ກຽມຮູ້ພ້ອມກັນ Miss Tourism International Laos 2022 ຈະແມ່ນໃຜ ?

49

ໜ້າຕິດຕາມ ວ່າສາວງາມທ່ານໃດ ທີ່ມີຄວາມສາມາດຄອງໃຈຄະນະກໍາມະການ ແລະ ໄດ້ຮັບການຄັດເລືອກໃຫ້ດໍາລົງຕໍາແໜ່ງ Miss Tourism International Laos 2022

ເຊິ່ງງານຄັດເລືອກຢ່າງເປັນທາງການຂອງ Miss Tourism International Laos 2022 ໄດ້ຜ່ານໄປແລ້ວ ແຕ່ທາງກອງປະກວດຍັງໃຫ້ໄດ້ຕິດຕາມຕໍ່ໂດຍບໍ່ທັນເປີດເຜີຍວ່າແມ່ນໃຜ ທີ່ເປັນຜູ້ຖືກເລືອກ

ເຊິ່ງໃນເວທີດັ່ງກ່າວແມ່ນ ທ່ານນາງ ມະຍຸລີ ຄຳວັນດີ ປະທານບໍລິສັດ Action Pro ແລະ ໄດ້ຮັບກຽດໃຫ້ເປັນປະທານກອງປະກວດ Miss Tourism International Laos 2022 ແລະ ເປັນເວທີໃນການສົ່ງເສີມ ແລະ ເຜີຍແຜ່ການທ່ອງທ່ຽວ ໂດຍເປົ້າໝາຍການປະກວດ Miss Tourism International ຫຼື (MTI)

ນັ້ນແມ່ນການສ້າງກິດຈະກຳ Tourism Public Relations Ambassador ເປັນທູດໃນການປະຊາສຳພັນການທ່ອງທ່ຽວລະຫວ່າງບັນດາປະເທດຕ່າງໆໃນສາກົນ.

ໃນການປະກວດຄັ້ງນີ້ແມ່ນໄດ້ເປັນການຄັດເລືອກພາຍໃນ ໂດຍເລືອກເອົາບຸກຄົນທີ່ມີຄວາມເໝະາະສົມ ກົງກັບມາດຕະຖານຂອງກອງປະກວດ ຊື່ງທາງກອງປະກວດໄດ້ເລືອກຜູ້ທີ່ຈະມາຮັບຕຳແໜ່ງ Miss Tourism International Laos 2022 ໄດ້ເປັນທີຮຽບຮ້ອຍແລ້ວ ແລະ ທາງກອງປະກວດຈະໄດ້ມີການຖະແຫຼງຂ່າວເປີດຕົວ ຢ່າງເປັນທາງການໃນໄວໆນີ້ ເຊິ່ງເປັນເວທີໜຶ່ງທີ່ໜ້າຕິດຕາມທີ່ສຸດ ວ່າສາວງາມຜູ້ມີຄວາມພ້ອມນັ້ນແມ່ນທ່ານໃດ ແລະ ສໍາລັບແຟນນາງງາມເວທີ Miss Tourism International ກໍຕ້ອງໄດ້ຖ້າຕິດຕາມໃນຕອນຕໍ່ໄປ.


ສໍາລັບເວທີ Miss Tourism International 2022 ໄດ້ເປີດໂອກາດດີໆໃຫ້ກັບສາວງາມ ໃນການເປັນຕົວແທນຂອງປະເທດລາວ ໄປເຜີຍແຜ່ການທ່ອງທ່ຽວລາວສູ່ສາຍຕາສາກົນໃນເວທີ Miss Tourism international ໂດຍໄດ້ມີການຄັດເລືອກ ຕັ້ງແຕ່ວັນທີ 12 ກັນຍາ 2022 ຜ່ານມາ ແລະ ຕ້ອງໄດ້ມາລຸ້ນກັນຕໍ່ເລີຍວ່າໃຜທີ່ໄດ້ຄອງຕຳແໜ່ງອັນຊົງກຽດນີ້

ພ້ອມນີ້, ທ່ານ ນາງ ມະຍຸລີ ຄຳວັນດີ ປະທານບໍລິສັດ Action Pro ແລະ ໄດ້ຮັບກຽດໃຫ້ເປັນປະທານກອງປະກວດ Miss Tourism International Laos 2022 ໄດ້ໃຫ້ຮູ້ວ່າ: ການຄັດເລືອກສາວງາມເພື່ອເປັນຕົວແທນທູດການທ່ອງທ່ຽວລາວໃນເວທີສາກົນນີ້ ສາວງາມຕ້ອງມີທັກສະການຍ່າງອັນເປັນເລີດ, ມີບຸກຄະລິກະພາບດີ, ມີທັດສະນະຄະຕິທີ່ດີ, ມີຄວາມຮູ້, ມີທັກສະການເວົ້າ, ການແນະນຳໂຕ ພ້ອມຄວາມສາມາດດ້ານພາສາອີກດ້ວຍ ແລະ ນັ້ນກໍໝາຍເຖິງມັນກາຍເປັນໂຈດໃຫຍ່ຂອງສາວໆ ແຕ່ມາດຕະຖານຕ່າງໆທີ່ເວົ້າມາແນ່ນອນເຮົາມີສະແກນເນີທີ່ເປັນມືອາຊີບຢູ່ນໍາ

ເຊິ່ງນັ້ນກໍຄືທ່ານຄະນະກໍາມະການທັງ 7 ທ່ານ ທີ່ໄດ້ເຂົ້າມາຮ່ວມເລືອກເຟັ້ນຫາ ພ້ອມທັງສອບຖາມເຈາະຈິ້ມສາວງາມໃນມື້ນີ້ຄັດເລືອກ ແລະ ແນ່ນອນວ່າສາວງາມທີ່ທາງກອງຄັດເລືອກໃນຄັ້ງນີ້ແມ່ນເປັນຜູ້ທີ່ມີຄວາມສາມດຫຼາກຫຼາຍ ແລະ ມີຄວາມພ້ອມທີ່ສຸດທີ່ຈະເປັນຕົວແທນຂອງລາວເຮົາ ໃນການເປັນທູດວັດທະນະທໍາ ເພື່ອເຜີຍແຜ່ຄວາມເປັນລາວໃຫ້ສາກົນໄດ້ຮັບຮູ້ ແລະ ກໍຂໍຝາກໄວ້ສໍາລັບເວທີ Miss Tourism International Laos 2022 ຈະເປັນອີກໜຶ່ງເວທີທີ່ໜ້າຕິດຕາມຢ່າງແນ່ນອນ.