ທຸລຽນຫວຽດນາມ ບຸກຕະຫຼາດຈີນ ພາຍໃຕ້ຂອບອາເຊັບ

25

ສຳນັກຂ່າວຊິນຫົວລາຍງານໃນວັນທີ 21 ກັນຍາ 2022 ວ່າ ຫວຽດນາມສົ່ງອອກທຸລຽນສົດ ພາຍໃຕ້ຂໍ້ຕົກລົງຫຸ້ນສ່ວນທາງເສດຖະກິດລະດັບພູມີພາກ ( RCEP ) ເຊິ່ງທຸລຽນຖ້ຽວທຳອິດ ຈຳນວນ 18,24 ໂຕນ ໄດ້ສົ່ງໄປຍັງເມືອງໂຢ້ວອີ້ ເຂດປົກຄອງຕົນເອງກວາງຊີຈ້ວງ ພາກໃຕ້ຂອງຈີນ ເມື່ອວັນຈັນຜ່ານມາ.

May be an image of 1 person and durian

ທັງນີ້, ທຸລຽນຈາກອາຊຽນ ໄດ້ຮັບຄວາມນິຍົມໃນຕະຫຼາດຈີນ ໂດຍຜູ້ສົ່ງອອກຫຼັກໃນປັດຈຸບັນແມ່ນ ໄທ, ມາເລເຊຍ ແລະ ຫວຽດນາມ ແຕ່ລະດູການເກັບກູ້ທຸລຽນຂອງຫວຽດນາມຍາວກວ່າ ແລະ ຜົນຜະລິດຂ້ອນຂ້າງສູງກວ່າ ລວມທັງການນຳເຂົ້າສູ່ຈີນ ມີໄລຍະເວລາສັ້ນກວ່າ ແລະ ຕົ້ນທຶນຕ່ຳກວ່າ ຈຶ່ງໄດ້ຮັບຄວາມສົນໃຈຈາກຜູ້ນຳເຂົ້າ ແລະ ຜູ້ບໍລິໂພກ.

May be an image of 1 person and durian

ຮອງປະທານ ບໍລິສັດ YH Global Supply Chain ເຊິ່ງເປັນຜູ້ນຳເຂົ້າທຸລຽນຈາກຫວຽດນາມ ກ່າວວ່າ: ການນຳເຂົ້າທຸລຽນຈາກຫວຽດນາມ ໄດ້ຮັບການອຳນວຍຄວາມສະດວກຈາກເຈົ້າໜ້າທີ່ດ່ານສາກົນ ລວມທັງລະບົບໂລຈິສຕິກ ລະຫວ່າງ ຈີນ – ອາຊຽນ ຊ່ວຍຮັກສາຄວາມສົດໃໝ່ ແລະ ລົດຊາດຂອງທຸລຽນໄດ້ເປັນຢ່າງດີ.