ເຈົ້າໜ້າທີ່ເຜີຍ ອຸບັດຕິເຫດລົດຕຳກັນຊ້ອນ 7 ຄັນ ຢູ່ໄຟອຳນາດທາດຫຼວງ ຍ້ອນຜູ້ຂັບຂີ່ມີອາການມຶນເມົາ

128

ຈາກເຫດການລົດຕຳກັນຊ້ອນຫຼາຍຄັນຢູ່ຈຸດໄຟອຳນາດທາດຫຼວງ ເມືອງໄຊເສດຖາ ໃນວັນທີ 16 ກັນຍາ 2022 ຜ່ານມາ, ບາງສື່ອອນລາຍໄດ້ລາຍງານວ່າ ອຸບັດຕິເຫດດັ່ງກ່າວເກີດຂຶ້ນຍ້ອນລົດໃຫຍ່ເບກແຕກ, ແຕ່ຫລ້າສຸດ ເຈົ້າໜ້າທີ່ເປີດເຜີຍແລ້ວວ່າ ເປັນຍ້ອນຜູ້ຂັບຂີ່ລົດໃຫຍ່ ມີອາການມຶນເມົາຈາກການດື່ມສິ່ງມຶນເມົາ.

ທ່ານ ພັທ ອຳພອນ ຄຳອຸ່ນທອນ ຮອງພະແນກຊີ້ນຳ ຈາລະຈອນ ເມືອງໄຊເສດຖາ ໄດ້ໃຫ້ສຳພາດຕໍ່ ວິທະຍຸກະຈາຍສຽງແຫ່ງຊາດ ວັນທີ 19 ກັນຍາ 2022 ຜ່ານມານີ້ວ່າ: ເວລາ 15:00 ໂມງ ຂອງວັນທີ 16 ກັນຍາ 2022 ທີ່ຜ່ານມາ ເກີດອຸບັດເຫດລົດຕຳ 7 ຄັນຊ້ອນ ຢູ່ 4 ແຍກໄຟອຳນາດ ທາດຫລວງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໃນນັ້ນ ເປັນລົດຈັກ 5 ຄັນ ແລະ ລົດໃຫຍ່ 2 ຄັນ.

ຕົ້ນເຫດຂອງອຸບັດເຫດແມ່ນລົດຈິບຟໍຈູນເນີ ທີ່ ຂັບຂີ່ມາແຕ່ທາດຫລວງ ພໍຮອດຈຸດເກີດເຫດຜູ້ກ່ຽວ ບໍ່ໄດ້ເບິ່ງໄຟອຳນາດ ວ່າເປັນສີແດງ ເຮັດໃຫ້ຕຳເອົາ ລົດຈັກຈອດຢູ່ໄຟແດງ 5 ຄັນ ແລ້ວໄປຕຳເອົາລົດ ໃຫຍ່ອີກ 2 ຄັນ ທີ່ພວມແລ່ນຜ່ານໄຟຂຽວ ຈາກ ເສັ້ນທາງເບື້ອງມາແຕ່ໄອເຕັກ. ເຮັດໃຫ້ພາຫະນະເພ່ ເປ, ຄົນໄດ້ຮັບບາດເຈັບເລັກໜ້ອຍ.

ການການສືບສວນເບື້ອງຕົ້ນພົບວ່າ ສາເຫດຂອງ ການເກີດອຸບັດເຫດຄັ້ງນີ້ແມ່ນຜູ້ຂັບຂີ່ລົດຟໍຈູນເນີມີ ອາການມຶນເມົາຈາກການດື່ມສິ່ງມຶນເມົາ ສ່ວນ ຜົນເສຍຫາຍທີ່ເກີດຂຶ້ນຜູ້ກ່ຽວຍອມຮັບຜິດຊອບ ສ້ອມແປງ ແລະ ປິ່ນປົວຄູ່ກໍລະນີທັງໝົດ.