ລົງໜ້ອຍກໍ່ດີກວ່າບໍ່ລົງ ລາຄານ້ຳມັນປັບໃໝ່ມື້ອື່ນນີ້

83

ປະຕິບັດຕາມການປ່ຽນແປງຂອງລາຄາຕະຫຼາດໂລກ ນ້ຳມັນບ້ານເຮົາທີ່ອາໄສການນຳເຂົ້າເປັນຫຼັກກໍ່ໄດ້ປັບປ່ຽນໄປຕາມ ຫຼ້າສຸດນີ້ໄດ້ແຈ້ງປັບລົງລາຄານ້ຳມັນທຸກຊະນິດເລີ່ມມີຜົນເວລາ 06:00 ໂມງເຊົ້າຂອງວັນທີ 23 ກັນຍາ 2022 ເປັນຕົ້ນໄປ.

ການປ່ຽນແປງລາຄານ້ຳມັນເຊື້ອໄຟໃນຄັ້ງນີ້ແມ່ນອີງໃສ່ແຈ້ງການຂອງ ກະຊວງ ອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 1274/ອຄ ລົງວັນທີ 22 ກັັນຍາ 2022 ທີ່ໄດ້ແຈ້ງເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັດ ລາວ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟທົ່ວປະເທດ ພ້ອມກັນຂາຍຕາມລາຄາໃໝ່ດັ່ງນີ້:  ນໍ້າມັນແອັດຊັງພິເສດ ປັບລົງ 330 ກີບ/ລິດ, ນໍ້າມັນແອັດຊັງທຳມະດາ ປັບລົງ 240 ກີບ/ລິດ ແລະ ນໍ້າມັນກາຊວນ ປັບລົງ 470 ກີບ/ລິດ.

ຈາກການປັບລົງຄືດັ່ງກ່າວຈະເຮັດໃຫ້ລາຄານ້ຳມັນແອັດຊັງພິເສດຢູ່ນະຄອນຫຼວງວຽງຈັນຫຼຸດລົງຈາກ  25.310 ກີບມາເປັນ 24.980 ລົງ 330 ຫຼື ເທົ່າກັບ  1,30%, ແອັດຊັງທໍາມະດາ 19.570 ເປັນ 19.330 ລົງ240 ກີບ ຫຼື  1,23% ແລະລາຄານ້ຳມັນກາຊວນ ລົງຈາກ 19.150ມາເປັນ 18.680 ກີບຕໍ່ລິດລົງ 470 ເທົ່າກັບ 2,45%.

ສ່ວນລາຄາຂາຍຍ່ອຍຢູ່ແຂວງອື່ນໆແມ່ນມີການປ່ຽນແປງດັ່ງຕໍ່ໄປນີ້:  ແຂວງຜົ້ງສາລີແອັດຊັງພິເສດ 25.620 ກີບຕໍ່ລິດ, ແອັດຊັງທຳມະດາ 19.970, ກາຊວນ 19.320 ກີບຕໍ່ລິດ,  ແຂວງອຸດົມໄຊແອັດຊັງພິເສດ 25.460 ກີບ, ແອັດຊັງທຳມະດາ 19.810 ກີບ, ກາຊວນລິດລະ 19.160ກີບ, ແຂວງຫຼວງພະບາງແອັດຊັງພິເສດ 25.350 ຕໍ່ລິດ, ແອັດຊັງທຳມະດາ 19.700 ກີບຕໍ່ລິດ, ກາຊວນ 19.050 ຕໍ່ລິດ.

ແຂວງຊຽງຂວາງແອັດຊັງພິເສດ 25.170 ກີບຕໍ່ລິດ, ແອັດຊັງທຳມະດາ 19.520 ກີບ 18.870 ກີບຕໍ່ລິດ, ແຂວງວຽງຈັນ ແອັດຊັງພິເສດ 24.980 ກີບຕໍ່ລິດ, ແອັດຊັງທຳມະດາ 19.330 ກີບ, ກາຊວນ 18.680 ກີບຕໍ່ລິດ,  ບໍລິຄໍາໄຊແອັດຊັງພິເສດລິດລະ 25.060 ກີບ, ແອັດຊັງທຳມະດາ  19.410 ລິດ, ກາຊວນ 18.760 ກີບຕໍ່ລິດ.

ແຂວງສະຫວັນນະເຂດ ແອັດຊັງພິເສດ 25.010  ກີບ, ແອັດຊັງທຳມະດາ 19.360 ກີບ ແລະກາຊວນ 18.710 ກີບ, ແຂວງຈໍາປາສັກແອັດຊັງພິເສດລິດລະ 25.040 ກີບ, ແອັດຊັງທຳມະດາ 19.390 ກີບ, ກາຊວນ  18.740 ກີບ ແຂວງໄຊສົມບູນ ແອັດຊັງພິເສດ 25.260 ກີບ, ແອັດຊັງທຳມະດາ 19.610 ກີບ ແລະ ນ້ຳມັນກາຊວນລິດລະ 18.960 ກີບ.

ສໍາລັບ, ການຄິດໄລ່ພັນທະ ແລະ ຄ່າທຳນຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກຳນົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0890/ກຄພນລົງວັນທີ 20 ກັນຍາ 2022 ຈົນກວ່າຈະມີການປ່ຽນແປງ ພ້ອມນີ້, ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ ແລະ ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 1228/ອຄ, ລົງວັນທີ 14 ກັນຍາ 2022.