ປີດຽວ ໂຮງງານຜະລິດແປ້ງມັນຕົ້ນເມືອງໝື່ນເກັບຊື້ມັນເກືອບ 50.000 ໂຕນ

116

ຂໍ້ມູນລາຍງານໃນໂອກາດທີ່  ທ່ານ ບຸນສອນ ເພັດລາວັນ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 10 ແຂວງວຽງຈັນ ທັງເປັນ ປະທານສະພາປະຊາຊົນ ແຂວງວຽງຈັນ ແລະ ທ່ານ ບົວແກ້ວ ພອນໄຊສະຫວັດ ສະມາຊິກສະພາປະຊາຊົນແຂວງວຽງຈັນ ປະຈຳເຂດເລືຶຶອກຕັ້ງເມືອງໝື່ນ ລົງພົບປະຢ້ຽມຢາມໂຮງງານຜະລິດແປ້ງມັນຕົ້ນ ຢູ່ບ້ານນ້ຳແພດເມືອງໝື່ນແຂວງວຽງຈັນ ຕອນບ່າຍຂອງວັນທີ 16 ກັນຍາ 2022 ນີ້.


ທ່ານ ຫງຽນກົງດຶກ ເຈົ້າຂອງໂຮງງານຜະລິດແປ້ງມັນຕົ້ນ ໄດ້ລາຍງານວ່າ: ໃນໄລຍະ 1 ປີຜ່ານມາທາງໂຮງງານໄດ້ຈັດຊື້ມັນຕົ້ນດິບຈາກພໍ່ແມ່ປະຊາຊົນຊາວເມືອງໜື່ນຈຳນວນ 9.000 ໂຕນ, ຊື້ຈາກປະຊາຊົນເມືອງເຟືອງ 4.000 ໂຕນ, ເມືອງຊະນະຄາມ 25.000 ໂຕນ ແລະ ພາກສ່ວນອື່ນອີກ 10.000 ໂຕນ ລວມທັງໝົດ 1 ປີ ຜ່ານມາສາມາດຮັບຊື້ໄດ້ທັງໝົດ 48.000 ໂຕນ ລວມມູນຄ່າປະມານ 49 ຕື້ກວ່າກີບ.

ສຳລັບຜົນຜະລິດປີຜ່ານມາທາງໂຮງງານຜະລິດໄດ້ 15.000 ໂຕນ, ໄດ້ຈັດສົ່ງຂາຍທັງພາຍໃນ ແລະ ຕ່າງປະເທດ ແລະ ໄດ້ວາງແຜນວ່າປີຕໍ່ໜ້ານີ້ຈະຮັບຊື້ມັນຕົ້ນດິບໃຫ້ໄດ້ທັງໝົດ 60.000 ໂຕນ, ໃຫ້ຕອບສະໜອງແກ່ການຜະລິດແປ້ງມັນຕົ້ນໃຫ້ໄດ້ 22 ຫາ 25 ໂຕນຕໍ່ປີ.


ທ່ານ ຫງຽນກົງດຶກ ເຈົ້າຂອງໂຮງງານຜະລິດແປ້ງມັນຕົ້ນຍັງໄດ້ຮູ້ຕື່ມອີກວ່າປັດຈຸບັນທັງບໍລິສັດມີພະນັກງານປະຈຳຢູ່ໃນໂຮງງານທັງໝົດ 78 ຄົນ, ພະນັກງານລາຍວັນ 42 ຄົນ ລວມທັງໝົດ 120 ຄົນ, ນະໂຍບາຍເງິນເດືອນໃຫ້ແກ່ພະນັກງານປະຈຳຕ່ຳສຸດ 2,200,000 ກີບ, ສູງສຸດ 8 ລ້ານກວ່າກີບ, ພະນັງານລາຍວັນແມ່ນ 70 ພັນກີບຕໍ່ວັນ. ພ້ອມວາງແຜນໄວ້ວ່າຕໍ່ໜ້າລະດູເກັບມັນນຕົ້ນດິບໂຮງງານຍັງຈະຕ້ອງການພະນັກງານທີ່ຢູ່ໃນພື້ນທີ່ຂອງເຂດເມືອງໝື່ນຕື່ມອີກ.


ຂ່າວ,ພາບ: ຄຳເພັດ