ຈັດໃຫຍ່ 4 ວັນເຕັມ! ງານບຸນຊ່ວງເຮືອອອກພັນສາປະວໍລະນາ ທີ່ທ່າວັດຈັນ 8-11 ຕຸລາ 2022 ຢ່າລື່ມໄປທ່ຽວກັນ

206

ພາຍຫຼັງທີ່ບໍ່ໄດ້ມີການຈັດງານບຸນຊ່ວງເຮືອອອກພັນສາປະວໍລະນາ ທ່າວັດຈັນ ເມືອງຈັນທະບູລີ ໃນປີ 2021 ຜ່ານມາ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19, ແຕ່ໃນປີນີ້ ຄະນະກຳມະການຈັດງານບຸນແມ່ນມີຄວາມພ້ອມໃນການຈັດງານແລ້ວ ເຊິ່ງຈະຈັດຂຶ້ນ 4 ວັນເຕັມ ລະຫວ່າງວັນທີ 8-11 ຕຸລາ 2022 ແລະ ມີຫຼາກຫຼາຍກິດຈະກຳ ເຊີນທຸກທ່ານໄປທ່ຽວໄປຊົມນຳກັນເດີ້.

ພິທີຖະແຫຼງຂ່າວ ກຽມຈັດງານບຸນອອກພັນສາປະວໍລະນາ ປະຈໍາປີ 2022 ທີ່ ທ່າວັດຈັນ ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 20 ກັນຍາ 2022 ຜ່ານມາ ໂດຍ ທ່ານ ດວງຕາ ສຸລິວົງ ເຈົ້າເມືອງ ເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນ ໄດ້ໃຫ້ຖະແຫຼງຂ່າວ ໃຫ້ຮູ້ວ່າ: ການຈັດງານບຸນອອກພັນສາ ປະວໍລະນາ ແລະ ບຸນຊ່ວງເຮືອໃນປີນີ້ ພວກເຮົາໄດ້ຈັດໃຫຍ່. ສະນັ້ນ, ພື້ນທີິ່ຈັດງານບຸນ ການຂາຍສິນຄ້າຜະລິດຕະພັນຕ່າງໆ, ກໍານົດໃຫ້ຂາຍແຕ່ພາຍໃນຂອບເຂດສວນເຈົ້າອານຸວົງ ແລະ ຂອບເຂດພາຍນອກຈໍານວນໜຶ່ງ ໂດຍມີກິດຈະກຳການເຄື່ອນໄຫວ ໃນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ມີຫຼາຍກິດຈະກິດກຳເຊັ່ນ:

1) ກິດຈະກໍາ ທາງດ້ານສາດສະໜາ ແລະ ຮີດຄອງປະເພນີ: ໃນວັນທີ 9/10/2020 ມີການຄອບໄຄ່ວສະຖານທີ່ສັກສິດ; ເລີ່ມເວລາ 3:00 ໂມງ, ຕອນເຊົ້າ ຂອງວັນທີ 10/10/2020 ເປັນຕົ້ນໄປຈະໄດ້ມີພິທີຄື: ພຣະອາຈານມີພິທີສູດອອກພັນສາ ປະວໍລະນາ, ພິທີຕັກບາດຖວາຍສັງຄະທານຕາມປະເພນີລາວ, ມີພິທີວຽນທຽນ, ໄຫຼເຮືອໄຟໂຄກ ເຂດສວນເຈົ້າອານຸວົງ ແລະ ຜາມໄຊ (ທ່າວັດຈັນ) ມີການຄົບງັນ, ຈຸດບັ້ງໄຟພຸ, ໄຟດອກ ແລະ ບັ້ງໄຟຕະໄລ່; ມີການສະແດງ ສີລະປະວັນນະຄະດີ ຈາກພາກສ່ວນ ໂຮງຮຽນ ຢູ່ພາຍໃນເມືອງຈັນທະບູລີ. ເຂດແຄມຂອງທ່າວັດຈັນ: ມີການລອຍກະໂທງ ແລະ ບໍ່ອານຸຍາດໃຫ້ອອກໄປໄຫຼຢູ່ກາງຂອງ.
2) ກິດຈະກໍາ ການຊ່ວງເຮືອ ໃນວັນທີ 11/10/2022 ແມ່ນຈະຈັດການແຂ່ງຂັນ ຢູ່ທີ່ທ່າວັດຈັນ ຈະໄດ້ຊ່ວງເຮືອປະເພນີຍິງ, ປະເພນີຊາຍ, ເຮືອສູດຊາຍ ( ຖ້າຫາກມີນ້ຳຫຼາຍ ), ກໍລະນີມີນ້ໍາໜ້ອຍຈະໄດ້ຍ້າຍໄປແຂ່ງຂັນຢູ່ຕໍ່ໜ້າໂຮງແຮມແລນມາກ. ຖ້າມີນ້ຳໜ້ອຍ ແມ່ນຈະໄດ້ຈັດການຊ່ວງເຮືອ 12 ສີພາຍ ໃນວັນທີ 10/10/2022 ຢູ່ບຸ່ງ ທີ່ທ່າວັດຈັນ ເມືອງຈັນທະບູລີ ເພື່ອໃຫ້ຖືກຕ້ອງຕາມຮີດຄອງປະເພນີ.

