ສະວິດເຊີແລນ ປັບຫຼຸດຄາດການເສດຖະກິດລົງ

15

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນວັນທີ 20 ກັນຍາຜ່ານມາ ສຳນັກງານເລຂາທິການຝ່າຍເສດຖະກິດແຫ່ງລັດຂອງສະວິດເຊີແລນ ( SEOC ) ໄດ້ປັບຫຼຸດຄາດການເສດຖະກິດລົງ ເນື່ອງຈາກປັດໄຈ ຄວາມສ່ຽງສະຖານະການຂອງລາຄາພະລັງງານ ແລະ ອັດຕາເງິນເຟີ້ເພີ່ມຂຶ້ນສູງ.

May be an image of lake and nature

ທັງນີ້ SEOC ໄດ້ປັບຫຼຸດຄາດການຂະຫຍາຍຕົວຂອງເສດຖະກິດລົງເຫຼືອ 2% ໃນປີນີ້, ຈາກທີ່ເຄີຍຄາດການໄວ້ທີ່ 2,6%, ພ້ອມທັງປັບຫຼຸດລົງເຫຼືອ 1,1% ໃນປີໜ້າ ຈາກເດີມ 1,9%. ໃນຂະນະດຽວກັນກໍໄດ້ປັບຂຶ້ນ ຄາດການອັດຕາເງິນເຟີ້ໃນປີນີ້ ໂດຍລະບຸວ່າດັດຊະນີລາຄາຜູ້ບໍລິໂພກ ( CPI ) ມີທ່າອ່ຽງເພີ່ມຂຶ້ນ ຄາດວ່າຈະຢູ່ທີ່ປະມານ 3% ໃນປີນີ້ ແລະ 2,3% ໃນປີໜ້າ, ຫຼັງຈາກກ່ອນໜ້ານີ້ເຄີຍຄາດການໄວ້ວ່າ ຈະຢູ່ທີ່ລະດັບ 2,5% ໃນປີນີ້ ແລະ 1,4% ໃນປີ 2023.

May be an image of outdoors