ມາແລ້ວໜ້າຕາ 23 ນັກເຕະທີມຊາດລາວ ຊຸດໃຫຍ່ ຫຼ້າສຸດ, ຮອດບຣູໄນ ແລ້ວ

24

ພາຍຫຼັງທີ່ ທີມຊາດລາວ ຊຸດໃຫຍ່ ເຂົ້າສູ່ການຝຶກຊ້ອມທີ່ສູນເກັບຕົວທີມຊາດໃນເຂດສະໜາມກີລາແຫ່ງຊາດ ຫຼັກ 16 ພາຍໃຕ້ການນໍາທີມໂດຍ ທ່ານ ໄມເຄິລ ໄວສ໌ ຫົວໜ້າຄູຝຶກທີມຊາດລາວ ມາຕັ້ງແຕ່ວັນທີ 5 ກັນຍາ 2022 ເພື່ອກຽມຄວາມພ້ອມເຂົ້າຮ່ວມແຂ່ງຂັນຕາມປະຕິທິນແຂ່ງຂັນທີມຊາດຂອງ ຟີຟາ ຫຼື FIFA DAY ທີ່ປະເທດບຣູໄນ.

ໂອກາດດັ່ງກ່າວ ພຸດດາວີ ພົມມະສານ ນັກເຕະທີ່ມີປະສົບການຂອງທີມໃຫ້ສໍາພາດກັບທີມຂ່າວພວກເຮົາວ່າ: ໂດຍມີເບື້ອງຕົ້ນແມ່ນເອີ້ນນັກກີລາ ເຂົ້າສູນເກັບຕົວທີມຊາດຈໍານວນ 31 ຄົນ ຈົນຫຼ້າສຸດວັນທີ 19 ກັນຍາ 2022 ໄດ້ມີການຄັດເລືອກເອົາ 23 ນັກເຕະຄົນສຸດທ້າຍ ກຽມເຂົ້າຮ່ວມລາຍການດັ່ງກ່າວ, ເຊິ່ງການຝຶກຊ້ອມຄູຝຶກໄດ້ເນັ້ນການສົ່ງບານໄວ, ເທັກນິີກຕ່າງ ແລະ ເນັ້ນເລື່ອງພາລະກໍາລັງ ເຊິ່ງແນ່ນອນພວກເຮົາຊ້ອມໜັກຫຼາຍ ເພື່ອເຂົ້າຮ່ວມການແຂ່ງຂັນນັດອຸ່ນເຄື່ອງຕາມປະຕິທິນລາຍການທີມຊາດຂອງ ຟີຟາ ໂດຍລາຍການນີ້ເປັນລາຍການສໍາຄັນຈະເປັນການເກັບຄະແນນອັນດັບໂລກ ແລະ ຍັງເປັນການທົດສອບທີມກ່ອນເຂົ້າຮ່ວມການແຂ່ງຂັນບານເຕະ Mitsubishi Electric Cup ໃນທ້າຍປີນີ້ພວກເຮົາຈະເຮັດໃຫ້ດີທີ່ສຸດເພື່ອເກັບໄຊຊະນະໃຫ້ໄດ້.

ໂດຍລາຍຊື່ 23 ນັກເຕະຊຸດນີ້ປະກອບມີດັ່ງນີ້:
+ຜູ້ຮັກສາປະຕູ:
1.ແກ້ວອຸດອນ ສຸວັນນະສັງໂສ ຈາກສະໂມສອນ ກອງທັບ
2.ໄຊສະຫວາດ ຈາກສະໂມສອນ ຊ້າງນ້ອຍ
3.ພູນິນ ໄຊຍະສອນ ຈາກສະໂມສອນ ເອສະຣາ ( ຈາກ ຢູ 20 )
+ກອງຫຼັງ:
4.ວັນນາ ບຸນຫຼໍ່ວົງສາ ຈາກສະໂມສອນ ວຽງຈັນ
5.ອິນທະຈັກ ສີສຸພັນ ຈາກສະໂມສອນ ຫຼວງພະບາງ
6.ນະລົງສິດ ຈັນທະລັງສີ ຈາກສະໂມສອນ ຈໍາປາສັກ
7.ແອັດ ວຽງຄໍາ ຈາກສະໂມສອນ ມາສເຕີ ເຊເວັ້ນ
8.ກ້າຫານ ເພັດສີວິໄລ ຈາກສະໂມສອນ ຊ້າງນ້ອຍ
9.ອານັນຕະຊາ ສີພົງພັນ ຈາກສະໂມສອນ ເອສະຣາ ( ຈາກ ຢູ 20 )
10.ພຸດທະວົງ ສັງວິໄລ ຈາກຈາກສະໂມສອນ ເອສະຣາ ( ຈາກ ຢູ 20 )
+ກອງກາງ:
11.ພູວຽງ ພູມສະຫວັດ ຈາກສະໂມສອນ ວຽງຈັນ
12.ອານຸສອນ ໄຊປັນຍາ ຈາກສະໂມສອນ ເອສະຣາ
13.ໂຈນີ ແຫວນປະເສີດ ຈາກສະໂມສອນ ເອສະຣາ
14.ພັດທະນາ ພົມມະເທບ ຈາກສະໂມສອນ ເອສະຣາ
15.ພຸດດາວີ ພົມມະສານ ຈາກສະໂມສອນ ມາສເຕີ 7
16.ພິທັກ ກອງມາທິລາດ ຈາກສະໂມສອນ ນະຄອນປະຖົມ ( ໄທລີກ 2 )
17.ບຸນພະຈັນ ບຸນກອງ ຈາກສະໂມສອນ ຊ້າງນ້ອຍ
18.ທະນູທອງ ກຽດນະລົງລົບ ຈາກສະໂມສອນ ຊ້າງນ້ອຍ
19.ວັນນະສອນ ດວງໄມຕີ ຈາກສະໂມສອນ ຊ້າງນ້ອຍ
20.ຈັນທະວີໄຊ ຂຸນທຸມພອນ ຈາກສະໂມສອນ ເອສະຣາ ( ຈາກ ຢູ 20 )
+ກອງໜ້າ:
21.ວີສິດ ບຸນປະເສີດ ຈາກສະໂມສອນ ວຽງຈັນ
22.ເອກກະໄມ ລາດຊະຈັກ ຈາກສະໂມສອນ ຈໍາປາສັກ
23.ສຸກພະຈັນ ເລື່ອນທະລາ ຈາກສະໂມສອນ ຈໍາປາສັກ

