ປະສານສຽງ 2 ຝັ່ງຂອງ ເພງ “ນິລັນ” Txrbo F.T BAY6IX & LALA

105

ປະສານສຽງກັນຢ່າງລົງໂຕ ນັກຮ້ອງລາວ ແລະ ໄທ Txrbo ນັກຮ້ອງໄທ BAY6IX & LALA ນັກຮ້ອງລາວ ກັບເພງໃໝ່ຫຼ້າສຸດ ປ່ອຍມື້ວານ 21 ກັນຍາ 2022

ຊື່ເພງ ນິລັນ (นิรันดร์) ບອກເລີຍເປັນແນວເພງຟັງມ່ວນໆ ເນື້ອຫາປະມານວ່າ ຫາກຂ້ອຍເປັນນິລັກບໍ່ມີວັນຕາຍໄປ ແຕ່ຖ້າພົບວ່າຈະບໍ່ມີເຈົ້າຂ້ອຍບໍ່ຂໍເປັນນະລັນດີກວ່າ

ເຊິ່ງເອັມວີເປີດສາກອອກມາກໍເວົ້າເລີຍ ເພາະນາງເອກເອັມວີແມ່ນຈາກໄປ ໂດຍພະເອກກໍໄດ້ໄປນໍາຫາ ດ້ວຍຄວາມເສຍໃຈ ແຕ່ກໍບໍ່ສາມາດໃຫ້ກັບຄືນມາໄດ້

ແຕ່ໃນເນື້ອເພງກໍກິນໃຈອີກວ່າ ເຖິງເຈົ້າຈະຈາກກັນ ເຖິງເຈົ້າຈະຈາກໄປ ແຕ່ຮັກເຮົາ ຮັກທີ່ຂ້ອຍມີຍັງຄົງເປັນນິລັນ ນິລັນດອນ
ບອກເລີຍມ່ວນ ຍອດວິວກໍາລັງຂຶ້ນຕິກໆ

ສາມາດເຂົ້າໄປຟັງເພງນີ້ໄດ້ Txrbo Ft. BAY6IX & LALA – นิรันดร์ (NIRUN) [Official MV] ທາງຊ່ອງຢູ່ທູບ High Cloud Entertainment