ກຸ່ມຫັດຖະກຳຕໍ່າຫູກບ້ານຫ້ວຍຫຸນໃຕ້ ເມືອງເລົ່າງາມ ຊ່ວຍສ້າງອາຊີບ, ເຮັດໃຫ້ປະຊາຊົນມີລາຍຮັບ ແລະ ຊີວິດການເປັນຢູ່ດີຂຶ້ນ

22

ທ່ານ ຄຳພອນ ອ່ອນຈັນ ນາຍບ້ານຫ້ວຍຫຸນໃຕ້, ເມືອງເລົ່າງາມ, ແຂວງສາລະວັນ ຕາງໜ້າໃຫ້ ກຸ່ມຫັດຖະກຳຕໍ່າຫູກຢູ່ບ້ານຫ້ວຍຫຸນໃຕ້ ໄດ້ຂຶ້ນປະກອບຄໍາເຫັນ ໃນກອງປະຊຸມສະຫຼຸບ, ຕີລາຄາ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄລຍະປີ 2016-2020 ແລະ ທິດທາງຮອດປີ 2025 ໃນວັນທີ 15 ກັນຍາ 2022 ຜ່ານມາ ໃຫ້ຮູ້ວ່າ: ການສ້າງກຸ່ມຜະລິດຫັດຖະກຳຕໍ່າຫູກ ກ່ອນຈະມາເປັນກຸ່ມປັດຈຸບັນ, ເມື່ອກ່ອນໃນໄລຍະປີ 2.000 ໄດ້ຮັບການສະໜັບສະໜູນຈາກໂຄງການຂອງຍີ່ປຸ່ນ, ມາຮອດທ້າຍປີ 2013 ໂຄງການດັ່ງກ່າວໄດ້ສີ້ນສຸດ, ວັນທີ 10 ມັງກອນ 2014 ຜະລິດຕະພັນຫັດຖະກຳຕໍ່າແຜ່ນແພຂອງພວກເຮົາໄດ້ຮັບໃບຢັ້ງຢືນຮັບຮອງ ແລະ ປະກາດເປັນສີນຄ້າ ODOP ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແລະ ໄດ້ສືບຕໍ່ຈັດຕັ້ງປະຕິບັດ ເປັນກຸ່ມການຜະລິດຫັດຖະກຳຕໍ່າແຜ່ນແພ ຂະໜາດນ້ອຍແບບຄອບຄົວ ຈົນມາເຖິງປັດຈຸບັນ.

ໃນປີ 2014 ມີ 18 ຄອບຄົວທີ່ເປັນສະມາຊິກຢູ່ໃນກຸ່ມ ມາຮອດປັດຈຸບັນມີ 155 ຄອບຄົວ, ເດັກນ້ອຍເພດຍິງແຕ່ອາຍຸ 8 ປີຂຶ້ນໄປແມ່ນສາມາດຕໍ່າແຜ່ນແພໄດ້, ກຸ່ມຂອງພວກເຮົາເຄື່ອນໄຫວພາຍໃນ ມີກົດລະບຽບສະເພາະ ປະກອບການຈັດຕັ້ງ ແລະ ມີການແບ່ງຄວາມຮັບຜິດຊອບພາຍໃນກຸ່ມຢ່າງລະອຽດ ແລະ ການສ້າງກຸ່ມດັ່ງກ່າວນີ້ ເປັນການລວມຕົວກັນຂອງບັນດາຫົວໜ່ວຍຄອບຄົວ ເພື່ອຈັດຕັ້ງເປັນກຸ່ມຫັດຖະກຳ, ສ້າງຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ການຄຸ້ມຄອງ, ການຮ່ວມທຶນ ເພື່ອຜະລິດສີນຄ້າຕາມລາຍການຜະລິດຕະພັນ ເຊິ່ງເມື່ອກ່ອນ ແມ່ນມີ 8 ລາຍການຜະລິດຕະພັນ ມາຮອດປະຈຸບັນ ມີ 14 ລາຍການຜະລິດຕະພັນ ໂດຍກຸ່ມການຜະລິດຫັດຖະກໍາຕໍ່າແຜ່ນແພຂະໜາດນ້ອຍແບບຄອບຄົວ ຂອງພວກເຮົາສ້າງຜະລິດແຜ່ນແພໂດຍນຳໃຊ້ວັດຖຸດິບຈາກທຳມະຊາດ 80% ເປັນຕົ້ນ: ການຍ້ອມສີແບບທໍາມະຊາດ, ການສາວເສັ້ນໄຍປໍກ້ວຍມາຕໍ່າປະສົມປະສານກັບວັດຖຸດີບສຳເລັດຮູບ ທີ່ມີການຈຳໜ່າຍໃນທ້ອງຕະຫຼາດປະມານ 20% ທີ່ເປັນເສັ້ນດ້າຍ, ເສັ້ນໄໝ, ເສັ້ນຝ້າຍ, ໝາກປັດ ມາປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ ທີ່ເປັນເອກະລັກສະເພາະຂອງຊົນເຜົ່າກະຕູ ອັນສວຍງາມ, ມີຄວາມປານີດ ເປັນທີ່ຍອມຮັບຂອງຕ່າງເມືອງ, ຕ່າງແຂວງ ແລະ ຊາວຕ່າງປະເທດ ທີ່ມາທ່ອງທ່ຽວ ສປປ ລາວ ໄດ້ແວ່ຊື້ເປັນຂອງໃຊ້ ແລະ ເປັນເຄື່ອງຝາກຂອງຕ້ອນ.

