ອາໄສວັດເປັນບ່ອນຢູ່ ໄດ້ກ້າວສູ່ນັກທຸລະກິດພັນລ້ານຍ້ອນການສຶກສາ

371

ເຫັນເສດຖີໃນໂລກຫຼາຍຄົນທີ່ປະສົບຜົນສຳເລັດລ້ວນຮຽນບໍຈົບ ນັ້ນໄດ້ເປັນປະເດັນໃຫ້ຄົນໃນສັງຄົມຈຳນວນໜຶ່ງເອົາມາເປັນຂໍ້ອ້າງວ່າຢາກລ້ຳລວຍມີເງິນມີຄຳບໍຈຳເປັນຮຽນຫຼາຍ ແຕ່ນັກທຸລະກິດທ່ານນີ້ຄິດຕ່າງ ແລະສະໜັບສະໜູນໃຫ້ຄົນລາວທີ່ຍັງໜຸ່ມນ້ອຍຈົ່ງຕັ້ງໃຈສຶກສາຮ່ຳຮຽນ ເພາະມີແຕ່ການຮຽນເທົ່ານັ້ນຈະພາເຮົາສູ່ຊີວິດທີ່ດີໄດ້.

ທ່ານ ມີໄຊ ຄຳບຸນເຮືອງ ເພິ່ນເອງກໍເປັນເດັກນ້ອຍຂ້າງທາງຄົນໜຶ່ງ ພໍ່ແມ່ທຸກຍາກແຕກແຍກຕັ້ງແຕ່ນ້ອຍບໍ່ມີຮອດບ່ອນຢູ່ ເພິ່ນຈິ່ງມາຂໍອາໄສວັດເປັນບ່ອນຊຸບລ້ຽງ ຈົນເຕີບໃຫຍ່ຮູ້ ແລະເຫັນວ່າການສຶກສານີ້ສຳຄັນຫຼາຍ ແລະພະຍາຍາມໄຄວ່ຄວ້າຫາທຶນໃຫ້ໄດ້ໄປຮຽນເພື່ອມາຕໍ່ຍອດຊີວິດ ນັກທຸລະກິດໜຸ່ມທ່ານນີ້ໄດ້ຄ່ອຍໆໄຕ່ເຕົ້າຈາກເດັກອາໄສເຂົ້າກົ້ນບາດ ແລະເສັງທຶນໄປຮຽນຕໍ່ຢູ່ໄທ ຫຼັງຈາກນັ້ນກໍ່ເສັງໄປຮຽນຕໍ່ຢູ່ສະຫະລັດ ແລະບຸກບືນສູ້ກັບອຸປະສັກທຸກຢ່າງຈົນມີທຸລະກິດຮ້ານອາຫານເພື່ອຄົນເອເຊຍຢູ່ທີ່ນັ້ນ.

ບໍ່ພຽງເທົ່ານັ້ນ ຕອນນີ້ເພິ່ນກາຍເປັນນັກທຸລະກິດ ໜຸ່ມ ອີກຄົນໜຶ່ງທີ່ສາມາດ ເຮັດທຸລະກິດທັ້ງພາຍໃນ ແລະ ຕ່າງປະເທດ ທຸລະກິດຢູ່ຕ່າງປະເທດ ແມ່ນມີຮ້ານອາຫານ, ອະສັງຫາລິມມະຊັບ ຕຶກອາຄານໃຫ້ຄົນເຊົ່າ ຄວາມຈີງມີເທົ່ານັ້ນກໍ່ພໍໃຈແລ້ວສຳລັບຄົນຍາກຈົນຄົນໜຶ່ງທີ່ສູ້ຊົນຈົນມີທຸກຢ່ງ ແຕ່ເພິ່ນກໍຍັງຄິດຮອດບ້ານເກີດເມືອງນອນຈິ່ງກັບມາເປີດທຸລະກິດຢູ່ເມືອງລາວ ໃນນັ້ນມີໂຮງແຮມ ອະນັນຕະ ສາຂາ1 ສາຂາ 2 ແລະ ສາຂາ 3 ນອກຈາກໂຮງແຮມແລ້ວເພິ່ນຍັງມີອີກຫຼາຍໂຄງການເຂົ້າມາ ບໍ່ວ່າຈະເປັນ ຕະຫຼາດ ໂຮງຮຽນ ການກະເສດ ແລະ ອື່ນໆ ທ່ານກ່າວວ່າ ຄວບຄຸ່ກັບທຸລະກິດເພື່ອຜົນກຳໄລແລ້ວສິ່ງໜຶ່ງທີ່ຄິດຢູ່ສະເໝີຢາກເຮັດເພື່ອຄົນລາວພີ່ນ້ອງຮ່ວມຊາດຄືການມີວຍກເຮັດງານທຳ ແລະໃຫ້ໄດ້ຮັບການສຶກສາທີ່ດີ.


