ຄາດ! ລາຄານໍ້າມັນ ແລະ ສະບຽງອາຫານອາດປັບຂຶ້ນຕື່ມອີກ

105

3 ເດືອນທ້າຍປີນີ້ ມີຫຍັງຈະເກີດຂຶ້ນ ຈາກໄລຍະ 6 ເດືອນຕົ້ນປີທີ່ເຫັນນໍາກັນແລ້ວວ່າ ມີຫຼາຍສິ່ງທ້າທາຍ ກົດດັນສະພາບເສດຖະກິດຂອງປະເທດເຮົາ ແລະປະຊາຊົນລາວກໍໄດ້ຮັບຜົນກະທົບຢ່າງໜັກນ່ວງຈາກບັນຫາສິນຄ້າລາຄາແພງ ດັ່ງທີ່ເຫັນໃນປັດຈຸບັນອັດຕາແລກປ່ຽນ, ລາຄານໍ້າມັນ ແລະ ສິນຄ້າຕາມທ້ອງຕະຫຼາດແມ່ນແພງຂຶ້ນຫຼາຍ ແລະບໍມີທີທ່າຈະຫຼຸດລົງເລີຍ ພ້ອມມີໂອກາດທີ່ຈະສູງຂຶ້ນຕື່ມໃນໄລຍະທ້າຍປີ.


ອີງຕາມການເອກະສານ ຂອງສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ນໍາເໜີໃນທີ່ປະຊຸມ ເຜີຍແຜ່ບົດປະເມີນສະພາບເສດຖະກິດມະຫາພາກຂອງ ສປປ ລາວ ໃນໄລຍະ 6 ເດືອນຕົ້ນປີ 2022 ໄດ້ໃຫ້ຮູ້ວ່າ: ການເງິນ-ງົບປະມານ ໂດຍລວມຍັງພົບກັບຄວາມຫຍຸ້ງຍາກ ແລະ ຢູ່ໃນທ່າມກາງການສືບຕໍ່ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍການເກັບລາຍຮັບງົບປະມານ ໃນໄລຍະ 6 ເດືອນຕົ້ນປີ ບັນລຸໄດ້ 13.492 ຕື້ກີບ (ເທົ່າກັບ 42,71% ຂອງແຜນ) ເພີ່ມຂຶ້ນ 22% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.ເຖິງລາຍຮັບຈະເພີ່ມຂຶ້ນ ແຕ່ມູນຄ່າທີ່ແທ້ຈິງຂອງລາຍຮັບຈະຕໍ່າກວ່າຄວາມເປັນຈິງ ເນື່ອງຈາກປັດໄຈເງິນເຟີ້ ພ້ອມດຽວກັນນັ້ນ, ສິ່ງທ້າທາຍ ແລະ ຍັງເປັນທີ່ໜ້າຕິດຕາມແມ່ນບັນຫາຄ່າເງິນ, ຄ່ານໍ້າມັນ ແລະ ລາຄາສະບຽງອາຫານ ໂດຍໃນບົດລາຍງານຕີລາຄາດ້ານສິ່ງທ້າທາຍໄດ້ລະບຸວ່າ: FED ແລະ ທະນາຄານກາງຫຼາຍປະເທດໃນໂລກ ຍັງຈະສືບຕໍ່ຂຶ້ນດອກເບ້ຍ ເພື່ອດຶງອັດຕາເງິນເຟີ້ລົງມາຕາມເປົ້າໝາຍ, ຈະເຮັດໃຫ້ເງິນໂດລາ ແລະ ເງິນຕາສະກຸນອື່ນໆແຂງຄ່າ, ກະທົບຕໍ່ການຊໍາລະໜີ້ສິນຕ່າງປະເທດ ແລະ ການນໍາເຂົ້າສິນຄ້າຂອງປະເທດເຮົາ.


ດ້ານລາຄານໍ້າມັນເຊື້ອໄຟ ແລະ ອາຍແກັສ ອາດເພີ່ມຂຶ້ນໃນໄລຍະທ້າຍປີ, ໃນຂະນະທີ່ການສະໜອງຈໍາກັດ ຍ້ອນຂໍ້ຂັດແຍ່ງລະຫວ່າງປະເທດມະຫາອໍານາດ ຍັງບໍ່ມີຄວາມແນ່ນອນ ບວກກັບການຊະລໍຕົວລົງຂອງການເຕີບໂຕເສດຖະກິດໂລກ ເຊິ່ງມີຄວາມເປັນໄປໄດ້ທີ່ກຸ່ມ OPEC ຈະບໍ່ເພີ່ມປະລິມານການປະລິດ ແລະ ສະໜອງນໍ້າມັນ.