3) ກິດຈະກໍາວາງສະແດງສິນຄ້າ; 4) ກິດຈະກໍາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;5) ກິດຈະກໍາວຽກງານການອານາໄມທໍາຄວາມສະອາດ; 6) ແລະ ກິດຈະກໍາວຽກງານຮັກສາສຸຂະພາບ, ວຽກງານປະຊາສໍາພັນ.
ພ້ອມນີ້, ຄາດຄະເນເຮືອເຂົ້າຮ່ວມການແຂ່ງຂັນ ໃນປີ 2022 ນີ້: ປະເພດເຮືອ 12 ສີພາຍ ມີປະມານ 8 ລໍາ, ເຮືອປະເພນີ ຍິງ 55 ສີພາຍ ປະມານ 4 ລໍາ ແລະ ເຮືອປະເພນີ ຊາຍ 55 ສີພາຍ 10 ລໍາ. ດ້ານປະເພດຂັນລາງວັນ ແລະ ເງິນສົດ ເຮືອແຕ່ລະປະເພດໄດ້ກຳນົດດັ່ງນີ້: ປະເພດເຮືອ 12 ສີພາຍ: ລາງວັນທີ 1: ຂັນໂລ 1 ໜ່ວຍ, ມູນຄ່າ 1.850.000 ກີບ, ເງິນສົດ 10.000ກ000 ກີບ; ລາງວັນທີ 2: ຂັນໂລ 1 ໜ່ວຍ, ມູນຄ່າ 1.850.000 ກີບ, ເງິນສົດ 8.000.000 ກີບ; ລາງວັນທີ 3: ຂັນໂລ 1 ໜ່ວຍ, ມູນຄ່າ 1.850.000 ກີບ, ເງິນສົດ 6.000.000 ກີບ; ລາງວັນທີ 4: ບໍ່ມີຂັນ ເງິນສົດ 4.000.000 ກີບ.

ປະເພດເຮືອປະເພນີ ຍິງ ແລະ ຊາຍ 55 ສີພາຍ: ລາງວັນທີ 1: ຂັນເງິນ 1 ກີໂລ, ມູນຄ່າ 19.700.000 ກີບ, ເງິນສົດ 20.000.000 ກີບ. ລາງວັນທີ 2: ຂັນເງິນ 0,75 ກຼາມ, ມູນຄ່າ 15.250.000 ກີບ, ເງິນສົດ 15.000.000 ກີບ. ລາງວັນທີ 3: ຂັນເງິນ 0,5 ກຼາມ, ມູນຄ່າ 12.000.000 ກີບ, ເງິນສົດ 10.000.000 ກີບ. ລາງວັນທີ 4 ບໍ່ມີຂັນ ເງິນສົດ 6.000.000 ກີບ.

ທ່ານ ດວງຕາ ສຸລິວົງ ເຈົ້າເມືອງ ໃຫ້ຮູ້ຕື່ມວ່າ: ດ້ານວຽກງານປ້ອງກັນຄວາມສະຫງົບປອດໄພ ໄດ້ມີການຈັດຕັ້ງການປ້ອງກັນເວນຍາມ ແລະ ປະຈຳການຕະຫຼອດ 24 ຊົ່ວໂມງ ຢູ່ຕາມບ້ານ, ສຳນັກງານ, ອົງການ ທົ່ວເມືອງໃຫ້ມີຄວາມສະຫງົບປອດໄພ 100% ເຊິ່ງກຳນົດຈຸດປ້ອງກັນ 38 ຈຸດ. ໃນນີ້, ຈຸດປ້ອງກັນວົງໃນ 19 ຈຸດ ແລະ ວົງນອກ 19 ຈຸດ ແລະ ປ້ອມແຈ້ງເຫດ (1191) 2 ຈຸດ, ມີສູນກ້ອງວົງຈອນ ເພື່ອຕິດຕາມ ຢູ່ຫ້ອງການສວນເຈົ້າອານຸວົງ ແລະ ຜາມກໍາມະການ, ມີກໍາລັງປ້ອງກັນທັງໝົດມີ 828 ຄົນ. ໃນນີ້, ກໍາລັງຊາວໜຸ່ມ 300 ຄົນ ແລະ ຄາດຄະເນຈຳນວນ ຫົວໜ່ວຍທຸລະກິດ, ຫ້າງຮ້ານ ທີ່ມາວາງສະແດງ, ຂາຍສິນຄ້າ ແລະ ຂາຍເຂົ້າຫຼາກ, ປີ້ງໄກ່ 600 ກວ່າຫົວໜ່ວຍ.