ສປຊ ເຕືອນ ຄວາມບໍ່ເທົ່າທຽມດ້ານການສຶກສາແບ່ງແຍກໂລກຄັ້ງໃຫຍ່

24

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ອັນໂຕນີໂອ ກູເຕເຣສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ  ( ສປຊ ) ເຕືອນວ່າການສຶກສາທີ່ບໍ່ເທົ່າທຽມກຳລັງແບ່ງໂລກອອກຢ່າງໄວວາ.

May be an image of 1 person

ເລຂາທິການໃຫຍ່ ສປຊ ກ່າວໃນກອງປະຊຸມສຸດຍອດສະມັດຊາ ສປຊ ສະໄໝສາມັນ ເມື່ອວັນທີ 20 ກັນຍາຜ່ານມາ ໂດຍລະບຸວ່າການສຶກສາຢູ່ໃນສະພາວະວິກິດ ແທນທີ່ຈະເປັນການເປີດທາງທີ່ດີ ແຕ່ມັນກັບກາຍເປັນການແບ່ງແຍກຄັ້ງ ໃຫຍ່ຢ່າງໄວວາ, ການລະບາດຂອງພະຍາດໂຄວິດ – 19 ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ການຮຽນຮູ້ ໂດຍສະເພາະຕໍ່ ຄວາມເສຍປຽບຂອງນັກຮຽນທຸກຍາກທີ່ຂາດເຂີນອຸປະກອນເຕັກໂນໂລຊີ ແລະ ຄວາມຂັດແຍ່ງຕ່າງໆຍັງສົ່ງຜົນກະທົບເພີ່ມຕື່ມຕໍ່ໂຮງຮຽນຕ່າງໆ.

May be an image of 1 person

ທ່ານ ກູເຕເຣສ ຍັງຮຽກຮ້ອງໃຫ້ລັດຖະບານຂອງບັນດາປະເທດ ເພີ່ມຄ່າໃຊ້ຈ່າຍແກ່ນັກຮຽນ ທ່າມກາງເສດຖະກິດໂລກມີທ່າອ່ຽງເຂົ້າສູ່ສະພາວະທົດຖອຍ, ນອກຈາກນີ້ຍັງຮຽກຮ້ອງໃຫ້ ອັຟການິດສະຖານ ຍົກເລີກຂໍ້ຈຳກັດທັງໝົດກ່ຽວກັບການເຂົ້າເຖິງການສຶກສາລະດັບມັດທະຍົມຂອງໄວໜຸ່ມເພດຍິງທັນທີ.