ສໍາລັບ ຕາຕະລາງແຂ່ງຂັນຂອງທີມຊາດລາວ ຊຸດໃຫຍ່ ໃນນັດອຸ່ນເຄື່ອງ ຟີຟາ ເດ ປະຈໍາເດືອນກັນຍາ 2022 ທີ່ປະເທດບຣູໄນ ໂດຍທຸກໆນັດແຂ່ງຂັນທີ່ສະໜາມ FABD Artificial Football Field ມີດັ່ງນີ້:
-ເວລາ 16:00 ໂມງວັນທີ 24 ກັນຍາ 2022 ທີມຊາດລາວ ພົບ ມານດິບ
-ເວລາ 16:00 ໂມງວັນທີ 27 ກັນຍາ 2022 ທີມຊາດບຣູໄນ ພົບກັບ ທີມຊາດລາວ

ທັບນັກກີລາບານເຕະ ທີມຊາດລາວ ຊຸດໃຫຍ່ ເດີນທາງຮອດປະເທດບຣູໄນ ເປັນທີ່ຮຽບຮ້ອຍໃນຕອນເຊົ້າຂອງວັນທີ 22 ກັນຍາ 2022 ເວລາໃນປະເທດບຣູໄນ ໂດຍການເດີນທາງຄັ້ງນີ້ນໍາໂດຍ ທ່ານ ປະສາດໄຊ ພິລາພັນເດຊ ຮອງປະທານສະຫະພັນບານເຕະແຫ່ງຊາດ ພ້ອມດ້ວຍຄະນະນໍາ, ຄະນະຄູຝຶກ ແລະ ນັກເຕະ ທີມຊາດລາວ ຊຸດໃຫຍ່ ແລະ ມີຕາງໜ້າຈາກສະຫະພັນບານເຕະບຣູໄນ ມາຕ້ອນຮັບຢ່າງອົບອຸ່ນ.

ຂະນະທີ່ ສະຖິຕິການພົບກັນຂອງ ທີມຊາດລາວ ຊຸດໃຫຍ່ ກັບ ມານດິວ ເຄີຍພົບກັນມາ 3 ນັດປາກກົດວ່າ: ນັດທໍາອິດ ມານດິວ ຊະນະ ລາວ 7-1 ໃນນັດອຸ່ນເຄື່ອງປີ 2014, ສ່ວນອີກ 2 ນັດເກີດຂຶ້ນໃນປີ 2016 ນັດທໍາອິດ ມານດິວ ຊະນະ ລາວ 4-0 ແລະ ນັດທີ 2 ລາວ ສະເໝີກັບ ມານດິວ 1-1.

ສ່ວນສະຖິຕິການພົບກັນລະຫວ່າງ ທີມຊາດລາວ ກັບ ບຣູໄນ 5 ນັດຫຼັງສຸດ ລາວ ສາມາດຊະນະໄດ້ທັງໝົດຄື: ປີ 2012 ລາວ ຊະນະ 1-3 ລານຍການຊີງແຊັມອາຊຽນ, ປີ 2014 ລາວ ຊະນະ 4-2 ລານການຊີງແຊັມອາຊຽນ, ປີ 2016 ລາວ ຊະນະ 4-3 ລາຍການຊີງແຊັມອາຊຽນ, ປີ 2016 ລາວ ຊະນະ 3-2 ລາຍການ AFC Solidarity Cup ແລະ ນັດຫຼ້າສຸດໃນຕົ້ນປີ 2022 ທີມຊາດລາວ ຊະນະ 3-2 ລາຍການອຸ່ນເຄື່ອງທີ່ ສປປ ລາວ ເປັນເຈົ້າພາບ.

ຂ່າວ-ຮູບ: Larh Creators