ທ່ານ ຄຳພອນ ອ່ອນຈັນ ກ່າວວ່າ: ໃນປີ 2016 – 2020 ກຸ່ມສາມາດຕໍ່າແຜ່ນແພໄດ້ ທັງໝົດ 72.685 ຜືນ, ມູນຄ່າ 2.000.150.000 ກີບ. ໃນນີ້, ຜະລິດຕະພັນ ຈໍານວນ 14 ລາຍການ ທີ່ໄດ້ຮັບຮອງເປັນສີນຄ້າ ODOP ທີ່ສາມາດວາງຈຳໜ່າຍ ແລະ ຂາຍອອກໄດ້ 72.000 ຜືນ, ມີເສື້ອແຊະ, ຜ້າປູໂຕະ, ຜ້າບ່ຽງ, ຜ້າກະຕ່ຽວ, ສີ້ນໝາກປັດ, ຜ້າຫົ່ມ, ຜ້າບ່ຽງປະສົມເສັ້ນໄຍປໍກ້ວຍ, ແພພັນຄໍ, ສີ້ນທຳມະດາ, ຜ້າຮອງຈານ, ຜ້າຮອງຈອກ, ສາຍມັດຜົມ, ສາຍແຂນ, ກະເປົ່າ ລວມມູນຄ່າເປັນເງິນຈຳນວນ 2.000.267.150 ກີບ ແລະ ປັດຈຸບັນ ມີຄັງເງິນຂອງກຸ່ມມີລາຍຮັບ ແລະ ສາມາດເກັບເງິນເຂົ້າຄັງ ໃນກຸ່ມໄດ້ທັງໝົດ 120.000.000 ກີບ ແລະ ມີນະໂຍບາຍ ປ່ອຍສິນເຊື່ອ ເພື່ອແກ້ໄຂຄວາມຈໍາເປັນໃຫ້ສາມາຊິກພາຍໃນກຸ່ມ.

ທັງນີ້, ການສ້າງກຸ່ມຫັດຖະກໍາຕໍ່າຫູກບ້ານຫ້ວຍຫຸນໃຕ້ ຖືວ່າເປັນຈຸດປ່ຽນ ໃນການສ້າງວິຊາອາຊີບໃຫ້ປະຊາຊົນ ຖ້າທຽບໃສ່ເມື່ອກ່ອນຈະເຫັນໄດ້ວ່າ ຈາກຜູ້ທີ່ບໍ່ມີລາຍຮັບກໍສາມາດເຮັດໃຫ້ມີລາຍຮັບເຂົ້າຄອບຄົວ, ຈາກຄອບຄົວທີ່ທຸກຍາກ ກໍສາມາດເຮັດໃຫ້ຄອບຄົວພົ້ນທຸກໄດ້ ແລະ ຍັງເປັນການສືບທອດໃນດ້ານສິລະປະ, ຫັດຖະກຳ, ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງບັນພະບຸລຸດປູ່ຍ່າຕາຍາຍທີ່ເປັນເອກະລັກສະເພາະໃນຊຸດຟື້ນເມືອງຂອງຊົນເຜົ່າກະຕູ, ສືບທອດໃຫ້ລຸ້ນລູກ, ລຸ້ນຫຼານ ໄດ້ຮັບຮູ້ ແລະ ຈັດຕັ້ງປະຕິບັດຕໍ່ໆ ກັນມາຮອດປັດຈຸບັນ.

ປັດຈຸບັນ, ບ້ານຫ້ວຍຫູນໃຕ້, ເມືອງເລົ່າງາມ, ແຂວງສາລະ ມີຈຳນວນພົນລະເມືອງທັງໝົດ 852 ຄົນ, ຍິງ 440 ຄົນ, ມີ 155 ຄອບຄົວ ປະກອບມີ 145 ຫຼັງຄາເຮືອນ ເປັນຊົນເຜົ່າກະຕູ ຕົ້ນກຳເນີດແມ່ນມາຈາກບ້ານປະລຸ ຕາແສງອາເຕັງເມືອງກະລືມ ແຂວງເຊກອງ ແຕ່ຍ້ອນເງື່ອນໄຂ ບ່ອນຢູ່ເດີມເປັນພູດອຍ ຫ່າງໄກສອກຫຼີກ ການດຳລົງຊີວິດພົບຄວາມຫຍຸ້ງຍາກຫຼາຍດ້ານ. ສະນັ້ນ, ເມື່ອກາງປີ 1976 ໄດ້ຍົກຍ້າຍຈາກບ້ານເດີມໄປບຸກເບີກເນື້ອທີ່ໃໝ່ ຊຶ່ງມາຕັ້ງບ້ານເຮືອນຢູ່ດິນຕອນໜຶ່ງແຄມສາຍນໍ້າຫ້ວຍຫູນຕອນໃຕ້ ທີ່ຂຶ້ນກັບເມືອງເລົ່າງາມ ແຂວງສາລະວັນ ໃນປັດຈຸບັນ.