ອູແກຣນ ສົ່ງອອກທັນຍາພືດແລ້ວ 3,9 ລ້ານໂຕນ

71

ນັກຂ່າວຕ່າງປະເທດລາຍງານວ່າ ການທ່າເຮືອຂອງອູ  ແກຣນ ( USPA ) ເປີດເຜີຍເມື່ອວັນທີ 19 ກັນຍາ 2022 ວ່າ: ປະລິມານການສົ່ງອອກສິນຄ້າກະສິກຳຂອງອູແກຣນ ພາຍໃຕ້ຂໍ້ຕົກລົງການສົ່ງອອກທັນຍາພືດນັ້ນສູງເຖິງ 3,9 ລ້ານໂຕນ, ມາຮອດປັດຈຸບັນໄດ້ມີເຮືອບັນທຸກສິນຄ້າຈຳນວນ 169 ລໍາ ໄດ້ບັນທຸກສິນຄ້າກະສິກຳອອກຈາກທ່າເຮືອຂອງອູແກຣນ ເພື່ອມຸ່ງໜ້າໄປປະເທດປາຍທາງ ເຊັ່ນ: ອາຊີ, ເອີຣົບ ແລະ ອາຟຣິກກາ ພາຍໃຕ້ຂໍ້ຕົກລົງຮັບປະກັນຄວາມປອດໄພໃນການເດີນທາງອອກຈາກທະເລດຳທີ່ໄດ້ລົງນາມກັນ 4 ຝ່າຍ ໃນນະຄອນຫຼວງອິສຕັນບູລ ປະເທດຕວັກກີ.

May be an image of outdoors

ທັງນີ້, ນັບສະເພາະວັນທີ 19 ກັນຍາຜ່ານມາ ມີເຮືອ 4 ລຳທີ່ບັນທຸກທັນຍາພືດຫຼາຍກວ່າ 178 ໂຕນ ອອກຈາກທ່າເຮືອໂອເດຊາ ແລະ ທ່າເຮືອພິຟເດນນີ ມຸ່ງໜ້າສູ່ຕວັກກີ ເພື່ອກວດກາລະອຽດຂອງສິນຄ້າ ກ່ອນຈະມຸ່ງໜ້າສູ່ປະເທດປາຍທາງ.

May be an image of body of water

ທັງນີ້, ອູແກຣນ ແລະ ຣັດເຊຍ ໄດ້ລົງນາມກັບຕວັກກີ ແລະ ອົງການສະຫະປະຊາຊາດທີ່ນະຄອນອິສຕັນບູລ ເມື່ອວັນທີ 22 ກໍລະກົດຜ່ານມາ ເພື່ອກັບມາສົ່ງອອກທັນຍາພືດ ແລະ ປຸ໋ຍ ຈາກອູແກຣນ ຜ່ານທະເລດຳອອກສູ່ຕະຫຼາດໂລກ ເພື່ອບັນເທົາລາຄາອາຫານທົ່ວໂລກ ໂດຍສະເພາະບັນດາປະເທດຂາດແຄນອາຫານໃຫ້ມີອາຫານພຽງພໍສຳລັບບໍລິໂພກ.