ສຳລັບລາຄາສະບຽງອາຫານໃນຕະຫຼາດໂລກ ແລະ ຢູ່ປະເທດເຮົາ ອາດປັບເພີ່ມຂຶ້ນໃນໄລຍະທ້າຍປີ ຍ້ອນໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງທີ່ຮຸນແຮງໃນທົ່ວໂລກ, ລວມທັງໄພພິບັດທາງທໍາມະຊາດ (ນໍ້າຖ້ວມ) ທີ່ເກີດຂຶ້ນຢູ່ປະເທດເຮົາໄດ້ສົ່ງຜົນກະທົບຕໍ່ການຜະລິດກະສິກໍາຂອງປະຊາຊົນ. ໂດຍການເພີ່ມຂຶ້ນຂອງລາຄາປັດໄຈການຜະລິດ (ນໍ້າມັນ, ປຸຍ, ອາຫານສັດ…) ຢູ່ປະເທດເຮົາ ເຮັດໃຫ້ປະຊາຊົນຫລຸດປະລິມານການຜະລິດລົງ ເປັນຕົ້ນແມ່ນຊາວກະສິກອນຂະໜາດນ້ອຍ ສ່ວນໃຫຍ່ແມ່ນຜະລິດສະເພາະແຕ່ເພື່ອບໍລິໂພກໃນຄົວເຮືອນ. ສະນັ້ນ ໃນລະດູເກັບກ່ຽວທີ່ຈະມາເຖິງນີ້ ອາດຈະມີປະລິມານຜົນຜະລິດໜ້ອຍກວ່າປີຜ່ານມາ ແລະ ບໍ່ພຽງພໍກັບຄວາມຕ້ອງການບໍລິໂພກ ແລະ ສົ່ງຜົນໃຫ້ລາຄາເພີ່ມຂຶ້ນ.

ນອກຈາກນັ້ນ, ການສືບຕໍ່ປະຕິບັດມາດຕະການ Zero-COVID ຂອງ ສປ.ຈີນ ແລະ ການຊະລໍຕົວຂອງເສດຖະກິດຈີນ ຍັງຈະສືບຕໍ່ກະທົບຕໍ່ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ. ຈາກສະພາບຄວາມເປັນຈິງໃນປັດຈຸບັນ ລາຄານໍ້າມັນເຫັນວ່າຍັງບໍ່ມີຄວາມແນ່ນອນ ສະເພາະໄລຍະຕົ້ນຫາກາງເດືອນກັນຍາ ມີການປັບປ່ຽນລາຄາເຖິງ 3 ຄັ້ງ; ສ່ວນອັດຕາແລກປ່ຽນຍັງສືບຕໍ່ປັບສູງຂຶ້ນ ແລະ ຍັງບໍ່ມີສະຖຽນລະພາບ; ອັດຕາເງິນເຟີ້ ເພີ່ມຂຶ້ນຈາກ 6,2% ໃນເດືອນມັງກອນມາເປັນ 23,6% ໃນເດືອນມິຖຸນາ ແລະ 30% ໃນເດືອນສິງຫາ ຖືວ່າຢູ່ລະດັບສູງສຸດຫລັງຈາກວິກິດການດ້ານການເງິນອາຊີ.


ໃນນັ້ນ 70% ມາຈາກການເພີ່ມຂຶ້ນຂອງລາຄາສິນຄ້າຂອງ 2 ໝວດ: ໝວດຄົມມະນາຄົມ-ຂົນສົ່ງ ແລະ ໝວດອາຫານ-ເຄື່ອງດື່ມບໍ່ມີທາດເຫຼົ້າ; ຂະນະທີ່ສິນຄ້າຕາມທ້ອງຕະຫຼາດກໍມີການປັບໂຕສູງຂຶ້ນລື່ນຈາກໄລຍະດຽວກັນຂອງປີຜ່ານມາ.