ເຊັນສັນຍາກຽມສົ່ງເຂົ້າກາຈໍາປາຫອມ ໄປປະເທດຝຣັ່ງ ຄາດເບື້ອງຕົ້ນຈະສາມາດສົ່ງອອກໄປ 1 ພັນໂຕນຕໍ່ປີ

135

ສປປ ລາວ ເຮົາ ຖືເປັນປະເທດໜຶ່ງທີ່ມີຄວາມໂດດເດັ່ນດ້ານການປູກເຂົ້າໜຽວ ດ້ວຍທີ່ດິນທີ່ຍັງມີຄວາມອຸດົມສົມບູນ ເຮັດໃຫ້ຜະລິດສ່ວຍໃຫຍ່ຍັງເປັນອິນຊີ ແລະ ມີຄຸນນະພາບ ເປັນທີ່ຕ້ອງການຂອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ, ເຊິ່ງຫລ້າສຸດ ບໍລິສັດຈໍາປາຫອມການຄ້າ ຮ່ວມມືກັບ ບໍລິສັດ WECH GROS import-export ໄດ້ລົງນາມເຊັນສັນຍາຮ່ວມມື ຊື້-ຂາຍ ເຂົ້າເພື່ອ ສົ່ງເຂົ້າໄປຂາຍຢູ່ປະເທດຝຮັ່ງ ໃນເບື້ອງຕົ້ນຄາດວ່າຈະໃຫ້ສາມາດສົ່ງອອກໄປ 1 ພັນໂຕນ ມູນຄ່າ 1,2 ລ້ານໂດລາ.

ພິທີເຊັນສັນຍາດັ່ງກ່າວຈັດຂຶ້ນວັນທີ 22 ກັນຍາ 2022 ທີ່ບໍລິສັດຈໍາປາຫອມການຄ້າ ຂາອອກ – ຂາເຂົ້າຈໍາກັດຜູ້ດຽວ ບ້ານດອນໜູນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ລົງນາມເຊັນສັນຍາໂດຍ ທ່ານ ນາງ ບຸນຮຽງ ພົມມີໄຊ ປະທານບໍລິສັດຈໍາປາຫອມການຄ້າ ແລະ ທ່ານ ກິດສະໜາ ລັດຕະນະໄຊ ປະທານບໍລິສັດ WECH GROS import-export ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ອາດີດຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງ ພ້ອມດຽວພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ບຸນຮຽງ ພົມມີໄຊ ປະທານບໍລິສັດຈໍາປາຫອມການຄ້າ ໄດ້ກ່າວວ່າ: ຂ້າພະເຈົ້າໃນນາມຜູ້ປະກອບການ ຂໍສະແດງຄວາມຂອບໃຈມາຍັງການຈັດຕັ້ງພາກລັດທຸກຂະແໜງການທີ່ອໍານວຍຄວມສະດວກຕະຫຼອດມາ, ເຊິ່ງໃນໄລຍະຜ່ານມາທາງບໍລິສັດພວກເຮົາ ກໍໄດ້ສົ່ງເຂົ້າໄປປະເທດແບນຊິກ (ເບວຢ້ຽມ) 2 ຄັ້ງ, ຄັ້ງທໍາອິດ 50 ໂຕນ ແລະ ຄັ້ງທີ 2 ປະມານ 200 ໂຕນ ແລະ ຈະມີຄັ້ງທີ 3 ໃນໄວໆນີ້ ເນື່ອງຈາກຄວາມຕ້ອງການມີເພີ່ມຂຶ້ນ ຄາດຄະເນປະມານ 200 ໂຕນ.

ສໍາລັບພິທີເຊັນສັນຍາໃນຄັ້ງນີ້ ຂ້າພະເຈົ້າມີຄວາມພາກພູມໃຈຕື່ມອີກບາດກ້າວໜຶ່ງ ເນື່ອງຈາກທາງຜູ້ປະກອບການເພີ່ນຈະນໍາເຂົ້າໄປວາງຈໍາໜ່າຍຢູ່ຫ້າງຊັບພະສິນຄ້າຢູ່ປະເທດຝຮັ່ງ ຄາດວ່າໃນທ້າຍປີ 2022 ຫຼື ຕົ້ນປີ 2023 ຈະໃຫ້ສາມາດສົ່ງອອກເຂົ້າໜຽວ ສະເລ່ຍ 1 ພັນໂຕນ ມູນຄ່າ 1,2 ລ້ານໂດລາສະຫະລັດ.

ທ່ານປະທານບໍລິສັດຈໍາປາຫອມການຄ້າ ໃຫ້ຮູ້ຕື່ມວ່າ: ດ້ານມາດຕະຖານ ທາງບໍລິສັດມີຄວາມພ້ອມໃນການຮັກສາມາດຕະຖານ ໃນການຜະລິດເຂົ້ານັບແຕ່ການປູກຈົນຮອດຂອດການປຸງແຕ່ງ, ພ້ອມນີ້ກໍຈະປັບປຸງຕົນເອງຕື່ມ ບໍ່ວ່າຈະເປັນສົ່ງເສີມກຸ່ມຊາວນາປູກເຂົ້າາເພີ່ມຂຶ້ນ, ນຳໃຊ້ເຄື່ອງມືທັນສະໄໝຂຶ້ນ, ປັດຈຸບັນມີເນື້ອທີ່ນາສົ່ງເສີມຊາວນາໃນການປູກເຂົ້າມີ 600 ກວ່າເຮັກຕາ, ປະຊາຊົນເຂົ້າຮ່ວມໃນການປູກເຂົ້າ ມີ 600 ຄອບຄົວ.

ທ່ານ ກິດສະໜາ ລັດຕະນະໄຊ ປະທານບໍລິສັດ WECH GROS import-export ກ່າວວ່າ: ຂ້າພະເຈົ້າເຫັນວ່າຢູ່ປະເທດຝຮັ່ງ ມີຄວາມຕ້ອງການບໍລິໂພກເຂົ້າໜຽວຫຼາຍ. ສະນັ້ນ, ຈຶ່ງມີແນວຄິດວ່າຈະເຮັດແນວໃດ ໃຫ້ຜະລິດຕະພັນລາວໄດ້ເປັນທີ່ຮູ້ຈັກ ແລະ ຖືກນໍາໃຊ້ຢ່າງກວ້າງຂວາງ. ສະນັ້ນ, ຈຶ່ງເຫັນວ່າທ່າແຮງການຜະລິດເຂົ້າ ແລະ ຄຸນນະພາບເຂົ້າກາຈໍາປາຫອມ ມີຄວາມເປັນໄປໄດ້ ຈຶ່ງເກີດມີການເຊັນສັນຍາໃນຄັ້ງນີ້ ເຊິ່ງຕັ້ງເປົ້າໃຫ້ສາມາດສົ່ງອອກໄດ້ 1 ພັນໂຕນຕໍ່ປີ ແລະ ໃນປີຕໍ່ໄປ ຈະເພີ່ມປະລິມານຂຶ້ນຕາມຄວາມຕ້ອງການຂອງທ້ອງຕະຫຼາດ.