ການສະໜອງຢຸດສະຫງັກ, ລາຄາສິນຄ້າສູງຂຶ້ນ ເຮັດໃຫ້ການຟື້ນໂຕທາງດ້ານເສດຖະກິດຂອງ ສປປ ລາວ ຊັກຊ້າ

101

ວັນທີ 21 ກັນຍາ 2022 ນີ້ ທະນາຄານພັດທະນາອາຊີ (ADB) ໄດ້ລາຍງານສະພາບການຟື້ນໂຕທາງດ້ານເສດຖະກິດຂອງ ສປປ ລາວ ຄາດວ່າຈະຊ້າກວ່າທີ່ໄດ້ຄາດຄະເນໄວ້ໃນ ເດືອນເມສາ 2022, ຍ້ອນການຂາດເຂີນຂອງການສະໜອງ ແລະ ລາຄາສິນຄ້າທີ່ເພີ່ມສູງຂຶ້ນ ເຊິ່ງໄດ້ເຮັດໃຫ້ເກີດຄວາມກົດດັນແກ່ເງິນເຟີ້ເພີ່ມຂຶ້ນ.

ຄາດຄະເນເສດຖະກິດ ສປປ ລາວ 2022 ແລະ 2023

ຈາກບົດລາຍງານການຄາດຄະເນການພັດທະນາຂອງອາຊີ 2022 ສະບັບປັບປຸງ, ໄດ້ປັບຫຼຸດອັດຕາການຄາດຄະເນການເຕີບໂຕໂດຍລວມ ຂອງຍອດຜະລິດຕະພັນພາຍໃນປະເທດຂອງ ສປປ ລາວ (ຈີດີພີ) ໃນປີ 2022 ລົງມາທີ່ 2,5% ຈາກການຄາດຄະເນໄວ້ກ່ອນໜ້ານີ້ທີ່ 3,4% ແລະ ປັບລົງມາທີ່ 3,5% ຈາກ 3,7% ສໍາລັບປີ 2023. ທຸລະກິດສ່ວນໃຫຍ່ໄດ້ກັບຄືນສູ່ສະພາບການດຳເນີນງານເປັນປົກກະຕິໃນເຄິ່ງປີທຳອິດ, ນັກທ່ອງທ່ຽວສາກົນໄດ້ເລີ່ມເຂົ້າມາເພີ່ມຂຶ້ນ. ແຕ່ຢ່າງໃດກໍດີ, ລາຄາທີ່ມີການຜັນແປໂດຍສະເພາະແມ່ນລາຄານໍ້າມັນ ໄດ້ເຮັດໃຫ້ຄ່າຄອງຊີບເພີ່ມສູງຂຶ້ນ, ສົ່ງຜົນໃຫ້ການຊົມໃຊ້ພາຍໃນປະເທດຫຼຸດລົງ. ການເພີ່ມຂຶ້ນກະທັນຫັນຂອງລາຄາປຸ໋ຍ, ອາຫານສັດ, ອາຫານ ແລະ ນໍ້າມັນເຊື້ອໄຟ ໄດ້ຂັດຂວາງກິດຈະກໍາທາງດ້ານກະສິກໍາ ແລະ ການຜະລິດ ທ່າອ່ຽງເຫຼົ່ານີ້ ເຮັດໃຫ້ເສດຖະກິດຟື້ນໂຕຊ້າລົງ.

ທ່ານ ນາງ ໂຊໂນມິ ທະນາກະ, ຜູ້ຕາງໜ້າ ADB ປະຈໍາ ສປປ ລາວ ໄດ້ໃຫ້ຮູ້ວ່າ “ລາຄາທີ່ສູງຂຶ້ນ ພວມຂົ່ມຂູ່ຕໍ່ຄວາມສະຫວັດດີພາບຂອງບັນດາຄົວເຮືອນໃນ ສປປ ລາວ ໂດຍສະເພາະຄອບຄົວທີ່ທຸກຍາກ, ເຮັດໃຫ້ເກີດຄວາມສ່ຽງຕໍ່ຄວາມປອດໄພດ້ານສະບຽງອາຫານ ແລະ ໂພຊະນາການຂອງຄອບຄົວ ແລະ ນີ້ພວມສ້າງສິ່ງທ້າທາຍ ບໍ່ພຽງແຕ່ໃຫ້ປະຊາຊົນເທົ່ານັ້ນ, ແຕ່ຍັງຕໍ່ກັບການເງິນຂອງພາກລັດອີກດ້ວຍ, ການຄຸ້ມຄອງເສດຖະກິດມະຫາພາກໄດ້ດີ, ໄປພ້ອມກັບການແຊກແຊງ ເພື່ອປົກປ້ອງກຳລັງຊື້ ແມ່ນຈຳເປັນເພື່ອຟື້ນຄວາມໝັ້ນໃຈຂອງຕະຫຼາດ.

