ເອດີບີ ປັບຫຼຸດຄາດການເສດຖະກິດຂອງປະເທດກຳລັງພັດທະນາໃນອາຊີລົງ

20

ທະນາຄານພັດທະນາອາຊີ ( ADB ) ໄດ້ອອກບົດລາຍງານ ປັບຫຼຸດຄາດການ ການຂະຫຍາຍຕົວເສດຖະກິດຂອງບັນດາປະເທດກຳລັງພັດທະນາ ໃນທະວີບອາຊີລົງເຫຼືອ 4,3% ຈາກທີ່ເຄີຍຄາດການໄວ້ທີ່ 5,2% ໃນເດືອນເມສາຜ່ານມາ ເນື່ອງຈາກມາດຕະການປິດເມືອງ ( ລັອກດາວ ) ເພື່ອຄວບຄຸມໂຄວິດ – 19 ຂອງຈີນ ໄດ້ສົ່ງຜົນກະທົບຕໍ່ການເຕີບໂຕດ້ານເສດຖະກິດຂອງອາຊີ, ພ້ອມຄາດການອັດຕາເງິນເຟີ້ຈະຢູ່ໃນລະດັບ 4,5% ຈາກ 3,7% ຈາກການຄາດການຄັ້ງຜ່ານມາ ເນື່ອງຈາກລາຄາພະລັງງານ ແລະ ລາຄາສິນຄ້າເພີ່ມຂຶ້ນ.

May be an image of sky and skyscraper

ເອດີບີ ລະບຸວ່າ: ເຖິງວ່າຫຼາຍປະເທດໃນອາຊີຈະຜ່ອນຄາຍມາດຕະການຄວບຄຸມໂຄວິດ – 19 ເຮັດໃຫ້ກະຕຸ້ນການໃຊ້ຈ່າຍຂອງຜູ້ບໍລິໂພກເພີ່ມຂຶ້ນ ແຕ່ຄວາມຂັດແຍ່ງຂອງປະເທດມະຫາອຳນາດ ສົ່ງຜົນກະທົບຕໍ່ການຟື້ນຕົວຂອງເສດຖະກິດອາຊີ ໂດຍສະເພາະບັນຫາລາຄາພະລັງງານ ແລະ ສິນຄ້າເພີ່ມຂຶ້ນ ບວກກັບອັດຕາດອກເບ້ຍຂອງທະນາຄານກາງເພີ່ມຂຶ້ນ.

May be an image of sky and skyscraper

ທ່ານ ອັລເບີດ ປາກ ຫົວໜ້ານັກເສດຖະສາດຂອງ ເອດີບີ ກ່າວວ່າ: ທ່າອ່ຽງຂອງເສດຖະກິດພູມີພາກອາຊີ ຍັງມີຄວາມສ່ຽງສູງ ແລະ ຂໍໃຫ້ລັດຖະບານປະເທດຕ່າງໆຕິດຕາມຢ່າງໃກ້ຊິດ ເນື່ອງຈາກເສດຖະກິດໂລກຢູ່ໃນຂາລົງ ເຊິ່ງຈະສົ່ງຜົນກະທົບຕໍ່ຍອດການສົ່ງອອກຂອງອາຊີ, ບວກກັບການໃຊ້ນະໂຍບາຍການເງິນຢ່າງເຂັ້ມງວດຂອງກຸ່ມປະເທດອຸດສາຫະກຳຫຼັກ ເພື່ອຄວບຄຸມອັດຕາເງິນເຟີ້ ຈະນຳໄປສູ່ຄວາມບໍ່ມີສະຖຽນລະພາບດ້ານການເງິນ, ໃນຂະນະດຽວກັນ ຈີນ ເຊິ່ງເປັນປະເທດທີ່ມີເສດຖະກິດຂະໜາດໃຫຍ່ທີ່ສຸດຂອງອາຊີ ແລະ ອັນດັບ 2 ຂອງໂລກ ກຳລັງມີຄວາມທ້າທາຍທາງດ້ານເສດຖະກິດ ຈາກມາດຕະການລັອກດາວເພື່ອຄວບຄຸມໂຄວິດ – 19.