດຕັ້ງປະຕິບັດການຈັດເກັບລາຍຮັບມອບເຂົ້າງົບປະມານໃຫ້ໄດ້ຕາມແຜນການທີ່ການຈັດຕັ້ງມອບໝາຍ. ໃນນັ້ນ, ດ່ານພາສີສາກົນວັງເຕົ່າຈະສູ້ຊົນປະຕິບັດຈັດເກັບລາຍຮັບໃຫ້ໄດ້ 175 ຕື້ກີບ, ກວມ 30,12% ຂອງແຜນປີ; ຫ້ອງການພາສີປະຈໍາທ່າບົກວັງເຕົ່າຈະສູ້ຊົນປະຕິບັດຈັດເກັບລາຍຮັບໃຫ້ໄດ້ 120 ຕື້ກີບ ກວມ 55,68%.