ຈຸດສຸມຂະແໜງກະສິກຳ ລາວຕ້ອງຄ້ຳປະກັນສະບຽງອາຫານພາຍໃນ ພ້ອມທັງຫຼຸດຜ່ອນການນຳເຂົ້່າ

181

ໃນວັນທີ 21 ກັນຍາ 2022 ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ ຂອງໜ່ວຍງານຂະແໜງການ ກະສິກຳ ແລະ ພັດທະນາຊົນນະບົດ (SWG-ARD) ປະຈຳປີ 2022 ຂຶ້ນ, ທີ່ໂຮງແຮມ ຄຣາວພາຊາ, ໂດຍການເຂົ້າຮ່ວມຂອງທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ອາແລັງ ເປຊີເຢ Alain Perrier ຮອງເອກອັກຄະລັດຖະທູດ ຝຣັ່ງ ປະຈຳ ສປປ ລາວ ແລະ ທ່ານ ນາຊາ ຮ່າຢັດ Nasar Hayat ຜູ້ຕາງໜ້າຈາກ ອົງການອາຫານ ແລະ ການກະເສດ ປະຈຳ ສປປ ລາວ, ພ້ອມມີບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມຜ່ານລະບົບທາງໄກ ແລະ ເຊິ່ງໜ້າ.

ຈຸດປະສົງ ກອງປະຊຸມຄັ້ງນີ້ແມ່ນເພື່ອ ປຶກສາຫາລື ກ່ຽວກັບ: 1.) ການປະສານງານ, ສິ່ງທີ່ພົ້ນເດັ່ນ ແລະ ຄວາມຄືບໜ້າໃນ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ຂອງ ກະຊວງກະສິກຳ ແລະ ປ່າໄມ້ 2.) ຜົນກະທົບ ຂອງ ການເພີ່ມຂຶ້ນຄ່າຄອງຊີບ (ນໍ້າມັນ, ຝຸ່ນ, ອັດຕາຄ່າເງິນ ແລະ ລາຄາສິນຄ້າຕ່າງໆ) ທີ່ກະທົບຕໍ່ກັບການຄໍ້າປະກັນສະບຽງ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ; 3.) ສິ່ງທ້າທາຍ ແລະ ລະບຽບຫຼັກການຕ່າງໃນການສົ່ງສິນຄ້າ ກະສິກຳອອກໄປຕ່າງປະເທດ. ຜົນຂອງກອງ SWG-ARD ໃນຄັ້ງນີ້ ແມ່ນຈະໄດ້ ຖືກສົ່ງໃຫ້ MPI ປະກອບໃສ່ ບົດລາຍງານ ກອງປະຊຸມ ໂຕະມົນ ປະຈຳປີ 2022.


ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ກ່າວບາງຕອນວ່່າ: ປະເທດເຮົານອກຈາກໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ການປ່ຽນແປງດິນຟ້າອາກາດທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ໃນຂົງເຂດວຽກງານການຜະລິດກະສິກຳ, ການລະບາດຂອງສັດຕູພືດ ແລະ ຄວາມເຄັ່ງຕຶງດ້ານການເມືອງ ແລະ ການຄັດແຍ່ງທາງດ້ານການທະຫານບາງປະເທດໃນສາກົນ ທີ່ສົ່ງຜົນເຮັດໃຫ້ລາຄານໍ້າມັນ, ລາຄາສິນຄ້າອື່ນໆສູງຂຶ້ນ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ ສປປ ລາວ ໃນໄລຍະທີ່ພວກເຮົາກຳລັງຂ້າມຜ່ານການຜະລິດກະສິກຳ ແລະ ດຳເນີນໄປສູ່ການຜະລິດເປັນສິນຄ້າ ເຮັດໃຫ້ຊາວກະສິກອນທີ່ນຳໃຊ້ລົດໄຖ ຫຼື ພາຫະນະເຂົ້າໃນຜະລິດໄດ້ຮັບຜົນກະທົບ ເຊິ່ງເປັນຜົນເຮັດໃຫ້ລາຄາສິນຄ້າກະສິກຳສູງຂຶ້ນ ອັນກະທົບໂດຍກົງຕໍ່ຜູ້ບໍລິໂພກ.


ດັ່ງນັ້ນກອງປະຊຸມຄັ້ງນີ້ພວກເຮົາຈະໄດ້ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານ SWG-ARD ໃນໄລຍະຜ່ານມາ, ພ້ອມສຶກສາເຜີຍແຜ່ຂໍ້ມູນທີ່ໄດ້ຮັບຜົນກະທົບທາງກົງ ແລະ ທາງອ້ອມ ຈາກລາຄານໍ້າມັນ, ລາຄາສິນຄ້າ, ອາຫານ…ຕໍ່ຂະແໜງກະສິກຳ ແລະ ປ່າໄມ້. ພ້ອມຈະໄດ້ປຶກສາຫາລື ເພື່ອແນໃສ່ກະຕຸກຊຸກຍູ້ການຈັດຕັ້ງປະຕິບັດວຽກງານໃນຂົງເຂດກະສິກຳ ແລະ ປ່າໄມ້ ແລະ ພັດທະນາຊົນນະບົດຂອງ ສປປ ລາວ ໃນເງື່ອນໄຂໃໝ່ທີ່ພວກເຮົາກຳລັງປະເຊີນ.


ຄຽງຄູ່ໄປກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືຍຸດທະສາດການພັດທະນາຂະແໜງກະສິກຳ ແລະ ປ່າໄມ້ ພວກເຮົາຍັງໄດ້ປະຕິບິດປີມ້ວນທ້າຍວາລະແຫ່ງຊາດທີ່ສຸມໃສ່ 2 ວຽກຈຸດສຸມໃຫຍ່ໃນຂົງເຂດວຽກງານກະສິກຳຄື: 1). ສຸມໃສ່ການຜະລິດເພື່ອຄໍ້າປະກັນສະບຽງອາຫານພາຍໃນປະເທດ ແລະ ທົດແທນການນຳເຂົ້າ ແລະ 2). ການຜະລິດສິນຄ້າເພື່ອສົ່ງອອກ. ຜ່ານການຈັດຕັ້ງປະຕິບັດໃນ 6 ເດືອນຕົ້ນປີ 2022 ສາມາດຜະລິດສິນຄ້າບັນລຸ 870 ກວ່າລ້ານໂດລາ.