ຈາກຄຳກ່າວຂອງ ທ່ານ ມີໄຊ ຄຳບຸນເຮືອງ ເພື່ອເປັນແຮງບັນດານໃຈ ແລະ ກຳລັງໃຈ ໃຫ້ນ້ອງ ຜູ້ເກີດໃໝ່ໃຫຍ່ລຸນ ຜູ້ທຸກຍາກ ແລະ ຜູ້ທີ່ບໍ່ມີໂອກາດ ບໍ່ໃຫ້ສິ້ນຫວັງ ທໍ້ແທ້ ເພາະວ່າສິ່ງທີ່ສຳຄັນທີ່ສຸດ ທີ່ເຮັດໃຫ້ເພິ່ນມາຮອດຈຸດນີ້ໄດ້ນັ້ນ ກໍ່ຄື ການສຶກສາ ຄວາມອົດທົນສູ້ຊົນ ແລະ ຄວາມພະຍາຍາມແລະເພິ່ນຍັງໄດ້ກ່າວຕື່ມອີກວ່າການທີ່ເຮົາເກີດມາຈົນ ການທີ່ເຮົາເກີດມາຈາກຄອບຄົວ ທີ່ທຸກຍາກ ບາງຄັ້ງເຮົາບໍ່ຈຳເປັນຕ້ອງໂທດຟ້າໂທດດິນ ແລະ ທີ່ສຳຄັນໄປກວ່ານັ້ນ ເຮົາບໍ່ຈຳເປັນຕ້ອງຍອມຮັບກັບຄວາມທຸກຍາກ ທີ່ພໍ່ແມ່ບໍ່ໄດ້ມີໃຫ້ທຸກສິ່ງທຸກຢ່າງ ຖ້າເຮົາບໍ່ຍອມຮັບກັບໂຊກສະຕາ ເຮົາກໍ່ຕ້ອງສູ້ກັບມັນ ຄະຕິປະຈຳໃຈທີ່ເພິ່ນຖືມາຕະຫຼອດ( ເຮົາເກີດມາເປັນຄົນຈົນເຮົາບໍ່ມີຫຍັງທີ່ຈະເສຍ ສູ້ກໍ່ຕາຍບໍ່ສູ້ກໍ່ຕາຍ ກໍ່ເລືອກທາງທີ່ຈະສູ້ ).

ເພິ່ນຍັງກ່າວອີກວ່າ ສູ້ຕາຍໃນສະໜາມຮົບ ດີກວ່າທີ່ຈະຍອມຮັບໂຊກຊະຕາ ດີກ່ວາທີ່ບໍ່ເຮັດຫຍັງເລີຍ ດີກວ່າມາໂທດພໍ່ແມ່ ດີກວ່າການໂທດຟ້າດິນ,ແຕ່ກັບກັນ ຖ້າເຮົາຕໍ່ສູ້ແລ້ວເຮົາບໍ່ຕາຍ ກໍ່ຄືເຮົາປະສົບຜົນສຳເລັດ ເຮົາສາມາດຊ່ວຍເຫຼືອໂຕເອງໄດ້ແລ້ວ ເຮົາກໍ່ຍັງສາມາດ ກັບມາ ກອບກູ້ຊື່ສຽງໃຫ້ແກ່ວົງຕະກູນ ຊ່ວຍເຫຼືອພໍ່ແມ່ ອ້າຍເອື້ອຍນ້ອງ ແລະ ກໍ່ສາມາດສ້າງວຽກເຮັດງານທຳ ໃຫ້ຄົນອື່ນໆອີກ.


ເຫດຜົນທີ່ເພິ່ນມາເຮັດທຸລະກິດໂຮງແຮມໃນປະຈຸບັນ ໂຮງແຮມອະນັນຕະ 1,2 ,3 ຢູ່ຫຼວງພະບາງ ເຊິ່ງຕອນນີ້ທຸລະກິດເພິ່ນໄປໄດ້ດີຫຼາຍ ມີລູກຄ້າເຂົ້າມາບໍ່ຂາດສາຍ ບໍ່ວ່າຈະເປັນແຂກຕ່າງດ້າວຊາວຕ່າງເມືອງ ຫຼື ແຂກຊາວລາວເຮົາເອງ ເພາະໂຮງແຮມອະນັນຕາຈະເວົ້າໄປແລ້ວຈັດຢູ່ໃນລະດັບດີ ແຕ່ເພິ່ນບໍໄດ້ເກັບແພງຫຼາຍ ໃນມຸມມອງຂອງເພິ່ນຢາກໃຫ້ຄົນທີ່ມີລາຍໄດ້ໜ້ອຍສາມາດຈັບຕ້ອງຄວາມຫຼູຫຼາ.


ທີ່ສຳຄັນກໍ່ຄືສະຖານທີ່ຈະຢູ່ຈຸດໃຈກາງເມືອງ ຂອງຫຼວງພະບາງ ການໄປ-ມາສະດວກການອອກທ່ຽວຊົມຊື້ສິນຄ້າທັງຕະຫຼາດຕອນເຊົ້າແບບບ້ານໆຊາວຫຼວງພະບາງ ແລະການຫາເລາະຕະຫຼາດກາງຄືນກໍສະດວກສະບາຍບໍຕ້ອງຫາລົດລາງໃຫ້ສິ້ນເປືອງ ພໍແຕ່ອອກຈາກຕີນຂັ້ນໄດກໍ່ຮອດແລ້ວນີ້ຄືຂໍ້ໄດ້ປຽບຂອງໂຮງແຮມກໍ່ຄືຄວາມໂຊກດີຂອງແຂກທີ່ມາພັກເຊົານຳ.

ສຸດທ້າຍນີ້ເພິ່ນກໍ່ຍັງຝາກເຖິງ ນ້ອງໆຜູ້ທີ່ກຳລັງທໍ້ແທ້ ຜູ້ທີ່ກຳລັງຕໍ່ສູ້ກັບຊີວິດ ກໍ່ຂໍໃຫ້ສູ້ຕໍ່ໄປ ຢ່າຖອຍກັບບັນຫາທີ່ຢູ່ຂ້າງໜ້າ ສູ້ຕໍ່ໄປມື້ໜຶ່ງຕ້ອງໄດ້ດີ ໃຫ້ເບິ່ງເພິ່ນເປັນຕົວຢ່າງກ່ອນຈະມາຮອດຈຸດນີ້ລຳບາກເຊັ່ນດຽວກັນ ຫຼື ອາດຈະທຸກຍິ່ງກວ່າດ້ວຍຊ້ຳໄປ.