ອັດຕາເງິນເຟີ້ໃນເດືອນສິງຫາ ຂຶ້ນຢູ່ລະດັບສູງສຸດໃນຮອບ 22 ປີທີ່ 30,0%, ຊຶ່ງອັດຕາເງິນເຟີ້ສະເລ່ຍແມ່ນ 15,5% ໃນ 8 ເດືອນທຳອິດຂອງປີ. ລາຄານໍ້າມັນເຊື້ອໄຟທີ່ຖືກຄຸ້ມຄອງ ໄດ້ເພີ່ມຂຶ້ນ 13 ເທົ່າຈາກ ເດືອນມັງກອນ ຫາ ເດືອນກັນຍາ, ເຊິ່ງເຮັດໃຫ້ລາຄານໍ້າມັນກາຊວນເພີ່ມຂຶ້ນ 90,3% ແລະ ລາຄານໍ້າມັນແອັດຊັງເພີ່ມຂຶ້ນ 62,3%. ຄຽງຄູ່ກັນນັ້ນ, ຄ່າເງິນກີບຫຼຸດລົງໜຶ່ງສ່ວນສາມ ເມື່ອທຽບກັບເງິນໂດລາສະຫະລັດ ແລະ ເງິນບາດໄທ ນັບແຕ່ເດືອນມັງກອນ ຫາ ເດືອນສິງຫາ. ຄາດຄະເນວ່າ ອັັດຕາເງິນເຟີ້ແມ່ນໄດ້ຖືກປັບຂຶ້ນສູງຮອດ 17,0% ໃນປີ 2022 ເນື່ອງຈາກລາຄານ້ຳມັນທີ່ເພີ່ມຂຶ້ນສູງກວ່າທີ່ຄາດໄວ້ ແລະ ການອ່ອນຄ່າລົງຂອງເງິນກີບ ກ່ອນທີ່ຈະຖືກປັບມາທີ່ 4,5%.

ໃນຂະນະດຽວກັນ, ໜີ້ສິນສາທາລະນະ ແລະ ຖືກຄ້ຳປະກັນໂດຍພາກລັດ ສ່ວນໃຫຍ່ແລ້ວແມ່ນສ່ວນທີ່ເປັນຂອງຕ່າງປະເທດ ໄດ້ຮັບລາຍງານຢູ່ທີ່ລະດັບ 88% ຂອງ ຈີດີພີ ໃນປີ 2021, ເພີ່ມຂຶ້ນຈາກ 72% ໃນປີ 2020 ເນື່ອງຈາກການກູ້ຢືມເງິນພາຍໃນປະເທດລະດົມໄດ້ເພີ່ມຂຶ້ນຈາກການອອກພັນທະບັດ, ໃນຂະນະທີ່ ຄ່າເງິນໂດລາ ເພີ່ມຂຶ້ນບົນຄວາມອ່ອນແອລົງຂອງສະກຸນເງິນທ້ອງຖິ່ນ, ການຜ່ອນຜັນໜີ້ສິນຈາກບັນດາເຈົ້າໜີ້ຫຼາຍແຫ່ງ ສະສົມມູນຄ່າເຖິງ 984 ລ້ານໂດລາສະຫະລັດ ໃນໄລຍະ 2019-2021, ໄດ້ຊ່ວຍຫຼຸດຜ່ອນຄວາມກົດດັນໃນໄລຍະສັ້ນ. ການປະສານງານຮ່ວມມືຕໍ່ຄວາມພະຍາຍາມເຫຼົ່ານີ້ ໃນບັນດາເຈົ້າໜີ້ທັງໝົດແມ່ນສໍາຄັນ ສໍາລັບການຫຼຸດຜ່ອນຄວາມສ່ຽງສູງຂອງຄວາມກົດດັນຕໍ່ບັນຫາດ້ານໜີ້ສິນຂອງປະເທດ.

ຂ່າວຈາກ: ADB